ສ່ວນເຈົ້າ ພວກລູກຊາຍຂອງເຈົ້າຕະຫລອດທັງຄົນຮັບໃຊ້ຂອງເຈົ້າດ້ວຍ ຈົ່ງພາກັນເຮັດໄຮ່ໄຖນາໃສ່ທີ່ດິນນີ້ໃຫ້ຄອບຄົວກະສັດໂຊນນາຍຂອງເຈົ້າ ແລະນຳເອົາຜົນລະປູກມາໃຫ້ ເພື່ອພວກເຂົາຈະມີອາຫານການກິນ. ສ່ວນເມຟີໂບເຊັດນັ້ນ ລາວຈະເປັນແຂກປະຈຳທີ່ໂຕະອາຫານຂອງເຮົາສະເໝີ.” (ຊີບາມີລູກຊາຍສິບຫ້າຄົນ ແລະມີຄົນຮັບໃຊ້ຊາວຄົນ.)