Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 6:1 - ພຣະຄຳພີສັກສິ

1 ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 6:1
19 Jak'a apnaqawi uñst'ayäwi  

ສະນັ້ນ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ຍິງ​ຊາວ​ເມືອງ​ເຕກົວ​ຄົນ​ໜຶ່ງ​ມາ. ຍິງ​ຄົນ​ນີ້​ເປັນ​ຄົນ​ສະຫລາດ. ເມື່ອ​ນາງ​ມາ​ຮອດ ໂຢອາບ​ຈຶ່ງ​ບອກ​ນາງ​ວ່າ, “ໃຫ້​ເຈົ້າ​ທຳທ່າ​ໄວ້ທຸກ ແລະ​ຢ່າ​ຫວີຜົມ. ໃຫ້​ເຮັດ​ຄື​ຄົນ​ທີ່​ໄວ້ທຸກ​ມາ​ແຕ່​ດົນນານ​ແລ້ວ.


ເບັດເລເຮັມ, ເອຕາມ, ເຕກົວ,


ມັນກີຢາ ລູກຊາຍ​ຂອງ​ເຣກາບ ຜູ້ປົກຄອງ​ເຂດ​ເບັດຮັກເກເຣັມ ໄດ້​ສ້າງ​ປະຕູ​ບ່ອນ​ຖອກ​ຂີ້ເຫຍື້ອ​ຂຶ້ນ​ໃໝ່. ເພິ່ນ​ຕັ້ງ​ປະຕູ​ຂຶ້ນ​ຢູ່​ໃນ​ບ່ອນ​ຂອງ​ມັນ ພ້ອມ​ທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ.


ພວກ​ຜູ້ຊາຍ​ຊາວ​ເມືອງ​ເຕກົວ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ແຕ່​ຊາວ​ເມືອງ​ທີ່​ເປັນ​ຊົນຊັ້ນ​ຜູ້ນຳ​ບໍ່ຍອມ​ເຮັດ​ວຽກ​ໜັກ ຊຶ່ງ​ພວກ​ຄວບຄຸມ​ວຽກ​ໄດ້​ມອບໝາຍ​ໃຫ້​ພວກຕົນ.


ຂ່າວລື​ມາຮອດ​ແລ້ວ ຈົ່ງ​ພາກັນ​ຟັງ​ເອົາ ມີ​ສຽງ​ວຸ້ນວາຍ​ໃຫຍ່​ໃນ​ຊົນຊາດ​ທາງ​ທິດເໜືອ​ພຸ້ນ; ກອງທັບ​ຂອງ​ພວກເຂົາ​ຈະ​ປ່ຽນ​ເມືອງ​ຂອງ​ຢູດາຍ ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ໝາປ່າ​ຢູ່.”


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ໄດ້ຍິນ​ສຽງ​ທະຫານ​ຂີ່​ມ້າ​ແລະ​ນັກຍິງທະນູ ທຸກໆ​ຄົນ​ກໍ​ຈະ​ພາກັນ​ແລ່ນ​ປົບໜີໄປ​ທັງນັ້ນ. ບາງຄົນ​ກໍ​ຈະ​ແລ່ນ​ໄປ​ສູ່​ປ່າດົງ​ພົງໄພ ບາງຄົນ​ກໍ​ຈະ​ປີນ​ຂຶ້ນ​ຕາມ​ໂງ່ນຫີນ​ດ້ວຍ. ທຸກໆ​ເມືອງ​ກໍ​ຈະ​ຖືກ​ປະ​ໃຫ້​ຮ້າງເປົ່າ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ຕໍ່ໄປ​ອີກ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ໜຶ່ງ​ທາງ​ທິດເໜືອ; ເປັນ​ຊາດ​ໜຶ່ງ​ຊຶ່ງ​ຢູ່​ຫ່າງໄກ​ທີ່​ມີ​ກຳລັງ​ອຳນາດ​ຕຽມ​ສູ້ຮົບ.


ຕໍ່ໄປນີ້​ແມ່ນ​ຄຳເວົ້າ​ຂອງ​ອາໂມດ ຄົນລ້ຽງແກະ​ຜູ້ໜຶ່ງ​ໃນ​ເມືອງ​ເຕກົວ. ກ່ອນ​ແຜ່ນດິນ​ໄຫວ​ສອງ​ປີ ເມື່ອ​ອຸດຊີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ​ເຢໂຣໂບອາມ ລູກຊາຍ​ຂອງ​ເຢໂຮອາດ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ; ພຣະເຈົ້າ​ໄດ້​ເປີດເຜີຍ​ເລື່ອງລາວ​ເຫຼົ່ານີ້​ທັງໝົດ ກ່ຽວກັບ​ຊາດ​ອິດສະຣາເອນ​ໃຫ້​ແກ່​ອາໂມດ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ລົດຮົບ​ຄັນ​ທີ່​ມີ​ມ້າ​ສີ​ດຳ​ນັ້ນ ກຳລັງ​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ, ມ້າ​ສີ​ຂາວ​ນັ້ນ​ກຳລັງ​ໄປ​ທາງ​ທິດ​ຕາເວັນຕົກ ແລະ​ມ້າ​ສີ​ດ່າງ​ກຳລັງ​ໄປ​ສູ່​ປະເທດ​ທາງ​ທິດໃຕ້.


ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ແຕ່​ປະຊາຊົນ​ໃນ​ເຜົ່າ​ເບັນຢາມິນ​ບໍ່ໄດ້​ຂັບໄລ່​ຊາວ​ເຢບຸດ ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໜີໄປ; ສະນັ້ນ ຊາວ​ເຢບຸດ​ຈຶ່ງ​ຢູ່​ຮ່ວມ​ກັບ​ຊາວ​ເບັນຢາມິນ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka