Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 6:21 - ພຣະຄຳພີສັກສິ

21 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫຼົ່ານີ້​ຕຳ​ສະດຸດ​ແລະ​ລົ້ມລົງ. ບັນດາ​ພໍ່​ກັບ​ບັນດາ​ລູກຊາຍ​ຈະ​ຕາຍ ເຊັ່ນດຽວ​ກັນ​ກັບ​ບັນດາ​ໝູ່ເພື່ອນ​ມິດ​ສະຫາຍ ແລະ​ບັນດາ​ເພື່ອນບ້ານ​ດ້ວຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 6:21
23 Jak'a apnaqawi uñst'ayäwi  

ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ເອົາ​ກະສັດ​ແຫ່ງ​ບາບີໂລນ ມາ​ໂຈມຕີ​ພວກເຂົາ. ກະສັດ​ໄດ້​ຂ້າ​ຊາຍໜຸ່ມ​ຊາວ​ຢູດາ​ແມ່ນແຕ່​ໃນ​ວິຫານ​ແຫ່ງ​ສະຖານທີ່​ສັກສິດ​ຂອງ​ພວກເຂົາ. ເພິ່ນ​ບໍ່ໄດ້​ເມດຕາ​ຕໍ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ, ບໍ່​ວ່າ​ໜຸ່ມ​ຫລື​ແກ່, ຊາຍ​ຫລື​ຍິງ, ເຈັບປ່ວຍ​ຫລື​ຢູ່ດີ​ມີ​ແຮງ. ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.


ແລ້ວ​ພຣະອົງ​ຈະ​ເປັນ​ສະຖານ​ບໍຣິສຸດ​ແລະ​ເປັນ​ດັ່ງ​ຫີນ​ທີ່​ໃຫ້​ປະຊາຊົນ​ຕຳ​ສະດຸດ ແລະ​ເປັນ​ດັ່ງ​ແຮ້ວ​ທີ່​ຈະ​ດັກຈັບ​ເອົາ ປະຊາຊົນ​ໃນ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ ພ້ອມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.


ຫລາຍ​ຄົນ​ຈະ​ຕຳ​ສະດຸດ; ພວກເຂົາ​ຈະ​ລົ້ມລົງ​ແລະ​ຈະ​ຖືກ​ຢຽບຢໍ່າ. ພວກເຂົາ​ຈະ​ຖືກ​ບ້ວງແຮ້ວ​ແລະ​ຈະ​ໜີໄປ​ບໍ່​ພົ້ນ.”


ແລ້ວ​ເຮົາ​ຈະ​ທຸບ​ພວກເຂົາ​ດັ່ງ​ໄຫ​ເຫຼົ້າ​ທຸບກັນ ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍຕາມ. ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ບໍ່ມີ​ຄວາມ​ເມດຕາ, ຄວາມ​ປານີ ຫລື​ຄວາມ​ສົງສານ​ໃດໆ ເມື່ອ​ເຮົາ​ທຳລາຍ​ພວກເຂົາ.”


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”


ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ບໍ່​ອັບອາຍ​ເພາະ​ສິ່ງ​ອັນ​ໜ້າລັງກຽດ​ນີ້​ບໍ? ບໍ່ ພວກເຈົ້າ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຈົ້າ​ຊື່ໆ ແລະ​ບໍ່​ແດງ​ເລີຍ ສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ພວກ​ອື່ນ​ທີ່​ລົ້ມລົງ​ແລ້ວ; ເມື່ອ​ເຮົາ​ລົງໂທດ​ພວກເຈົ້າ ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຈົ້າ​ເທົ່ານັ້ນ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຖ້າ​ຄົນ​ດີ​ມີ​ສິນທຳ​ຜູ້ໜຶ່ງ​ເລີ່ມ​ເຮັດ​ຊົ່ວ ແລະ​ເຮົາ​ໄດ້​ໃຫ້​ລາວ​ຕົກ​ໃນ​ສະພາບ​ອັນຕະລາຍ ລາວ​ກໍ​ຈະ​ຕາຍ​ຍ້ອນ​ການ​ເຮັດ​ບາບ​ນັ້ນ ຖ້າ​ເຈົ້າ​ບໍ່​ຕັກເຕືອນ​ລາວ; ເຮົາ​ຈະ​ບໍ່​ລະນຶກ​ເຖິງ​ຄຸນງາມ​ຄວາມດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.


ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”


ພວກເຈົ້າ​ຈະ​ສະດຸ້ງ​ຕື່ນ​ກັນ​ເອງ ທັງໆ​ທີ່​ບໍ່ມີ​ໃຜ​ໄລ່​ຕິດຕາມ​ມາ ແລະ​ພວກເຈົ້າ​ຈະ​ບໍ່​ສາມາດ​ຕໍ່ສູ້​ສັດຕູ​ໃດໆ​ໄດ້.


ຝ່າຍ​ກະສັດ​ດາວິດ​ກໍ​ກ່າວ​ໄວ້​ວ່າ, “ຂໍ​ຊົງ​ໃຫ້​ໂຕະ​ອາຫານ​ຂອງ​ພວກເຂົາ ເກີດ​ເປັນ​ບ້ວງແຮ້ວ ແລະ​ເປັນ​ຕາໜ່າງ​ຈັບ​ພວກເຂົາ​ເອງ, ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ສະດຸດ​ໃຈ ແລະ​ເປັນ​ສິ່ງ​ທີ່​ນຳ​ຈ່ອງເວນ​ແກ່​ພວກເຂົາ


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນີ້​ແຫຼະ ເຮົາ​ໄດ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເປັນ​ຫີນ​ກ້ອນ​ທີ່​ໃຫ້​ຄົນ​ຕຳ​ສະດຸດ ຄື​ກ້ອນຫີນ​ທີ່​ໃຫ້​ຄົນ​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ​ຈັກເທື່ອ.”


ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka