Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:15 - ພຣະຄຳພີສັກສິ

15 ແລ້ວ​ເນບູຊາຣາດານ​ກໍ​ຈັບ​ເອົາ​ປະຊາຊົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ໄປ​ທີ່​ບາບີໂລນ ຄື​ບັນດາ​ຊ່າງສີມື​ທີ່​ຍັງເຫລືອ​ຢູ່ ຕະຫລອດ​ທັງ​ພວກ​ທີ່​ໄດ້​ແຕກ​ໜີ​ມາ​ຫາ​ລາວ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:15
7 Jak'a apnaqawi uñst'ayäwi  

ແລ້ວ​ເນບູຊາຣາດານ​ກໍ​ຈັບ​ປະຊາຊົນ​ທີ່​ຍັງ​ເຫຼືອ​ຄ້າງ​ຢູ່​ໃນ​ເມືອງ, ພວກ​ຄົນງານ​ທີ່​ມີ​ຝີມື​ດີ ທີ່​ຍັງເຫລືອ​ຢູ່ ແລະ​ພວກ​ທີ່​ມາ​ຍິນຍອມ​ຕໍ່​ພວກ​ບາບີໂລນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ;


ໃນ​ວັນ​ທີ​ເຈັດ ເດືອນ​ຫ້າ ຂອງ​ປີ​ທີ​ສິບເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເນບູກາເນັດຊາ​ແຫ່ງ​ບາບີໂລນ ເນບູຊາຣາດານ​ຜູ້​ເປັນ​ທີ່ປຶກສາ ແລະ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ.


ຕໍ່ມາ ໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ ເມື່ອ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ. ຫລັງຈາກ​ນັ້ນ ພຣະອົງ​ກໍໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ​ຕັ້ງ​ຫລາຍ​ເທື່ອ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ. ໃນ​ເດືອນ​ທີ​ຫ້າ​ຂອງ​ປີ​ນັ້ນ​ເອງ ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ໃນທີ່ສຸດ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ກໍ​ຈັບ​ປະຊາຊົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ລວມທັງ​ຄົນ​ທີ່​ໜີ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ເພິ່ນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ຈົ່ງ​ບອກ​ພວກເຂົາ​ວ່າ, ‘ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ຂອງ​ເຫດການ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ຄື​ພວກເຂົາ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.’


ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka