Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:18 - ພຣະຄຳພີສັກສິ

18 ພວກເຂົາ​ຍັງ​ໄດ້​ຂົນ​ເອົາ​ຊ້ວນ ແລະ​ກ່ອງ​ໃສ່ຂີ້ເຖົ່າ​ທີ່​ໃຊ້​ສຳລັບ​ທຳ​ຄວາມ​ສະອາດ​ທີ່​ແທ່ນບູຊາ, ເຄື່ອງໃຊ້​ໃນ​ການ​ບົວລະບັດ​ຕະກຽງ, ອ່າງ​ໃສ່​ເລືອດ​ຈາກ​ເຄື່ອງ​ຖວາຍບູຊາ, ອ່າງ​ສຳລັບ​ໃຊ້​ເຜົາ​ເຄື່ອງຫອມ ແລະ​ເຄື່ອງ​ທອງສຳຣິດ​ອື່ນໆ​ທັງໝົດ ຊຶ່ງ​ໃຊ້​ສຳລັບ​ພິທີ​ຕ່າງໆ​ຢູ່​ໃນ​ພຣະວິຫານ​ໄປ​ດ້ວຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:18
27 Jak'a apnaqawi uñst'ayäwi  

ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ​ຖ້ວຍ. ລາວ​ສ້າງ​ທຸກສິ່ງ ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃຫ້​ກະສັດ​ໂຊໂລໂມນ​ເປັນ​ທີ່​ສຳເລັດ. ລາວ​ໄດ້​ສ້າງ​ສິ່ງ​ດັ່ງ​ຕໍ່ໄປນີ້: ເສົາ​ສອງ​ຕົ້ນ ຫົວເສົາ​ຮັບ​ເພດານ​ສອງ​ອັນ​ທີ່​ເປັນ​ຮູບ​ຖ້ວຍ ສາຍສ້ອຍ​ທີ່​ຖັກ​ເປັນ​ລາຍ​ຮູບ​ໂສ້​ຂອງ​ແຕ່ລະ​ເສົາ ຮູບ​ໝາກ​ພິລາ​ທອງສຳຣິດ​ສີ່ຮ້ອຍ​ໜ່ວຍ ແຖວ​ລະ​ຮ້ອຍ​ໜ່ວຍ​ເປັນ​ສອງ​ແຖວ​ອ້ອມ​ແຕ່ລະ​ເສົາ ກວຽນ​ສິບ​ລຳ ອ່າງ​ສິບ​ໜ່ວຍ ຂັນ​ໃຫຍ່ ຮູບ​ງົວ​ສິບສອງ​ໂຕ​ສຳລັບ​ຄໍ້າ​ຂັນ​ໃຫຍ່ ໝໍ້, ຊ້ວານ ແລະ​ຖ້ວຍ. ເຄື່ອງ​ທຸກຢ່າງ​ສຳລັບ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ຮູຣາມ​ໄດ້​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ນັ້ນ ເປັນ​ທອງສຳຣິດ​ທີ່​ຂັດ​ຢ່າງດີ​ທັງນັ້ນ.


ຈອກ, ມີດຕັດ​ສຳລັບ​ຕັດ​ໃສ້ຕະກຽງ, ຊາມ, ຖ້ວຍ​ສຳລັບ​ໃສ່​ເຄື່ອງຫອມ, ໝໍ້​ສຳລັບ​ໃສ່​ຖ່ານໄຟ​ແດງ, ບານພັບ​ປະຕູ​ບ່ອນ​ສັກສິດ​ທີ່ສຸດ ແລະ​ບານພັບ​ປະຕູ​ທາງ​ນອກ​ພຣະວິຫານ. ສິ່ງ​ເຫຼົ່ານີ້​ໄດ້​ໃຊ້​ຄຳ​ເຮັດ​ທັງໝົດ.


ເພິ່ນ​ຍັງ​ແນະນຳ​ວ່າ​ຈະ​ໃຊ້​ຄຳ​ເທົ່າໃດ​ເພື່ອ​ເຮັດ​ສ້ອມ, ຖ້ວຍ ແລະ​ໄຫ, ຕະຫລອດ​ທັງ​ຈະ​ໃຊ້​ເງິນ​ແລະ​ຄຳ​ເທົ່າໃດ​ສຳລັບ​ເຮັດ​ຈານ,


ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ​ຖ້ວຍ. ລາວ​ໄດ້​ເຮັດ​ໝົດ​ທຸກສິ່ງ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ກັບ​ກະສັດ​ໂຊໂລໂມນ​ວ່າ ຈະ​ເຮັດ​ໃຫ້​ສຳເລັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້:


ໝໍ້, ຊວ້ານ ແລະ​ສ້ອມ. ຮູຣາມ​ນາຍ​ຊ່າງສີມື​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ດ້ວຍ​ທອງສຳຣິດ​ເພື່ອ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສັ່ງ​ທຸກປະການ.


ມີດຕັດ​ໄສ້ຕະກຽງ, ຖ້ວຍ, ຊາມ​ຮອງ​ເຄື່ອງຫອມ ແລະ​ໝໍ້ຂາງ​ທີ່​ໃສ່​ຖ່ານໄຟ​ແດງ. ສິ່ງ​ທັງໝົດ​ນີ້​ໄດ້​ເຮັດ​ດ້ວຍ​ຄຳສົດ. ປະຕູ​ຂ້າງ​ນອກ​ຂອງ​ພຣະວິຫານ ແລະ​ປະຕູ​ຂອງ​ພຣະວິຫານ​ເຂົ້າ​ໄປ​ສະຖານທີ່​ສັກສິດ​ທີ່ສຸດ ກໍໄດ້​ໂອບ​ດ້ວຍ​ຄຳ​ເຊັ່ນກັນ.


ພວກເຂົາ​ໄດ້​ເຮັດ​ໂຕະ ສິບ​ໜ່ວຍ ແລະ​ໄດ້​ນຳ​ໄປ​ຕັ້ງ​ໄວ້​ໃນ​ຫ້ອງ​ໂຖງ​ຂອງ​ພຣະວິຫານ​ຄື​ກັນ ຂ້າງ​ຂວາ​ຫ້າ​ໜ່ວຍ ແລະ​ຂ້າງ​ຊ້າຍ​ຫ້າ​ໜ່ວຍ. ພວກເຂົາ​ຍັງ​ໄດ້​ເຮັດ​ຖ້ວຍ​ຄຳ​ໜຶ່ງຮ້ອຍ​ໃບ.


ຖ້ວຍ​ນ້ອຍ​ເປັນ​ຄຳ 30 ໃບ ຖ້ວຍ​ນ້ອຍ​ເປັນ​ເງິນ 410 ໃບ ເຄື່ອງໃຊ້​ອື່ນໆ 1.000 ໃບ


ສ່ວນ​ຈານ, ຈອກ, ໄຫ ແລະ​ຖ້ວຍ​ເພື່ອ​ໃຊ້​ໃນ​ການ​ຖວາຍບູຊາ​ເຫຼົ້າ​ອະງຸ່ນ​ນັ້ນ ຂອງ​ເຫຼົ່ານີ້​ໃຫ້​ເຮັດ​ດ້ວຍ​ຄຳສົດ.


ຄີມ​ຄີບ​ໄສ້​ຕະກຽງ​ແລະ​ຖາດ​ໃສ່​ຄີມ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຄຳສົດ.


ຈົ່ງ​ເຮັດ​ໝໍ້​ໃສ່​ຂີ້ເຖົ່າ​ຂອງ​ໄຂມັນ, ເຮັດ​ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ. ເຄື່ອງໃຊ້​ເຫຼົ່ານີ້ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງໝົດ.


ສຳລັບ​ເຄື່ອງໃຊ້​ເທິງ​ໂຕະ​ເພື່ອ​ຖອກ​ຖວາຍ​ເຄື່ອງ​ດື່ມ​ບູຊາ​ເຊັ່ນ: ຈານ, ຈອກ, ໄຫ, ແລະ​ຖ້ວຍ ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳສົດ​ທັງໝົດ.


ລາວ​ໄດ້​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຫລັກ​ຮອງ​ຕະກຽງ​ນັ້ນ ສ່ວນ​ຄີມ​ຄີບ​ໄສ້ຕະກຽງ ແລະ​ຖາດ​ໃສ່​ຄີມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳສົດ.


ສ່ວນ​ເຄື່ອງໃຊ້​ສຳລັບ​ແທ່ນ​ເຊັ່ນ: ໝໍ້, ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ​ນັ້ນ ເຮັດ​ດ້ວຍ​ທອງສຳຣິດ.


ແລ້ວ​ໃຫ້​ເອົາ​ເຄື່ອງໃຊ້​ປະຈຳ​ແທ່ນບູຊາ​ເຊັ່ນ: ຖາດ​ຮອງໄຟ, ຂໍເກາະ, ຊ້ວນ ແລະ​ອ່າງ​ວາງ​ໃສ່​ເທິງ​ນັ້ນ. ແລ້ວ​ຈຶ່ງ​ເອົາ​ໜັງ​ຢ່າງດີ​ປົກ​ອີກເທື່ອໜຶ່ງ ແລະ​ສອດ​ໄມ້​ຄານຫາມ​ໃສ່.


ຕ້ອງ​ປູ​ຜ້າ​ສີຟ້າ​ລົງ​ເທິງ​ໂຕະ​ກ່ອນ ຊຶ່ງ​ມີ​ເຂົ້າຈີ່​ຖວາຍ​ວາງ​ໄວ້​ທີ່​ນັ້ນ ແລ້ວ​ຈຶ່ງ​ເອົາ​ຊາມ, ຈານ​ເຄື່ອງຫອມ, ຈານ​ໃສ່​ເຄື່ອງ​ຖວາຍ ແລະ​ຈອກ​ໃສ່​ເຫຼົ້າ​ອະງຸ່ນ​ສຳລັບ​ຖວາຍ ວາງ​ໃສ່​ເທິງ​ໂຕະ. ສ່ວນ​ເຂົ້າຈີ່​ນັ້ນ ຈະ​ຕ້ອງ​ມີ​ຢູ່​ເທິງ​ໂຕະ​ສະເໝີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka