30 ແລະໃນຣາຊການປີທີຊາວສາມຂອງເພິ່ນ ເນບູຊາຣາດານກໍຈັບເອົາໄປມີ ເຈັດຮ້ອຍສີ່ສິບຫ້າຄົນ. ລວມທັງໝົດມີ ສີ່ພັນຫົກຮ້ອຍຄົນ ທີ່ໄດ້ຖືກຈັບໄປ.
ແລ້ວເນບູຊາຣາດານກໍຈັບປະຊາຊົນທີ່ຍັງເຫຼືອຄ້າງຢູ່ໃນເມືອງ, ພວກຄົນງານທີ່ມີຝີມືດີ ທີ່ຍັງເຫລືອຢູ່ ແລະພວກທີ່ມາຍິນຍອມຕໍ່ພວກບາບີໂລນ ໄປເປັນຊະເລີຍທີ່ບາບີໂລນ;
ໃນວັນທີເຈັດ ເດືອນຫ້າ ຂອງປີທີສິບເກົ້າ ໃນຣາຊການຂອງກະສັດເນບູກາເນັດຊາແຫ່ງບາບີໂລນ ເນບູຊາຣາດານຜູ້ເປັນທີ່ປຶກສາ ແລະຜູ້ບັນຊາການກອງທັບຂອງເພິ່ນ ໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ.
ໃນທີ່ສຸດ ເນບູຊາຣາດານ ຜູ້ບັນຊາການທະຫານ ກໍຈັບປະຊາຊົນທີ່ເຫຼືອຢູ່ໃນເມືອງລວມທັງຄົນທີ່ໜີເຂົ້າມາມອບຕົວຕໍ່ເພິ່ນ ໄປເປັນຊະເລີຍທີ່ບາບີໂລນ.
ແລ້ວເນບູຊາຣາດານກໍຈັບເອົາປະຊາຊົນທີ່ເຫຼືອຢູ່ໃນເມືອງໄປທີ່ບາບີໂລນ ຄືບັນດາຊ່າງສີມືທີ່ຍັງເຫລືອຢູ່ ຕະຫລອດທັງພວກທີ່ໄດ້ແຕກໜີມາຫາລາວນັ້ນ.
ໃນຣາຊການປີທີສິບແປດຂອງເພິ່ນມີ ແປດຮ້ອຍສາມສິບສອງຄົນ ຈາກນະຄອນເຢຣູຊາເລັມ;
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: “ຊາດອິດສະຣາເອນຈະຖືກກວາດລ້າງໃຫ້ກ້ຽງ ດັ່ງສວນອະງຸ່ນທີ່ຖືກຄົນເກັບເລັມໃຫ້ຈົນກ້ຽງ. ດັ່ງນັ້ນ ເຈົ້າຕ້ອງຊ່ວຍກູ້ເອົາທຸກໆຄົນ ເທົ່າທີ່ຈະຊ່ວຍໄດ້ໃນເມື່ອຍັງມີເວລາຢູ່.”