17 ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ແຕ່ງຕັ້ງຄົນເຝົ້າຍາມ ເພື່ອໃຫ້ເປົ່າແກເຕືອນວ່າ, “ຈົ່ງລະວັງສຽງແກສັນຍານໄພ.” ແຕ່ພວກເຂົາຊໍ້າເວົ້າວ່າ, “ພວກເຮົາຈະບໍ່ຟັງ.”
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບດິນແດນເອໂດມ. ມີບາງຄົນໄດ້ເອີ້ນຖາມຂ້າພະເຈົ້າຈາກດິນແດນເອໂດມວ່າ, “ຄົນຍາມເອີຍ ເຫີງປານໃດຈະແຈ້ງ? ບອກຂ້ອຍແດ່ໄດ້ບໍວ່າຍັງເຫິງປານໃດຈະສິ້ນສຸດ.”
ພຣະອົງກ່າວວ່າ, “ບັນດາຜູ້ນຳທັງໝົດ ຄືຜູ້ທີ່ຖືກສົ່ງມາຕັກເຕືອນປະຊາຊົນຂອງເຮົານັ້ນຕາບອດໝົດ ພວກເຂົາບໍ່ຮູ້ຈັກຫຍັງ. ພວກເຂົາເປັນດັ່ງໝານອນເຝົ້າທີ່ບໍ່ເຫົ່າ ຄືມັກເອ່ນຕົວລົງ ແລະເພີ້ຝັນ. ພວກເຂົາມັກນອນຫລາຍແທ້.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຮ້ອງດັງໆຈົນສຸດສຽງເຖີດ ຈົ່ງບອກປະຊາຊົນອິດສະຣາເອນຂອງເຮົາກ່ຽວກັບການບາບຂອງພວກເຂົາ
ນະຄອນເຢຣູຊາເລັມເອີຍ ເທິງກຳແພງເມືອງຂອງເຈົ້າ ເຮົາໄດ້ວາງຄົນຍາມຫລາຍໆຄົນໄວ້; ພວກເຂົາບໍ່ຕ້ອງມິດງຽບໃນກາງເວັນຫລືກາງຄືນ ພວກເຂົາຕ້ອງບອກພຣະເຈົ້າຢາເວໃຫ້ຈົດຈຳເລື້ອຍໆ ຄືໃຫ້ລະນຶກເຖິງຄຳສັນຍາຂອງພຣະອົງ ແລະບໍ່ປ່ອຍໃຫ້ພຣະອົງລືມໄລຈັກເທື່ອ.
ພວກເຂົາຈະຕອບວ່າ, ‘ບໍ່ເປັນຫຍັງພວກເຮົາຕ້ອງເຮັດເຊັ່ນນັ້ນ? ພວກເຮົາທຸກຄົນຈະດື້ດ້ານແລະເຮັດຊົ່ວຊ້າຕາມໃຈຂອງພວກເຮົາຕໍ່ໄປ.”’
ພວກທ່ານບໍ່ຍອມຟັງຫລືສົນໃຈເລີຍ; ເຖິງແມ່ນວ່າ ພຣະເຈົ້າຢາເວໄດ້ສືບຕໍ່ສົ່ງພວກຜູ້ທຳນວາຍ ຜູ້ຮັບໃຊ້ຂອງພຣະອົງມາຫາພວກທ່ານກໍຕາມ.
ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຊົນຊາດທັງຫລາຍເອີຍ ຈົ່ງຟັງແລະຮຽນຮູ້ສິ່ງທີ່ກຳລັງເກີດຂຶ້ນຕໍ່ປະຊາຊົນຂອງເຮົາ
ເຈົ້າຈະບອກພວກເຂົາວ່າ ຊົນຊາດຂອງພວກເຂົາບໍ່ຍອມເຊື່ອຟັງເຮົາ ຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືບໍ່ຍອມຖອດຖອນບົດຮຽນຈາກການທີ່ພວກເຂົາຖືກລົງໂທດ. ຄວາມສັດຊື່ໄດ້ສູນຫາຍໄປຈາກພວກເຂົາສາແລ້ວ. ບໍ່ມີຜູ້ໃດເລີຍຢາກເອີ່ຍເຖິງເລື່ອງນີ້ອີກຕໍ່ໄປ.”
ຖ້າດັ່ງນັ້ນ ປະຊາຊົນຂອງເຮົາເອີຍ ເປັນຫຍັງພວກເຈົ້າຈຶ່ງໜີຈາກເຮົາໄປ ໂດຍບໍ່ກັບຄືນມາຈັກເທື່ອ? ພວກເຈົ້າຢຶດໝັ້ນຢູ່ກັບບັນດາຮູບເຄົາຣົບຂອງພວກເຈົ້າ ແລະບໍ່ຍອມກັບມາຫາເຮົາເລີຍ.
ແຕ່ຈະບໍ່ມີປະຊາຊົນອິດສະຣາເອນຄົນໃດມີນໍ້າໃຈຢາກຟັງເຈົ້າ; ແມ່ນແຕ່ເຮົາ ພວກເຂົາກໍຍັງບໍ່ຟັງ. ພວກເຂົາທັງໝົດດື້ດ້ານ ແລະໃຈແຂງ.
“ຈົ່ງເປົ່າແກສັນຍານເຕືອນໄພ ພວກສັດຕູເໝືອນນົກອິນຊີກຳລັງຢູ່ເໜືອວິຫານຂອງພຣະເຈົ້າຢາເວ; ປະຊາຊົນຂອງເຮົາໄດ້ລະເມີດພັນທະສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະທັງໄດ້ກະບົດຕໍ່ສູ້ກົດບັນຍັດຂອງເຮົາ.
ຂ້ອຍຈະປີນຂຶ້ນໄປເທິງຫໍຄອຍຂອງຂ້ອຍ ແລະຊອມເບິ່ງວ່າ ພຣະອົງຈະບອກຫຍັງໃຫ້ແກ່ຂ້ອຍຮູ້ແດ່ ແລະແມ່ນຄຳຕອບຢ່າງໃດທີ່ພຣະອົງ ຈະໃຫ້ກ່ຽວກັບຄຳຮ້ອງທຸກຂອງຂ້ອຍ.
‘ຢ່າສູ່ເປັນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ນານມາແລ້ວບັນດາຜູ້ທຳນວາຍໄດ້ບອກວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກພວກເຈົ້າບໍ່ໃຫ້ດຳເນີນຊີວິດໃນທາງຊົ່ວຊ້າແລະໃນທາງບາບຕໍ່ໄປ.’ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເຮັດຕາມສິ່ງທີ່ເຮົາໄດ້ບອກ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແຕ່ປະຊາຊົນຂອງເຮົາດື້ດ້ານບໍ່ເຊື່ອຟັງ. ພວກເຂົາຫັນຫລັງໃສ່ເຮົາ ແລະປິດຫູຂອງພວກເຂົາໄວ້
ເຈົ້າທັງຫລາຍຈົ່ງຍອມຟັງແລະຍອມຢູ່ໃນໂອວາດຜູ້ນຳຂອງພວກເຈົ້າ ເພາະພວກເພິ່ນດູແລຮັກສາຈິດວິນຍານຂອງພວກເຈົ້າຢູ່ ເໝືອນຜູ້ໜຶ່ງທີ່ຈະຕ້ອງສະເໜີລາຍງານ ເພື່ອພວກເພິ່ນຈະໄດ້ເຮັດງານນີ້ດ້ວຍຄວາມຊື່ນໃຈ, ບໍ່ແມ່ນດ້ວຍຄວາມເສົ້າໃຈ ຊຶ່ງຈະບໍ່ເປັນປະໂຫຍດແກ່ເຈົ້າທັງຫລາຍ.