Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:11 - ພຣະຄຳພີສັກສິ

11 ຫລັງຈາກ​ນັ້ນ ເພິ່ນ​ໄດ້​ຄວັດ​ແກ່ນຕາ​ຂອງ​ເຈົ້າ​ເຊເດກີຢາ ພ້ອມ​ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ທີ່​ນະຄອນ​ບາບີໂລນ. ເຈົ້າ​ເຊເດກີຢາ​ໄດ້​ຖືກ​ຄຸກ​ຢູ່​ໃນ​ນະຄອນ​ບາບີໂລນ​ຈົນເຖິງ​ເພິ່ນ​ຕາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:11
7 Jak'a apnaqawi uñst'ayäwi  

ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ຫລັງຈາກ​ນັ້ນ​ແລ້ວ ເພິ່ນ​ກໍໄດ້​ຄວັດ​ໜ່ວຍ​ຕາ​ເຈົ້າ​ເຊເດກີຢາ​ອອກ ແລະ​ເອົາ​ໂສ້​ລ່າມ​ເພິ່ນ​ໄວ້​ເພື່ອ​ຈະ​ນຳ​ໄປ​ບາບີໂລນ.


ພຣະອົງ​ໄດ້​ທຳລາຍ​ຫໍເຕັນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ ຄື​ເປັນດັ່ງ​ສວນ​ຮ້າງ ພຣະອົງ​ໄດ້​ທຳລາຍ​ສະຖານທີ່​ນະມັດສະການ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊີໂອນ​ລືມ​ເທດສະການ​ສັກສິດ​ແລະ​ວັນຊະບາໂຕ. ພຣະອົງ​ຊົງ​ເຄ່ຍ​ກະສັດ​ແລະ​ປະໂຣຫິດ​ຖິ້ມ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.


ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ກະສັດ​ຜູ້​ນີ້​ກໍ​ຈະ​ຕາຍ​ໃນ​ບາບີໂລນ​ສັນນັ້ນ; ເພາະ​ລາວ​ໄດ້​ລະເມີດ​ຄຳ​ສາບານ ແລະ​ຄຳໝັ້ນ​ສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ກະສັດ​ແຫ່ງ​ບາບີໂລນ ຜູ້​ທີ່​ໄດ້​ຕັ້ງ​ລາວ​ຂຶ້ນ​ນັ່ງ​ບັນລັງ​ນັ້ນ.


ພວກເຂົາ​ຈະ​ໂຈມຕີ​ເຈົ້າ​ຈາກ​ທາງ​ທິດເໜືອ ໂດຍ​ນຳ​ກອງທັບ​ໃຫຍ່ ພ້ອມ​ທັງ​ລົດຮົບ​ກັບ​ກອງກວຽນ​ສະບຽງ​ອາຫານ​ມາ​ດ້ວຍ. ທະຫານ​ເຫຼົ່ານີ້​ມີ​ທັງ​ໂລ້​ແລະ​ໝວກ​ເຫຼັກ​ປ້ອງກັນ ພວກເຂົາ​ຈະ​ປິດລ້ອມ​ເຈົ້າ​ໄວ້. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ຕັດສິນ​ເຈົ້າ​ຕາມ​ກົດໝາຍ​ຂອງ​ພວກເຂົາ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka