Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:7 - ພຣະຄຳພີສັກສິ

7 ກຳແພງ​ເມືອງ​ຈຶ່ງ​ໄດ້​ຖືກ​ພັງ​ທະລາຍ. ເຖິງ​ແມ່ນ​ວ່າ​ຊາວ​ບາບີໂລນ​ໄດ້​ປິດລ້ອມ​ເມືອງ​ໄວ້​ກໍຕາມ; ແຕ່​ທະຫານ​ທັງໝົດ​ກໍ​ຍັງ​ໜີໄປ​ໃນ​ຕອນ​ກາງຄືນ. ພວກເຂົາ​ໄດ້​ປົບໜີ​ທາງ​ສວນ​ຂອງ​ກະສັດ ໂດຍ​ຜ່ານ​ທາງ​ປະຕູ​ລະຫວ່າງ​ກຳແພງ​ເມືອງ​ທັງສອງ ແລະ​ມຸ່ງໜ້າ​ໄປ​ສູ່​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:7
17 Jak'a apnaqawi uñst'ayäwi  

ເຖິງ​ແມ່ນ​ວ່າ​ຊາວ​ບາບີໂລນ​ໄດ້​ປິດລ້ອມ​ເມືອງ​ໄວ້​ກໍຕາມ ພວກ​ທະຫານ​ທັງໝົດ​ກໍ​ລັກ​ໜີໄປ​ໄດ້​ໃນ​ເວລາ​ກາງຄືນ. ພວກເຂົາ​ໄດ້​ໜີໄປ​ທາງ​ສວນ​ຂອງ​ກະສັດ ຜ່ານ​ໄປ​ທາງ​ປະຕູ​ເມືອງ​ທີ່​ຕິດ​ກັບ​ກຳແພງ​ສອງ​ດ້ານ ແລະ​ປົບ​ໄປ​ທາງ​ຮ່ອມພູ​ຈໍແດນ.


ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”


ຢູ່​ຕໍ່ມາ ໃນ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່​ໃນ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ນະຄອນ​ເຢຣູຊາເລັມ​ກໍ​ແຕກ. (


ໃນ​ວັນ​ນັ້ນ ຊາຍໜຸ່ມ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ເມືອງ ແລະ​ທະຫານ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ.” ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ສັດຕູ​ໄດ້​ຢຶດ​ທາງ​ຂ້າມ​ແມ່ນໍ້າ ແລະ​ໄດ້​ຈູດ​ປ້ອມ​ປ້ອງກັນ​ທັງຫລາຍ. ພວກ​ທະຫານ​ຊາວ​ບາບີໂລນ​ຕ່າງ​ກໍ​ເກີດ​ຕື່ນ​ຕົກໃຈ.”


ພວກເຮົາ​ຈະ​ບຸກໂຈມຕີ​ໃນ​ຕອນ​ກາງຄືນ; ພວກເຮົາ​ຈະ​ທຳລາຍ​ປ້ອມ​ປ້ອງກັນ​ຕົວເມືອງ.”


ເຈົ້າຊາຍ​ທີ່​ປົກຄອງ​ພວກເຂົາ​ນັ້ນ​ຈະ​ແບກ​ພົກ​ເຄື່ອງຂອງ​ໃສ່​ບ່າ​ຂອງຕົນ ແລະ​ປົບໜີໄປ​ໃນ​ກາງຄືນ​ໂດຍ​ຜ່ານ​ທາງ​ຮູ​ທີ່​ພວກເຂົາ​ໄດ້​ເຈາະ​ເອງ​ທີ່​ກຳແພງ​ເມືອງ. ພວກເຂົາ​ຈະ​ເອົາ​ຜ້າ​ບັງ​ໜ້າ​ຕົນເອງ​ໄວ້ ແລະ​ຈະ​ບໍ່​ເຫັນ​ວ່າ​ຕົນ​ກຳລັງ​ໄປ​ໃສ.


ໃນ​ຂະນະທີ່​ຍັງ​ເວັນ​ຢູ່ ຈົ່ງ​ຫໍ່​ເອົາ​ເຂົ້າຂອງ​ສຳລັບ​ໜີໄປ​ຕ່າງຖິ່ນ ເພື່ອ​ວ່າ​ພວກເຂົາ​ຈະ​ເຫັນ​ເຈົ້າ​ໄດ້, ແຕ່​ແລ້ວ​ໃຫ້​ພວກເຂົາ​ເຝົ້າເບິ່ງ​ເຈົ້າ​ໃນ​ຕອນແລງ ເໝືອນ​ກັບ​ວ່າ​ເຈົ້າ​ກຳລັງ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ບອກ​ຂ້າພະເຈົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ແຕກ​ແລ້ວ.”


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


ເຮົາ​ຈະ​ໃຫ້​ຫລາຍ​ຄົນ​ໃນ​ພວກເຈົ້າ ຄື​ຜູ້​ທີ່​ຢູ່​ໃນ​ຕ່າງຖິ່ນ​ອົກສັ່ນ​ຂວັນເສຍ ຈົນ​ສຽງ​ລົມ​ພັດ​ໃບ​ໄມ້​ກໍ​ເຮັດ​ໃຫ້​ພວກເຈົ້າ​ແລ່ນ​ເປີດ​ໜີໄປ. ພວກເຈົ້າ​ຈະ​ແລ່ນ​ປົບໜີ​ເໝືອນ​ດັ່ງ​ກັບ​ວ່າ ຖືກ​ສັດຕູ​ໄລ່​ຕິດຕາມ​ໃນ​ສະໜາມຮົບ ແລະ​ພວກເຈົ້າ​ຈະ​ລົ້ມ​ລົງ​ໃນ​ບ່ອນ​ທີ່​ບໍ່ມີ​ສັດຕູ​ໃດໆ​ໄລ່​ມາ​ໃກ້​ພວກເຈົ້າ.


ພວກເຈົ້າ​ຈະ​ຖືກ​ແກ່​ລາກ​ອອກ​ໄປ​ທາງ​ກຳແພງ​ແຕກ​ບ່ອນ​ໃກ້​ທີ່ສຸດ ແລະ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ເສຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka