Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ​ໂກດຮ້າຍ​ຕໍ່​ຊາວ​ເຢຣູຊາເລັມ ແລະ​ຢູດາ ຈົນ​ພຣະອົງ​ໄດ້​ເນລະເທດ​ພວກເຂົາ​ໜີໄປ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ. ເຈົ້າ​ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:3
19 Jak'a apnaqawi uñst'ayäwi  

ພຣະອົງ​ໄລ່​ຂ້ານ້ອຍ​ໃຫ້​ໜີ​ຈາກ​ບ່ອນ​ທີ່​ທຳມາ​ຫາກິນ ແລະ​ໃຫ້​ຫ່າງໄກ​ຈາກ​ພຣະອົງ. ຂ້ານ້ອຍ​ຈະ​ເປັນ​ຄົນ​ຂາດ​ທີ່​ເພິ່ງ ແລະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ຂ້ານ້ອຍ ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ.”


ກາອິນ​ຈຶ່ງ​ໜີ​ໄກ​ຈາກ​ພຣະພັກ​ພຣະເຈົ້າຢາເວ ໄປ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ໜຶ່ງ​ຊື່​ວ່າ, ແດນ​ພະເນຈອນ.


ຢູ່ມາ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຊາດ​ອິດສະຣາເອນ ຈຶ່ງ​ໃຫ້​ກະສັດ​ດາວິດ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກເຂົາ. ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ຕໍ່​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ນັບ​ເບິ່ງ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ.”


ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ພຣະອົງ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ພໍໃຈ​ນຳ​ທ່ານ​ຫລາຍ​ທີ່ສຸດ ຈຶ່ງ​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ສຳລັບ​ຊາດ​ອິດສະຣາເອນ​ມີ​ຕະຫລອດໄປ ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ ເພື່ອ​ທ່ານ​ຈະ​ຮັກສາ​ກົດບັນຍັດ​ແລະ​ຄວາມ​ຍຸດຕິທຳ​ໄວ້.”


ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ກຳຈັດ​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ​ໂດຍ​ຈົ່ງ​ໄວ້​ແຕ່​ອານາຈັກ​ຢູດາຍ​ພວກດຽວ​ເທົ່ານັ້ນ.


ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ຊາດ​ອິດສະຣາເອນ​ທັງໝົດ ໂດຍ​ລົງໂທດ​ແລະ​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ເຫຼົ່າ​ສັດຕູ​ຜູ້​ໂຫດຫ້ຽມ ຈົນ​ໃນທີ່ສຸດ ພຣະອົງ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ.


ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ, ຕາມ​ທີ່​ພຣະອົງ​ໄດ້​ຕັກເຕືອນ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ເຢຣູຊາເລັມ​ແລະ​ຢູດາ​ຢ່າງໜັກ; ສະນັ້ນ ພຣະອົງ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ໜີ​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ.


ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູກາເນັດຊາ ຜູ້​ທີ່​ໄດ້​ບັງຄັບ​ເພິ່ນ​ໃຫ້​ສາບານ​ໂດຍ​ພຣະເຈົ້າ​ວ່າ​ຈະ​ຍອມ​ສັດຊື່. ເພິ່ນ​ດື້ດຶງ​ບໍ່ຍອມ​ກັບໃຈ​ໃໝ່ ແລະ​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ທ່ານ​ຈົ່ງ​ອອກ​ຄຳສັ່ງ​ໃຫ້​ຄົ້ນຫາ​ເອກະສານ ຊຶ່ງ​ບັນພະບຸລຸດ​ຂອງທ່ານ​ໄດ້​ເກັບມ້ຽນ​ໄວ້. ຖ້າ​ທ່ານ​ຄົ້ນເບິ່ງ ທ່ານ​ກໍ​ຈະ​ເຫັນ​ວ່າ ເມືອງ​ນີ້​ໄດ້​ເກີດ​ມີ​ການ​ກະບົດ​ຢູ່​ເລື້ອຍໆ ແລະ​ຕັ້ງແຕ່​ສະໄໝ​ກ່ອນ​ເປັນ​ຕົ້ນ​ມາ ບັນດາ​ກະສັດ​ແລະ​ບັນດາ​ຜູ້ປົກຄອງ​ແຂວງ​ໄດັ​ຮັບ​ຄວາມ​ເດືອດຮ້ອນ​ຢູ່​ສະເໝີ. ປະຊາຊົນ​ກໍ​ເປັນ​ຜູ້​ທີ່​ປົກຄອງ​ຍາກ. ດ້ວຍເຫດນີ້ ເມືອງ​ນີ້​ຈຶ່ງ​ຖືກ​ທຳລາຍ.


ເມື່ອ​ປະເທດ​ຊາດ​ເຮັດ​ບາບ ກໍ​ຈະ​ມີ​ຜູ້ປົກຄອງ​ຄົນ​ໃໝ່​ແລ້ວ​ຄົນ​ໃໝ່​ອີກ​ຕໍ່ໄປ. ແຕ່​ປະເທດ​ຊາດ​ຈະ​ເຂັ້ມແຂງ​ແລະ​ໝັ້ນຄົງ ເມື່ອ​ມີ​ຜູ້ນຳ​ທີ່​ສະຫລາດ​ແລະ​ຢັ່ງຮູ້.


ປະເທດ​ເດືອດຮ້ອນ​ເມື່ອ​ກະສັດ​ຍັງ​ໜຸ່ມແໜ້ນ ແລະ​ບັນດາ​ຜູ້ນຳ​ກໍ​ກິນລ້ຽງ​ຈົນຮອດ​ແຈ້ງ​ແລະ​ດື່ມ​ຈົນ​ເມົາ.


ເຮົາ​ຈະ​ຍົກ​ຊາວ​ເອຢິບ​ໃຫ້​ແກ່​ນັກ​ກົດຂີ່​ຄົນ​ໜຶ່ງ ຄື​ໃຫ້​ກະສັດ​ທີ່​ໂຫດຫ້ຽມ​ຜູ້ໜຶ່ງ​ທີ່​ຈະ​ປົກຄອງ​ພວກເຂົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໃກ້​ຈະ​ເອົາ​ທຸກສິ່ງ​ແລະ​ທຸກຄົນ​ທີ່​ປະຊາຊົນ​ເພິ່ງພາ​ອາໄສ​ໄດ້​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ. ສິ່ງ​ທີ່​ພຣະອົງ​ກຳລັງ​ຈະ​ເອົາ​ໄປ​ຈາກ​ພວກເຂົາ​ມີ​ດັ່ງນີ້: ເຂົ້າຈີ່​ແລະ​ນໍ້າ​ດື່ມ,


ເຂົາ​ຖາມ​ວ່າ, “ທ່ານ​ຄິດ​ວ່າ​ຖ້ອຍຄຳ​ແທນ​ຄວາມ​ຊຳນານ ແລະ​ອຳນາດ​ທາງ​ທະຫານ​ໄດ້​ບໍ? ທ່ານ​ຄິດ​ວ່າ​ສິ່ງນັ້ນ​ຊ່ວຍ​ທ່ານ​ໃຫ້​ກະບົດ​ຕໍ່​ອັດຊີເຣຍ​ໄດ້​ຊັ້ນບໍ?


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ສາຍຕາ​ຂອງເຮົາ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ເອຟຣາອິມ ພີ່ນ້ອງ​ຂອງເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka