Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:8 - ພຣະຄຳພີສັກສິ

8 ບາບີໂລນ​ແຕກ​ຢ່າງ​ກະທັນຫັນ ແລະ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍ ຈົ່ງ​ໄວ້ທຸກ​ໃຫ້​ສາ ຈົ່ງ​ຊອກ​ຫາ​ຢາ​ມາ​ໃສ່​ບາດ ແລະ​ບາງທີ​ອາດ​ດີ​ກໍ​ເປັນ​ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:8
20 Jak'a apnaqawi uñst'ayäwi  

ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”


ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ


ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.


ຈົ່ງ​ໄປ​ທີ່​ກີເລອາດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ໄປ​ຊອກ​ຫາ​ຫວ້ານຢາ​ກັນ​ເຖີດ ຫວ້ານຢາ​ຂອງ​ພວກເຈົ້າ​ໃຊ້​ການ​ບໍ່ໄດ້​ເລີຍ ເພາະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ບໍ່ໄດ້.


ພວກເຂົາ​ຈະ​ຕອບ​ວ່າ, ‘ໂມອາບ​ແຕກ​ແລ້ວ​ເດ ເປັນ​ໜ້າອັບອາຍ​ຫລາຍ ແລະ​ທຸກໃຈ​ແທ້ໆ. ຈົ່ງ​ໄປ​ປະກາດ​ຕາມ​ແຄມ​ແມ່ນໍ້າ​ອາກໂນນ​ວ່າ ດິນແດນ​ໂມອາບ​ໄດ້​ເຖິງ​ທີ່​ປະລາໄຊ​ແລ້ວ.’


ເພາະສະນັ້ນ ເຮົາ​ຈຶ່ງ​ຮ້ອງໄຫ້​ສຳລັບ​ທຸກຄົນ​ໃນ​ໂມອາບ ແລະ​ສຳລັບ​ປະຊາຊົນ​ກີຣະເຮເຣັດ.


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ກ່ຽວກັບ​ນະຄອນ​ບາບີໂລນ​ວ່າ, “ເມືອງ​ທີ່​ທົ່ວ​ທັງໂລກ​ເຄີຍ​ຊົມເຊີຍ​ນັ້ນ​ຖືກ​ຢຶດ​ສາ​ແລ້ວ ນະຄອນ​ບາບີໂລນ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຕໍ່​ບັນດາ​ຊົນຊາດ​ສາ​ແລ້ວ


ບໍ່ມີ​ຫວ້ານຢາ​ທີ່​ກີເລອາດ ບໍ່ມີ​ໝໍ​ຜູ້ໃດ​ປິ່ນປົວ​ໄດ້​ບໍ? ຖ້າດັ່ງນັ້ນ ເປັນຫຍັງ​ບາດແຜ​ຂອງ​ປະຊາຊົນ​ຈຶ່ງ​ປິ່ນປົວ​ບໍ່ໄດ້?


“ມະນຸດ​ເອີຍ ຈົ່ງ​ທຳນວາຍ ແລະ​ປະກາດ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຈົ້າ​ຈົ່ງ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້​ສາ ວ່າ​ມື້​ຢ້ານກົວ​ອັນ​ໃຫຍ່ຫລວງ​ກຳລັງ​ມາຮອດ


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ໄດ້​ສົ່ງ​ມື​ມາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້.


ດາຣິອຸດ​ຄົນ​ເມເດຍ​ຜູ້​ມີ​ອາຍຸ​ປະມານ​ຫົກສິບສອງ​ປີ ໄດ້​ຢຶດ​ອຳນາດ​ປົກຄອງ​ອານາຈັກ.


ບໍ່ມີ​ຫວ້ານຢາ​ຫຍັງ​ໃສ່​ບາດແຜ​ຂອງເຈົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ບໍ່​ສາມາດ​ປິ່ນປົວ​ໃຫ້​ດີ​ໄດ້. ທຸກຄົນ​ທີ່​ຮູ້ວ່າ​ເຈົ້າ​ຖືກ​ທຳລາຍ ຕ່າງ​ກໍ​ຕົບ​ມື​ດ້ວຍ​ຄວາມ​ຍິນດີ. ມີ​ຜູ້ໃດ​ເດນໍ ທີ່​ບໍ່ໄດ້​ຮັບ​ຄວາມ​ທົນທຸກ ຍ້ອນ​ຄວາມ​ໂຫດຫ້ຽມ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ຂອງເຈົ້າ?


ແລະ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສອງ​ໄດ້​ນຳ​ໄປ ຮ້ອງ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ນັ້ນ ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ຄື​ນະຄອນ​ທີ່​ເຮັດ​ໃຫ້​ປະຊາຊາດ​ທັງປວງ ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫຼືອ​ເກີນ​ຂອງຕົນ ຕາມ​ຄວາມ​ປາຖະໜາ​ທາງ​ກາມ.”


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka