ເຢເຣມີຢາ 51:62 - ພຣະຄຳພີສັກສິ62 ແລ້ວຈົ່ງພາວັນນາອະທິຖານວ່າ, ‘ຂ້າແດ່ພຣະເຈົ້າຢາເວ ແມ່ນພຣະອົງທີ່ໄດ້ກ່າວວ່າ ຈະທຳລາຍບ່ອນນີ້ເພື່ອວ່າໃນທີ່ນັ້ນຈະບໍ່ມີສິ່ງທີ່ມີຊີວິດ ບໍ່ວ່າຄົນຫລືສັດ ແລະມັນຈະເປັນຖິ່ນແຫ້ງແລ້ງກັນດານຕະຫລອດໄປ.’ Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.