Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:9 - ພຣະຄຳພີສັກສິ

9 ເຈົ້າ​ເຊເດກີຢາ​ໄດ້​ຖືກ​ຈັບ​ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ​ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ໃນ​ທີ່ນັ້ນ ເຈົ້າເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:9
15 Jak'a apnaqawi uñst'ayäwi  

ທີ່​ພຣະວິຫານ ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮ່ວມ​ນຳ ຄື​ມາ​ແຕ່​ທາງ​ເໜືອສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ທາງໃຕ້​ຂອງ​ປະເທດ​ເອຢິບ.


ຣາຊການ​ຂອງ​ເພິ່ນ​ໄດ້​ສິ້ນສຸດ​ລົງ ເມື່ອ​ເຈົ້າ​ເນໂກ​ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ຣິບລາ​ໃນ​ດິນແດນ​ຮາມັດ ແລະ​ທັງ​ໄດ້​ບັງຄັບ​ຊາວ​ຢູດາ​ໃຫ້​ຈ່າຍ​ເງິນ​ເປັນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ​ຄຳ​ສາມສິບສີ່​ກິໂລກຼາມ ເພື່ອ​ເປັນ​ເຄື່ອງ​ບັນນາການ.


ພວກເຂົາ​ໄດ້​ຈັບ​ກະສັດ​ເຊເດກີຢາ ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ​ຢູ່​ໃນ​ເມືອງ​ຣິບລາ ແລະ​ເນບູ​ກາດເນັດຊາ​ກໍໄດ້​ພິພາກສາ​ໂທດ​ເພິ່ນ​ຢູ່​ທີ່​ນັ້ນ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ເພິ່ນ​ໄດ້​ຢຶດ​ເຂດແດນ​ຂອງ​ຮາມັດ-ໂຊບາ


ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ແຕ່​ກອງທັບ​ພວກ​ບາບີໂລນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ແລະ​ຈັບ​ກະສັດ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ໃກ້​ກັບ​ເມືອງ​ເຢຣິໂກ. ແລ້ວ​ພວກເຂົາ​ກໍ​ນຳ​ເພິ່ນ​ໄປ​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ຢູ່​ທີ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.


ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.


ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ຂ້າ​ໃນ​ສົງຄາມ​ທີ່​ປະເທດ​ຂອງ​ພວກເຈົ້າ​ເອງ. ແລ້ວ​ທຸກຄົນ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ໂຈມຕີ​ເຈົ້າ​ຈາກ​ທາງ​ທິດເໜືອ ໂດຍ​ນຳ​ກອງທັບ​ໃຫຍ່ ພ້ອມ​ທັງ​ລົດຮົບ​ກັບ​ກອງກວຽນ​ສະບຽງ​ອາຫານ​ມາ​ດ້ວຍ. ທະຫານ​ເຫຼົ່ານີ້​ມີ​ທັງ​ໂລ້​ແລະ​ໝວກ​ເຫຼັກ​ປ້ອງກັນ ພວກເຂົາ​ຈະ​ປິດລ້ອມ​ເຈົ້າ​ໄວ້. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ຕັດສິນ​ເຈົ້າ​ຕາມ​ກົດໝາຍ​ຂອງ​ພວກເຂົາ​ເອງ.


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.


ຕໍ່ຈາກນັ້ນ ຈະ​ເລີຍ​ລົງ​ໄປ​ທາງໃຕ້​ເຖິງ​ຣິບລາ ທາງ​ຕາເວັນອອກ​ຂອງ​ອາອິນ ແລະ​ຂຶ້ນ​ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ຝັ່ງ​ທະເລສາບ​ຄາລິເລ


ຕະຫລອດ​ທັງ​ດິນແດນ​ຂອງ​ພວກເກບາ ເຂດແດນ​ທັງໝົດ​ຂອງ​ເລບານອນ​ໄປ​ທາງ​ທິດ​ຕາເວັນອອກ ຄື​ຈາກ​ບາອານກາດ​ຢູ່​ຕາມ​ຕີນ​ພູເຂົາ​ເຮີໂມນ​ຈົນເຖິງ​ຊ່ອງແຄບ​ຮາມັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka