Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 52:1 - ພຣະຄຳພີສັກສິ

1 ເຈົ້າ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ. ນາງ​ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 52:1
12 Jak'a apnaqawi uñst'ayäwi  

ເຈົ້າ​ເຢໂຮອາຮາດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວສາມ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສາມ​ເດືອນ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.


ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.


ແລ້ວ​ເຈົ້າ​ເຊເດກີຢາ​ກໍໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ດັ່ງນັ້ນ ເນບູ​ກາດເນັດຊາ​ຈຶ່ງ​ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ທີ​ສິບ ເດືອນ​ສິບ ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ. ພວກເຂົາ​ໄດ້​ຕັ້ງ​ຄ້າຍ​ຕາມ​ນອກເມືອງ ແລະ​ກໍ່ສ້າງ​ກຳແພງ​ປິດລ້ອມ​ເມືອງ​ໄວ້.


ຕັ້ງແຕ່​ນັ້ນ​ມາ ເອໂດມ​ກໍ​ບໍ່ໄດ້​ຂຶ້ນ​ກັບ ອານາຈັກ​ຢູດາຍ​ອີກ​ຕໍ່ໄປ. ໃນ​ໄລຍະ​ເວລາ​ດຽວກັນນີ້ ເມືອງ​ລິບນາ​ກໍ​ເປັນ​ກະບົດ​ດ້ວຍ.


ເຈົ້າ​ເຊເດກີຢາ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ.


ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ແຫ່ງ​ອັດຊີເຣຍ​ຮູ້​ວ່າ ກະສັດ​ໄດ້​ຈາກ​ເມືອງ​ລາກິດ​ໄປ​ແລ້ວ ແລະ​ກຳລັງ​ສູ້ຮົບ​ກັບ​ເມືອງ​ລິບນາ​ທີ່​ຢູ່​ໃກ້​ນັ້ນ; ສະນັ້ນ ຂ້າຣາຊການ​ຈຶ່ງ​ໄປ​ທີ່​ນັ້ນ​ເພື່ອ​ປຶກສາ​ຫາລື​ກັບ​ເພິ່ນ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ເມື່ອ​ເຈົ້າ​ເຊເດກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ໃຫ້​ປັດຊູ ລູກຊາຍ​ຂອງ​ມັນກີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຫາ​ເພິ່ນ ພວກເຂົາ​ໄດ້ກ່າວ​ວ່າ,


ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຍົກ​ກອງທັບ​ທັງໝົດ​ຂອງຕົນ ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສິບ​ຂອງ​ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ.


ຜູ້ຮັບໃຊ້​ສ່ວນຕົວ​ຂອງ​ກະສັດ​ເຊເດກີຢາ​ແມ່ນ​ເສຣາອີຢາ​ລູກຊາຍ​ຂອງ​ເນຣິຢາ​ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ເສຣາອີຢາ​ໄດ້​ໄປ​ທີ່​ບາບີໂລນ​ກັບ​ເພິ່ນ ແລະ​ຂ້າພະເຈົ້າ​ກໍໄດ້​ໃຫ້​ຄຳແນະນຳ​ລາວ​ບາງ​ຢ່າງ.


ພວກເຂົາ​ຈະ​ໃຊ້​ດາບ​ທຳຮ້າຍ​ຊົນຊາດ​ຕ່າງໆ ສືບໄປ​ຢ່າງ​ບໍ່ມີ​ຄວາມ​ເມດຕາ​ບໍ?


ຫລັງຈາກ​ນັ້ນ ໂຢຊວຍ​ພ້ອມ​ທັງ​ທະຫານ​ຂອງ​ເພິ່ນ​ກໍໄດ້​ອອກ​ຈາກ​ເມືອງ​ມັກເກດາ ແລະ​ເດີນທາງ​ໄປ​ໂຈມຕີ​ເມືອງ​ລິບນາ.


ມີ​ເມືອງ​ຕ່າງໆ​ອີກ​ດັ່ງນີ້: ລິບນາ, ເອເທ, ອາຊານ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka