ເຢເຣມີຢາ 52:21 - ພຣະຄຳພີສັກສິ21-22 ເສົາສອງຕົ້ນຢ່າງດຽວກັນ ຄືແຕ່ລະເສົາສູງແປດແມັດ ແລະລວງກົມຫ້າແມັດສາມສິບເຊັນ. ຂ້າງໃນໂຄ່ງ ແລະເນື້ອໂລຫະໜາເຈັດສິບຫ້າມີລີແມັດ. ເທິງຍອດຂອງເສົາແຕ່ລະຕົ້ນມີຫົວເປັນທອງສຳຣິດ ສູງສອງແມັດຊາວເຊັນ ແລະອ້ອມຮອບເສົານັ້ນ ລ້ວນແຕ່ເປັນຕາໜ່າງທອງສຳຣິດ ແລະປະດັບປະດາດ້ວຍຮູບໝາກພີລາທີ່ເປັນທອງສຳຣິດເຊັ່ນກັນ. Uka jalj uñjjattʼäta |