Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ເຈົ້າ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຈຶ່ງ​ໄດ້​ຍົກທັບ​ຂອງຕົນ ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສິບ ແຫ່ງ​ຣາຊການ​ປີ​ທີ​ເກົ້າ​ຂອງ​ເຈົ້າ​ເຊເດກີຢາ. ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ນອກ​ເມືອງ ພ້ອມ​ທັງ​ໄດ້​ສ້າງ​ຂຸມ​ກຳບັງ​ອ້ອມ​ເມືອງ

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:4
22 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຈະ​ໂຈມຕີ ແລະ​ປິດລ້ອມ​ນະຄອນ​ນີ້​ໄວ້.


“ກະລຸນາ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ພວກເຮົາ​ດ້ວຍ ເພາະ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງເພິ່ນ ກຳລັງ​ປິດລ້ອມ​ເມືອງ​ຂອງ​ພວກເຮົາ​ໄວ້. ບາງທີ​ພຣະເຈົ້າຢາເວ​ອາດ​ຈະ​ເຮັດ​ການ​ອັດສະຈັນ ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ພວກເຮົາ​ກໍໄດ້ ແລະ​ບັງຄັບ​ໃຫ້​ເຈົ້າ​ເນບູ​ກາດເນັດຊາ​ຖອຍ​ໜີໄປ.”


ຊາວ​ບາບີໂລນ​ໄດ້​ສ້າງ​ເຄື່ອງ​ປິດລ້ອມ​ເພື່ອ​ຢຶດເອົາ​ເມືອງ ແລະ​ກໍ​ຈະ​ໂຈມຕີ​ເມືອງ. ເສິກ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພຣະອົງ​ເຫັນ​ໄດ້​ວ່າ​ເຫດການ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈະ​ກາຍເປັນຈິງ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.


ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຍົກ​ກອງທັບ​ທັງໝົດ​ຂອງຕົນ ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສິບ​ຂອງ​ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ.


ແລະ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ດັ່ງ​ຄົນ​ກຳລັງ​ເຝົ້າ​ທົ່ງນາ ເພາະ​ປະຊາຊົນ​ໃນ​ດິນແດນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ກຳແພງ​ເມືອງ​ຈຶ່ງ​ໄດ້​ຖືກ​ພັງ​ທະລາຍ. ເຖິງ​ແມ່ນ​ວ່າ​ຊາວ​ບາບີໂລນ​ໄດ້​ປິດລ້ອມ​ເມືອງ​ໄວ້​ກໍຕາມ; ແຕ່​ທະຫານ​ທັງໝົດ​ກໍ​ຍັງ​ໜີໄປ​ໃນ​ຕອນ​ກາງຄືນ. ພວກເຂົາ​ໄດ້​ປົບໜີ​ທາງ​ສວນ​ຂອງ​ກະສັດ ໂດຍ​ຜ່ານ​ທາງ​ປະຕູ​ລະຫວ່າງ​ກຳແພງ​ເມືອງ​ທັງສອງ ແລະ​ມຸ່ງໜ້າ​ໄປ​ສູ່​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ.


ແຕ່​ແລ້ວ​ມື​ຂວາ​ຂອງ​ເພິ່ນ​ກໍ​ຈັບ​ຖືກ​ລູກສອນ​ທີ່​ໝາຍ​ວ່າ, ‘ເຢຣູຊາເລັມ’ ມັນ​ໄດ້​ບອກ​ເພິ່ນ​ໃຫ້​ໄປ​ຕັ້ງ​ເຄື່ອງ​ທະລຸ​ກຳແພງ, ໂຮຮ້ອງ​ເຮັດ​ເສິກ, ຕັ້ງ​ເຄື່ອງ​ທະລຸ​ຕໍ່ສູ້​ປະຕູ​ເມືອງ, ຄູນ​ຄັນຄູ​ຂຶ້ນ ແລະ​ຂຸດ​ຮ່ອງ​ປ້ອງກັນ​ໄພ.


ຈິບຫາຍ ຈິບຫາຍ​ສາ​ແລ້ວ ແມ່ນແລ້ວ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຈິບຫາຍ​ໝົດ. ແຕ່​ເຫດການ​ນີ້​ຈະ​ບໍ່​ເກີດຂຶ້ນ ຈົນກວ່າ​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ລົງໂທດ​ເມືອງ​ນີ້​ມາ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ລາວ.”


ພວກ​ທີ່​ອາໄສ​ຢູ່​ເມືອງ​ຕ່າງໆ​ໃນ​ແຜ່ນດິນ​ໃຫຍ່​ນັ້ນ​ຈະ​ຖືກ​ຂ້າ​ໃນ​ເວລາ​ສູ້ຮົບ​ກັນ. ສັດຕູ​ຈະ​ຂຸດ​ຮ່ອງ​ປ້ອງກັນ​ຕົວ​ແລະ​ສ້າງ​ຄັນຄູ ຕະຫລອດ​ທັງ​ສ້າງ​ກຳແພງ​ອັນ​ແໜ້ນໜາ ເພື່ອ​ປ້ອງກັນ​ໃນ​ການ​ຕໍ່ສູ້​ເຈົ້າ.


ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ບອກ​ຂ້າພະເຈົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ແຕກ​ແລ້ວ.”


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ຂຶ້ນ​ປີໃໝ່ ຊຶ່ງ​ເປັນ​ປີທີ​ຊາວຫ້າ ຫລັງຈາກ​ທີ່​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ອັນ​ກົງ​ກັບ​ປີ​ທີ​ຊາວສີ່​ຫລັງຈາກ​ທີ່​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້. ໃນ​ມື້​ນັ້ນ ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ.


ເຮົາ​ຈະ​ນຳ​ການ​ລົບລາຂ້າຟັນ​ມາ​ເປັນ​ການ​ລົງໂທດ ຍ້ອນ​ວ່າ​ພວກເຈົ້າ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ແລະ​ຖ້າ​ພວກເຈົ້າ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ທີ່​ປອດໄພ ເຮົາ​ກໍ​ຈະ​ສົ່ງ​ໂຣກ​ລະບາດ​ມາ​ໃນ​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ບີບ​ບັງຄັບ​ໃຫ້​ຍອມ​ຈຳນົນ​ແກ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


ດ້ວຍວ່າ, ເວລາ​ຈະ​ມາ​ເຖິງ ເມື່ອ​ສັດຕູ​ຂອງ​ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ ແລະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ.


“ເມື່ອໃດ ເຈົ້າ​ທັງຫລາຍ​ເຫັນ​ກອງທັບ​ຕ່າງໆ ມາ​ຕັ້ງ​ອ້ອມ​ນະຄອນ​ເຢຣູຊາເລັມ ເມື່ອນັ້ນ​ແຫຼະ ພວກເຈົ້າ​ຈະ​ຮູ້​ວ່າ ເມືອງ​ຈະ​ຖືກ​ທຳລາຍ​ໃນ​ໄວໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka