Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 6:13 - ພຣະຄຳພີສັກສິ

13 ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 6:13
32 Jak'a apnaqawi uñst'ayäwi  

ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.


ເຮົາ​ໂກດຮ້າຍ​ພວກເຂົາ ເພາະ​ການບາບ​ແລະ​ຄວາມ​ໂລບມາກ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງໂທດ​ແລະ​ປະຖິ້ມ​ພວກເຂົາ. ແຕ່​ພວກເຂົາ​ຍັງ​ດື້ດ້ານ​ແລະ​ສືບຕໍ່​ເຮັດ​ຕາມ​ວິຖີ​ທາງ​ຂອງຕົນ​ຢູ່.


ເມື່ອ​ຂ້ານ້ອຍ​ອອກ​ໄປ​ຕາມ​ທ້ອງ​ທົ່ງນາ ກໍ​ເຫັນ​ຊາກສົບ​ຄົນຕາຍ​ຢາຍ​ຢູ່​ໃນ​ສະໜາມຮົບ; ເມື່ອ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ນະຄອນ ກໍ​ເຫັນ​ຄົນ​ກຳລັງ​ອຶດ​ຕາຍ​ກັນ​ທັງນັ້ນ. ຜູ້ທຳນວາຍ​ແລະ​ປະໂຣຫິດ​ກໍ​ເຮັດ​ວຽກ​ຂອງ​ພວກເຂົາ ແຕ່​ພວກເຂົາ​ບໍ່​ຮູ້ຈັກ​ສິ່ງ​ທີ່​ພວກຕົນ​ກຳລັງ​ເຮັດ​ຢູ່.”


ຜູ້​ທີ່​ໄດ້​ເງິນຄຳ​ມາ​ໃນ​ທາງ​ບໍ່​ສຸດຈະຫລິດ ກໍ​ເປັນ​ດັ່ງ​ນົກ​ຟັກໄຂ່​ທີ່​ບໍ່​ອອກລູກ ໃນ​ຊີວິດ​ບັ້ນກາງ​ລາວ​ຈະ​ເສຍ​ຄວາມຮັ່ງມີ​ໄປ ໃນ​ຊີວິດ​ບັ້ນປາຍ​ຈະ​ບໍ່ມີ​ຫຍັງ​ແຕ່​ກາຍເປັນ​ບ້າ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂະໂມຍ​ເມື່ອ​ຖືກ​ຈັບ​ໄດ້ ລາວ​ຈະ​ລະອາຍ​ຫລາຍ​ສັນໃດ; ຊາວ​ອິດສະຣາເອນ​ທຸກຄົນ​ກໍ​ຈະ​ໄດ້​ຖືກ​ອັບອາຍ​ຫລາຍ​ສັນນັ້ນ ເປັນ​ຕົ້ນ: ບັນດາ​ກະສັດ, ພວກ​ຂ້າຣາຊການ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ.


ພວກເຈົ້າ​ຈົ່ມທຸກ​ຕໍ່​ເຮົາ​ເລື່ອງ​ຫຍັງ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະບົດ​ຕໍ່​ເຮົາ? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ


ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.


“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”


ຄົນ​ທີ່​ບໍ່​ສັດຊື່​ເຕັມ​ຢູ່​ໃນ​ດິນແດນ ໃຊ້​ຊີວິດ​ອັນ​ຊົ່ວຊາມ ແລະ​ໃຊ້​ອຳນາດ​ຜິດໆ​ດ້ວຍ. ເພາະ​ຄຳສາບແຊ່ງ​ມາ​ຖືກ ດິນແດນ​ຈຶ່ງ​ໄວ້ທຸກ ແລະ​ທົ່ງຫຍ້າ​ກໍ​ຫ່ຽວແຫ້ງ​ໝົດ.


“ຜູ້ທຳນວາຍ​ທັງ​ປະໂຣຫິດ​ຖື​ພຣະເຈົ້າ​ຕໍ່າ ເຮົາ​ເຫັນ​ພວກເຂົາ​ກະທຳ​ຊົ່ວ ແມ່ນແຕ່​ໃນ​ພຣະວິຫານ​ນັ້ນ.


ພຣະເຈົ້າຢາເວ​ເອງ​ກ່າວ​ວ່າ​ພຣະອົງ​ບໍ່ໄດ້​ໃຊ້​ພວກເຂົາ​ມາ ແລະ​ກ່າວ​ວ່າ​ພວກເຂົາ​ກຳລັງ​ຕົວະ​ທ່ານ​ໂດຍ​ໃຊ້​ນາມ​ຂອງ​ພຣະອົງ. ເພາະສະນັ້ນ ພຣະອົງ​ຈຶ່ງ​ຈະ​ຂັບໄລ່​ທ່ານ​ໃຫ້​ອອກ​ໄປ ແລະ​ທ່ານ​ຈະ​ຖືກ​ຂ້າ ຄື​ທ່ານ​ກັບ​ບັນດາ​ຜູ້ທຳນວາຍ​ທີ່​ກຳລັງ​ເວົ້າ​ຄຳຕົວະ​ເຫຼົ່ານີ້.”


ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ກະທຳ​ຮ່ວມ​ກັບ​ບັນດາ​ກະສັດ ແລະ​ພວກ​ເຈົ້ານາຍ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ.


ແລ້ວ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ຮ່ວມ​ກັບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ອາຊາຣີຢາ ລູກຊາຍ​ຂອງ​ໂຮຊາອີຢາ ກໍໄດ້​ພາ​ປະຊາຊົນ​ທຸກ​ຊົນຊັ້ນ​ມາ​ຫາ​ຂ້າພະເຈົ້າ


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ແຕ່​ເຫດການ​ນີ້​ໄດ້​ເກີດຂຶ້ນ​ແລ້ວ ເພາະ​ບາບ​ຂອງ​ຜູ້ທຳນວາຍ​ໃນ​ນະຄອນ ແລະ​ບັນດາ​ປະໂຣຫິດ​ກໍ​ມີ​ຄວາມຜິດ ໃນ​ຖານ​ເຮັດ​ໃຫ້​ຄົນ​ບໍ່​ຜິດ​ຕ້ອງ​ຕາຍ​ຍ້ອນ.


ບາງຄົນ​ຮັບຈ້າງ​ຂ້າ​ຄົນ. ບາງຄົນ​ໃຫ້​ກູ້ຢືມ​ເອົາ​ກຳໄລ​ນຳ​ພີ່ນ້ອງ​ຮ່ວມ​ຊາດ​ຊາວ​ອິດສະຣາເອນ ແລະ​ສ້າງຮັ່ງ​ຄູນມີ​ໂດຍ​ເອົາລັດ​ເອົາປຽບ​ພວກເຂົາ. ພວກເຂົາ​ໄດ້​ລືມໄລ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ພຣະເຈົ້າຢາເວ​ກ່າວ​ຕໍ່​ບັນດາ​ຜູ້ທຳນວາຍ​ເຫຼົ່ານີ້​ວ່າ, “ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ພວກ​ຜູ້ທຳນວາຍ​ຫລອກລວງ ຄື​ພວກເຂົາ​ສັນຍາ​ແກ່​ຄົນ​ທີ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ມີ​ສັນຕິພາບ ແຕ່​ນາບຂູ່​ຜູ້​ທີ່​ບໍ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ພົບພໍ້​ໄພ​ສົງຄາມ.


ຝ່າຍ​ພວກ​ຟາຣີຊາຍ​ທີ່​ມີ​ໃຈ​ຮັກ​ຊັບ ເມື່ອ​ໄດ້ຍິນ​ຄຳ​ເຫຼົ່ານັ້ນ ແລ້ວ​ກໍ​ກ່າວ​ເຢາະເຢີ້ຍ​ພຣະອົງ.


ຕ້ອງ​ບໍ່​ເປັນ​ຄົນ​ມືນເມົາ ແລະ ຫຍາບຊ້າ​ສາໂຫດ ແຕ່​ເປັນ​ຄົນ​ມີ​ໃຈ​ສຸພາບ​ອ່ອນໂຍນ ບໍ່​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ບໍ່​ເປັນ​ຄົນ​ຮັກ​ເງິນຄຳ


ບັນດາ​ຜູ້​ປະກາດ​ພຣະທຳ​ປອມ ໄດ້​ເກີດ​ມີ​ຂຶ້ນ​ໃນ​ທ່າມກາງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມື່ອ​ກ່ອນ​ສັນໃດ ກໍ​ຈະ​ມີ​ຄູສອນ​ປອມ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ​ສັນນັ້ນ ພວກເຂົາ​ຈະ​ນຳ​ເອົາ​ຄຳສອນ​ບໍ່​ຈິງ ທີ່​ເປັນ​ການ​ທຳລາຍ​ມາ​ສິດສອນ ຈົນເຖິງ​ກັບ​ປະຕິເສດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ທີ່​ໄດ້​ໄຖ່​ພວກເຂົາ​ໄວ້ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ເຖິງ​ຕົວ​ພວກເຂົາ​ໂດຍ​ໄວ.


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka