Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:26 - ພຣະຄຳພີສັກສິ

26 ເນບູຊາຣາດານ​ໄດ້​ຈັບ​ພວກເຂົາ​ໄປ​ຫາ​ກະສັດ​ແຫ່ງ​ບາບີໂລນ

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:26
6 Jak'a apnaqawi uñst'ayäwi  

ຣາຊການ​ຂອງ​ເພິ່ນ​ໄດ້​ສິ້ນສຸດ​ລົງ ເມື່ອ​ເຈົ້າ​ເນໂກ​ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ຣິບລາ​ໃນ​ດິນແດນ​ຮາມັດ ແລະ​ທັງ​ໄດ້​ບັງຄັບ​ຊາວ​ຢູດາ​ໃຫ້​ຈ່າຍ​ເງິນ​ເປັນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ​ຄຳ​ສາມສິບສີ່​ກິໂລກຼາມ ເພື່ອ​ເປັນ​ເຄື່ອງ​ບັນນາການ.


ເນບູຊາຣາດານ​ໄດ້​ຈັບ​ພວກເຂົາ​ໄປ​ຫາ​ກະສັດ​ແຫ່ງ​ບາບີໂລນ​ທີ່​ເມືອງ​ຣິບລາ


ໃນ​ວັນ​ທີ​ເຈັດ ເດືອນ​ຫ້າ ຂອງ​ປີ​ທີ​ສິບເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເນບູກາເນັດຊາ​ແຫ່ງ​ບາບີໂລນ ເນບູຊາຣາດານ​ຜູ້​ເປັນ​ທີ່ປຶກສາ ແລະ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ.


ແຕ່​ກອງທັບ​ພວກ​ບາບີໂລນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ແລະ​ຈັບ​ກະສັດ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ໃກ້​ກັບ​ເມືອງ​ເຢຣິໂກ. ແລ້ວ​ພວກເຂົາ​ກໍ​ນຳ​ເພິ່ນ​ໄປ​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ຢູ່​ທີ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.


ໃນທີ່ສຸດ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ກໍ​ຈັບ​ປະຊາຊົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ລວມທັງ​ຄົນ​ທີ່​ໜີ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ເພິ່ນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ຕໍ່ຈາກນັ້ນ ຈະ​ເລີຍ​ລົງ​ໄປ​ທາງໃຕ້​ເຖິງ​ຣິບລາ ທາງ​ຕາເວັນອອກ​ຂອງ​ອາອິນ ແລະ​ຂຶ້ນ​ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ຝັ່ງ​ທະເລສາບ​ຄາລິເລ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka