Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:61 - ພຣະຄຳພີສັກສິ

61 ຂ້າພະເຈົ້າ​ໄດ້​ບອກ​ເສຣາອີຢາ​ວ່າ, “ເມື່ອ​ເຈົ້າ​ໄປ​ເຖິງ​ນະຄອນ​ບາບີໂລນ​ແລ້ວ ຈົ່ງ​ແນ່ໃຈ​ວ່າ​ເຈົ້າ​ໄດ້​ອ່ານ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ສູ່​ປະຊາຊົນ​ຟັງ​ດ້ວຍ​ສຽງດັງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:61
9 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໄດ້​ຂຽນ​ເລື່ອງລາວ​ຂອງ​ຄວາມພິນາດ​ທັງໝົດ ທີ່​ຈະ​ເກີດຂຶ້ນ​ກັບ​ບາບີໂລນ​ແລະ​ເລື່ອງລາວ​ອື່ນໆ​ທັງໝົດ ຊຶ່ງ​ມີ​ກ່າວ​ກ່ຽວກັບ​ບາບີໂລນ​ໄວ້​ໃນ​ປຶ້ມ.


ແລ້ວ​ຈົ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ພຣະອົງ​ທີ່​ໄດ້​ກ່າວ​ວ່າ ຈະ​ທຳລາຍ​ບ່ອນ​ນີ້​ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສິ່ງ​ທີ່​ມີ​ຊີວິດ ບໍ່​ວ່າ​ຄົນ​ຫລື​ສັດ ແລະ​ມັນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.’


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ສະເດັດ​ອອກ​ໄປ​ຈາກ​ພຣະວິຫານ​ນັ້ນ ພວກ​ສາວົກ​ໄດ້​ມາ​ຫາ​ພຣະອົງ ເພື່ອ​ຊີ້​ຕຶກ​ຕ່າງໆ​ໃນ​ພຣະວິຫານ​ໃຫ້​ພຣະອົງ​ເບິ່ງ.


ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ອອກ​ຈາກ​ພຣະວິຫານ​ໄປ ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ເບິ່ງ​ຫັ້ນ​ດູ ກ້ອນຫີນ​ກັບ​ຕົວ​ຕຶກ​ເຫຼົ່ານີ້​ເກີນ​ວ່າ​ງາມ​ແທ້.”


ເມື່ອ​ພວກເຈົ້າ​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ກະລຸນາ​ສົ່ງ​ຕໍ່​ໃຫ້​ບັນດາ​ພີ່ນ້ອງ​ທີ່​ເຊື່ອ ໃນ​ເມືອງ​ລາວດີເກອາ​ອ່ານ​ເໝືອນກັນ ຝ່າຍ​ພວກເຈົ້າ​ເອງ ກໍ​ຈົ່ງ​ອ່ານ​ຈົດໝາຍ​ທີ່​ສົ່ງ​ມາ​ຈາກ​ພີ່ນ້ອງ​ທີ່​ເມືອງ​ລາວດີເກອາ​ເໝືອນກັນ.


ດ້ວຍເຫດນີ້ ຈົ່ງ​ເລົ້າໂລມ​ອອຍໃຈ​ຊຶ່ງກັນແລະກັນ ດ້ວຍ​ຂໍ້ຄວາມ​ເຫຼົ່ານີ້​ເທີ້ນ.


ເຮົາ​ຮ້ອງຂໍ​ນຳ​ພວກເຈົ້າ​ຕື່ມ​ອີກ ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຈົ່ງ​ອ່ານ​ຈົດໝາຍ​ສະບັບ​ນີ້ ສູ່​ພີ່ນ້ອງ​ຄົນ​ທີ່​ເຊື່ອ​ທັງໝົດ​ຟັງ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ອ່ານ​ພຣະທຳ​ເຫຼັ້ມ​ນີ້ ແລະ​ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຮັບ​ຟັງ​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ແລະ​ປະຕິບັດ​ຕາມ​ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເຫຼັ້ມ​ນີ້. ດ້ວຍວ່າ, ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka