Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:17 - ພຣະຄຳພີສັກສິ

17 ຊາວ​ບາບີໂລນ​ໄດ້​ທັບ​ເສົາ ແລະ​ລົດລໍ້​ເປັນ​ທອງສຳຣິດ ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເປັນ​ປ່ຽງໆ ພ້ອມ​ທັງ​ຂັນ​ໃຫຍ່​ເປັນ​ທອງສຳຣິດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ພວກເຂົາ​ໄດ້​ຂົນ​ເອົາ​ໄປ​ນະຄອນ​ບາບີໂລນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:17
12 Jak'a apnaqawi uñst'ayäwi  

ຈອກ, ມີດຕັດ​ສຳລັບ​ຕັດ​ໃສ້ຕະກຽງ, ຊາມ, ຖ້ວຍ​ສຳລັບ​ໃສ່​ເຄື່ອງຫອມ, ໝໍ້​ສຳລັບ​ໃສ່​ຖ່ານໄຟ​ແດງ, ບານພັບ​ປະຕູ​ບ່ອນ​ສັກສິດ​ທີ່ສຸດ ແລະ​ບານພັບ​ປະຕູ​ທາງ​ນອກ​ພຣະວິຫານ. ສິ່ງ​ເຫຼົ່ານີ້​ໄດ້​ໃຊ້​ຄຳ​ເຮັດ​ທັງໝົດ.


ເວລາ​ໜຶ່ງ​ຈະ​ມາ​ເຖິງ​ທີ່​ທຸກໆ​ສິ່ງ​ຢູ່​ໃນ​ວັງ​ນີ້ ຄື​ທຸກໆ​ສິ່ງ​ທີ່​ປູ່ຍ່າຕາຍາຍ​ຂອງທ່ານ​ໄດ້​ສະສົມ​ໄວ້​ຈົນເທົ່າ​ທຸກ​ວັນນີ້ ຈະ​ຖືກ​ຂົນ​ໄປ​ສູ່​ບາບີໂລນ ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ກະສັດ​ແຫ່ງ​ບາບີໂລນ​ໄດ້​ປຸ້ນສະດົມ​ວິຫານ​ຂອງ​ພຣະເຈົ້າ, ຊັບສົມບັດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ກະສັດ​ຕະຫລອດ​ທັງ​ຂອງ​ພວກ​ຂ້າຣາຊການ ແລະ​ນຳ​ເອົາ​ສິ່ງຂອງ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.


ເຄື່ອງ​ທອງສຳຣິດ​ຕ່າງໆ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ສຳລັບ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ດັ່ງນີ້: ເສົາ​ສອງ​ຕົ້ນ, ລົດລໍ້, ຂັນ​ໃຫຍ່ ແລະ​ຮູບປັ້ນ​ຂອງ​ງົວເຖິກ​ສິບສອງ​ໂຕ​ທີ່​ໃຊ້​ຄໍ້າຂັນ​ນັ້ນ ສິ່ງ​ເຫຼົ່ານີ້​ໜັກ​ຈົນ​ສັ່ງ​ບໍ່ໄດ້.


ພວກ​ສັດຕູ​ເຂົ້າ​ມາ​ປຸ້ນ​ມາ​ລັກ​ເອົາ ຊັບສົມບັດ​ທັງໝົດ​ທີ່​ນາງ​ມີ​ຢູ່​ນັ້ນ. ນາງ​ໄດ້​ເຫັນ​ພວກ​ສັດຕູ​ເຂົ້າ​ໄປ​ໃນ​ພຣະວິຫານ ທີ່​ພຣະເຈົ້າ​ຫ້າມປາມ​ບໍ່​ໃຫ້​ຄົນຕ່າງຊາດ​ເຂົ້າ.


ມີ​ຂັ້ນໄດ​ນຳ​ຂຶ້ນ​ໄປ​ສູ່​ຫ້ອງ​ປະຕູ​ເຂົ້າ ຊຶ່ງ​ກວ້າງ​ສິບ​ແມັດ ແລະ​ເລິກ​ຫົກ​ແມັດ. ທີ່​ທາງ​ເຂົ້າ​ມີ​ເສົາ​ສອງ​ຕົ້ນ​ຊຶ່ງ​ຕັ້ງ​ຢູ່​ຂ້າງລະ​ເສົາ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka