ເຢເຣມີຢາ 51:64 - ພຣະຄຳພີສັກສິ64 ແລະກ່າວວ່າ, ‘ບາບີໂລນຈະເປັນດັ່ງນີ້ແຫຼະ ຄືມັນຈະຈົມລົງແລະຈະບໍ່ຟູຂຶ້ນມາອີກຈັກເທື່ອ ຍ້ອນຄວາມພິນາດທີ່ອົງພຣະຜູ້ເປັນເຈົ້າກຳລັງຈະນຳມາເທິງປະເທດນີ້.”’ ຄຳເວົ້າຂອງເຢເຣມີຢາຈົບລົງພຽງເທົ່ານີ້. Uka jalj uñjjattʼäta |
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.