Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:14 - ພຣະຄຳພີສັກສິ

14 ພວກ​ທະຫານ​ຊາວ​ບາບີໂລນ​ທັງໝົດ​ທີ່​ຢູ່​ກັບ​ຜູ້​ບັງຄັບ​ບັນຊາ​ຮັກສາ​ພະອົງ​ກໍໄດ້​ພັງ​ກຳແພງ​ເມືອງ​ລົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:14
6 Jak'a apnaqawi uñst'ayäwi  

ພວກ​ທະຫານ​ຂອງ​ລາວ​ໄດ້​ຮື້​ກຳແພງ​ອ້ອມຮອບ​ເຢຣູຊາເລັມ​ລົງ.


ພວກເຂົາ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, ພວກ​ທີ່​ລອດຊີວິດ​ກັບ​ມາ​ສູ່​ຖິ່ນຖານ​ເດີມ​ນັ້ນ ໄດ້​ຮັບ​ຄວາມ​ລຳບາກ​ຫລາຍ ແລະ​ຄົນຕ່າງຊາດ​ທີ່​ຢູ່​ໃກ້ຄຽງ​ກໍ​ດູໝິ່ນ​ປະໝາດ​ພວກເຂົາ. ພວກເຂົາ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ, “ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຍັງ​ພັງ​ທະລາຍ​ຢູ່ ແລະ​ປະຕູ​ຂອງ​ກຳແພງ​ເມືອງ​ກໍ​ຍັງ​ບໍ່​ທັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່ ຕັ້ງແຕ່​ສະໄໝ​ຖືກ​ຈູດ​ພຸ້ນ.”


ໃນຂະນະ​ດຽວກັນ​ນັ້ນ ພວກ​ບາບີໂລນ​ກໍໄດ້​ຈູດ​ຣາຊວັງ​ແລະ​ເຮືອນ​ຂອງ​ປະຊາຊົນ ພ້ອມ​ທັງ​ກຳແພງ​ນະຄອນ​ເຢຣູຊາເລັມ​ລົງ​ໃຫ້​ພິນາດ.


ພຣະອົງ​ໄດ້​ທຳລາຍ​ຫໍເຕັນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ ຄື​ເປັນດັ່ງ​ສວນ​ຮ້າງ ພຣະອົງ​ໄດ້​ທຳລາຍ​ສະຖານທີ່​ນະມັດສະການ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊີໂອນ​ລືມ​ເທດສະການ​ສັກສິດ​ແລະ​ວັນຊະບາໂຕ. ພຣະອົງ​ຊົງ​ເຄ່ຍ​ກະສັດ​ແລະ​ປະໂຣຫິດ​ຖິ້ມ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.


ເຫຼົ່າ​ສັດຕູ​ຈະ​ຢຶດເອົາ​ຊັບສົມບັດ​ແລະ​ສິນຄ້າ​ຂອງ​ເຈົ້າ​ໄປ. ພວກເຂົາ​ຈະ​ຮື້​ກຳແພງ​ແລະ​ທຳລາຍ​ເຮືອນ​ອັນ​ສວຍງາມ​ຂອງ​ເຈົ້າ. ພວກເຂົາ​ຈະ​ເອົາ​ກ້ອນຫີນ​ກັບ​ທ່ອນ​ໄມ້​ແລະ​ເສດ​ດິນຈີ່ ຖິ້ມ​ລົງ​ໃນ​ທະເລ.


ຕໍ່ມາ ດານີເອນ​ໄດ້​ໄປ​ຫາ​ອາຣີໂອກ ຜູ້​ບັນຊາການ​ທະຫານ​ຍາມ​ປະຈຳ​ກະສັດ ຄື​ຜູ້​ທີ່​ຮັບ​ສັ່ງ​ໃຫ້​ດຳເນີນການ​ປະຫານ. ດານີເອນ​ໄດ້​ໃຊ້​ຄຳເວົ້າ​ຢ່າງ​ລະມັດ​ລະວັງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka