Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 6:11 - ພຣະຄຳພີສັກສິ

11 ຂ້າແດ່​ພຣະເຈົ້າຢາເວ ຄວາມ​ໂກດຮ້າຍ​ທີ່​ພຣະອົງ​ມີ​ຕໍ່​ພວກເຂົາ​ນັ້ນ ກໍ​ລຸກໄໝ້​ຢູ່​ໃນ​ຂ້ານ້ອຍ​ຄືກັນ ແລະ​ຂ້ານ້ອຍ​ກໍ​ທົນ​ຕໍ່ໄປ​ບໍ່ໄດ້​ແລ້ວ.” ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງເຮົາ​ອອກ​ໃສ່​ເດັກນ້ອຍ​ທີ່​ທ້ອງ​ຖະໜົນ ແລະ​ໃນ​ທີ່​ປະຊຸມ​ຕ່າງໆ​ຂອງ​ພວກ​ຊາວ​ໜຸ່ມ. ຜົວ​ແລະ​ເມຍ​ຈະ​ຖືກ​ຈັບ​ໄປ ແລະ​ແມ່ນແຕ່​ຄົນ​ຊະຣາ​ກໍ​ຈະ​ບໍ່ໄດ້​ຖືກ​ຍົກເວັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 6:11
22 Jak'a apnaqawi uñst'ayäwi  

ແມ່ນແຕ່​ຜູ້​ທີ່​ໜຸ່ມນ້ອຍ​ກໍ​ຍັງ​ອ່ອນແຮງ ຄົນໜຸ່ມ​ລົ້ມລົງ​ເພາະ​ຕົນ​ໝົດແຮງ​ໄດ້.


ຂ້ານ້ອຍ​ບໍ່ໄດ້​ໃຊ້​ເວລາ​ກັບ​ຄົນອື່ນ​ໃຫ້​ເສຍ​ໄປ​ລ້າໆ ໂດຍ​ຫົວເລາະ​ແລະ​ສະໜຸກ​ສະໜານ. ໂດຍ​ຍອມ​ເຊື່ອຟັງ​ພຣະ​ຂໍ້ຄຳສັ່ງ ຂ້ານ້ອຍ​ໄດ້​ຢູ່​ຕາມ​ລຳພັງ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.


ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ເພາະ​ເລື່ອງ​ນີ້ ເຮົາ​ຈະ​ບໍ່ຄວນ​ລົງໂທດ​ພວກເຂົາ​ບໍ? ຊົນຊາດ​ບາບ​ດັ່ງນີ້ ຄວນ​ຈະ​ຖືກ​ແກ້ແຄ້ນ​ຫລື​ບໍ່?


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ຂ້ານ້ອຍ​ກ່າວ​ວ່າ, “ພວກ​ແມ່ຍິງ​ເອີຍ ຈົ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທີ່​ພຣະອົງ​ບອກສອນ​ພວກເຈົ້າ. ຈົ່ງ​ສັ່ງສອນ​ລູກສາວ​ພວກເຈົ້າ​ວ່າ​ຄວນ​ໄວ້ທຸກ​ຢ່າງ​ໃດ ຕະຫລອດ​ທັງ​ເພື່ອນໆ​ຂອງ​ພວກເຈົ້າ​ດ້ວຍ.


ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຫົວເຍີ້ຍ​ທະຫານ​ຂອງຂ້ອຍ​ທັງໝົດ ສົ່ງ​ກອງທັບ​ມາ​ທຳລາຍ​ພວກ​ຊາຍໜຸ່ມ​ຂອງຂ້ອຍ. ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢຽບຢໍ່າ​ປະຊາຊົນ​ຂອງຂ້ອຍ​ລົງ ດັ່ງ​ໝາກອະງຸ່ນ​ຢູ່​ໃນ​ໂຮງ​ບີບ​ເຫຼົ້າ​ອະງຸ່ນ​ນັ້ນ.


ບໍ່​ວ່າ​ຄົນໜຸ່ມ​ຫລື​ຄົນ​ເຖົ້າ​ກໍ​ລົ້ມ​ລົງ​ຕາມ​ຫົນທາງ ຊາຍໜຸ່ມ​ຍິງສາວ​ກໍ​ຖືກ​ສັດຕູ​ຂ້າ​ດ້ວຍ​ດາບ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ ພຣະອົງ​ໄດ້​ຂ້າ​ພວກເຂົາ ເປັນ​ການ​ຂ້າໝູ່​ໂດຍ​ບໍ່​ເມດຕາ​ສົງສານ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ທີ່​ເຮົາ​ໃຫ້​ເຈົ້າ​ຈົນ​ອີ່ມ​ເຖີດ.” ຂ້າພະເຈົ້າ​ກິນ​ໜັງສື​ມ້ວນ​ນັ້ນ ແລະ​ມີ​ຣົດ​ຫວານ​ເໝືອນດັ່ງ​ນໍ້າເຜິ້ງ.


ຈົ່ງ​ຂ້າ​ຄົນ​ເຖົ້າ, ຊາຍໜຸ່ມ, ຍິງ​ໜຸ່ມ, ບັນດາ​ແມ່ ແລະ​ພວກ​ເດັກນ້ອຍ. ແຕ່​ຢ່າ​ແຕະຕ້ອງ​ຜູ້ໃດ​ທີ່​ມີ​ເຄື່ອງໝາຍ​ທີ່​ໜ້າຜາກ. ຈົ່ງ​ເລີ່ມ​ແຕ່​ພຣະວິຫານ​ຂອງເຮົາ​ໄປ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເລີ່ມ​ສັງຫານ​ບັນດາ​ຜູ້ປົກຄອງ​ທີ່​ກຳລັງ​ຢືນ​ຢູ່​ໃນ​ພຣະວິຫານ.


ແຕ່​ສຳລັບ​ຂ້າພະເຈົ້າ​ແລ້ວ ພຣະເຈົ້າຢາເວ​ໃຫ້​ຂ້າພະເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານ ຕະຫລອດ​ທັງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ພຣະອົງ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ເຂົ້າໃຈ​ໃນ​ຄວາມ​ຍຸດຕິທຳ ແລະ​ມີ​ຄວາມ​ກ້າຫານ​ເພື່ອ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ແມ່ນ​ຫຍັງ​ຄື​ການບາບ​ຂອງ​ພວກເຂົາ.


ໃນ​ຄືນ​ວັນ​ນັ້ນ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ສອງ​ຄົນ​ທີ່​ນອນ​ຢູ່​ເທິງ​ຕຽງ​ດຽວກັນ ຄົນ​ໜຶ່ງ​ຈະ​ຊົງ​ຮັບ​ເອົາ​ໄປ ແລະ​ຄົນ​ໜຶ່ງ​ຈະ​ຊົງ​ປະ​ໄວ້.


ໃນ​ຂະນະທີ່​ໂປໂລ​ລໍ​ຖ້າ​ຊີລາ ແລະ ຕີໂມທຽວ ຢູ່​ທີ່​ນະຄອນ​ອາແຖນ​ນັ້ນ ເພິ່ນ​ກໍ​ຂຸ່ນເຄືອງ​ໃຈ​ໜັກ ເມື່ອ​ເຫັນ​ວ່າ​ນະຄອນ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ.


ເມື່ອ​ຊີລາ ແລະ ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກໍ​ໃຊ້​ເວລາ​ທັງໝົດ​ຂອງ​ເພິ່ນ ປະກາດ​ພຣະທຳ​ໂດຍ​ເປັນ​ພະຍານ​ແກ່​ພວກ​ຢິວ​ວ່າ ພຣະເຢຊູເຈົ້າ​ແມ່ນ​ພຣະຄຣິດ.


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka