Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:9 - ພຣະຄຳພີສັກສິ

9 ຊາວ​ຕ່າງດ້າວ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ພະຍາຍາມ​ຊ່ວຍ​ບາບີໂລນ ແຕ່​ຊ້າ​ເກີນ​ໄປ​ສາ​ແລ້ວ. ບັດນີ້ ປ່ອຍ​ສາເທາະ ແລະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ສາ. ພຣະເຈົ້າ​ລົງໂທດ​ບາບີໂລນ​ດ້ວຍ​ຣິດທານຸພາບ​ທັງໝົດ​ຂອງ​ພຣະອົງ ແລະ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:9
13 Jak'a apnaqawi uñst'ayäwi  

ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເດັດ. ລາວ​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ຊາມາເຣຍ. ລາວ​ມາ​ພົບ​ກອງທັບ​ອິດສະຣາເອນ ທີ່​ກຳລັງ​ກັບ​ເຂົ້າ​ມາ​ໃນ​ເມືອງ ພ້ອມ​ທັງ​ຊະເລີຍເສິກ​ຊາວ​ຢູດາ. ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ໄດ້​ໂກດຮ້າຍ​ຊາວ​ຢູດາ ແລະ​ໃຫ້​ພວກທ່ານ​ເອົາ​ຊະນະ​ພວກເຂົາ. ແຕ່​ບັດນີ້ ພຣະອົງ​ໄດ້ຍິນ​ວ່າ ພວກທ່ານ​ໄດ້​ສັງຫານ​ພວກເຂົາ​ຢ່າງ​ໂຫດຮ້າຍ.


ຂ້າພະເຈົ້າ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ລະອາຍ​ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ຕໍ່ໜ້າ​ພຣະອົງ. ບາບ​ຂອງ​ພວກ​ຂ້ານ້ອຍ​ສູງ​ຂຶ້ນ​ເໜືອ​ຫົວ​ແລ້ວ; ມັນ​ສູງ​ຈຸ​ຟ້າ​ສະຫວັນ.


ພວກ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ບາບີໂລນ ຈະ​ແລ່ນ​ປົບໜີໄປ​ສູ່​ບ້ານເມືອງ​ຂອງ​ພວກເຂົາ​ໂດຍ​ກະຈັດ​ກະຈາຍ​ໄປ ດັ່ງ​ກວາງ​ປົບ​ຄົນ​ໂຫ່ເນື້ອ ແລະ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້ລ້ຽງ.


ນີ້ແຫລະ ແມ່ນ​ສິ່ງ​ດີ​ທີ່​ພວກເຂົາ​ຈະ​ເຮັດ​ຕໍ່​ເຈົ້າ​ຄື ບັນດາ​ໝໍໂຫນ​ໝໍທວາຍ​ທີ່​ເຈົ້າ​ຂໍ​ຄຳ​ປຶກສາ​ມາ​ຕະຫລອດ ພວກເຂົາ​ຈະ​ປະຖິ້ມ​ເຈົ້າ ແລະ​ໜີໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.”


ບັນດາ​ທະຫານ​ຂອງ​ພວກເຈົ້າ​ໄດ້​ສະດຸດ​ລົ້ມລົງ ແຕ່ລະຄົນ​ກໍ​ເວົ້າ​ໃຫ້​ກັນແລະກັນ​ວ່າ, ‘ໄວໆ​ເຖີດ ຈົ່ງ​ກັບ​ໄປ​ຫາ​ປະຊາຊົນ​ຂອງ​ພວກເຮົາ ປົບໜີ​ຈາກ​ຄົມດາບ​ສັດຕູ​ຂອງ​ພວກເຮົາ​ເຖີດ.’


ແມ່ນແຕ່​ຄົນ​ທີ່​ຮັບຈ້າງ​ໃຫ້​ເປັນ​ທະຫານ ກໍ​ເປັນ​ດັ່ງ​ລູກ​ງົວ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້. ພວກເຂົາ​ບໍ່ໄດ້​ຢືນ​ຢູ່​ຕັດ​ຊີວິດ​ຕົນ​ໃສ່​ເພື່ອ​ສູ້ຮົບ ພວກເຂົາ​ຕ່າງ​ກໍ​ອ່ວາຍໜ້າ​ແລ່ນ​ໜີໄປ​ທັງໝົດ. ວັນ​ຫາຍຍະນະ​ຂອງ​ພວກເຂົາ​ມາຮອດ​ແລ້ວ, ແມ່ນ​ເວລາ​ແຫ່ງ​ການລົງໂທດ​ພວກເຂົາ​ແລ້ວ.


ຢ່າ​ໃຫ້​ມີ​ການ​ເພາະປູກ ຫລື​ການ​ເກັບກ່ຽວ​ໃນ​ປະເທດ​ນີ້. ຊາວ​ຕ່າງດ້າວ​ທຸກໆຄົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ຈະ​ຢ້ານ​ກອງທັບ​ໂຈມຕີ ແລະ​ຈະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ.”


“ລະດູຮ້ອນ​ຜ່ານ​ພົ້ນ ລະດູ​ເກັບກ່ຽວ​ກຳລັງ​ຈະ​ໝົດ ພວກເຂົາ​ກ່າວ​ວ່າ ແຕ່​ພວກເຮົາ​ຍັງ​ບໍ່ໄດ້​ຖືກ​ຊ່ວຍ​ໃຫ້​ພົ້ນ.”


ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,


ເພາະ​ການບາບ​ຂອງ​ນະຄອນ​ນັ້ນ ກອງ​ສູງ​ຂຶ້ນ​ພຽງ​ຟ້າ​ແລ້ວ ແລະ​ພຣະເຈົ້າ​ໄດ້​ຊົງ​ຈື່ຈຳ​ການ​ກະທຳ ອັນ​ຊົ່ວຊ້າ​ຂອງ​ມັນ​ໄວ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka