Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:60 - ພຣະຄຳພີສັກສິ

60 ຂ້າພະເຈົ້າ​ໄດ້​ຂຽນ​ເລື່ອງລາວ​ຂອງ​ຄວາມພິນາດ​ທັງໝົດ ທີ່​ຈະ​ເກີດຂຶ້ນ​ກັບ​ບາບີໂລນ​ແລະ​ເລື່ອງລາວ​ອື່ນໆ​ທັງໝົດ ຊຶ່ງ​ມີ​ກ່າວ​ກ່ຽວກັບ​ບາບີໂລນ​ໄວ້​ໃນ​ປຶ້ມ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:60
11 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຂຽນ​ລົງ​ໃສ່​ໜັງສື​ມ້ວນ​ໜຶ່ງ​ວ່າ ປະຊາຊົນ​ເປັນ​ຄົນ​ຢ່າງໃດ​ເພື່ອ​ຈະ​ໄດ້​ບັນທຶກ​ໄວ້​ເປັນ​ການ​ຖາວອນ​ວ່າ ພວກເຂົາ​ຊົ່ວຊ້າ​ສໍ່າໃດ.


ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ອີກ​ມອບ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ເລຂາທິການ​ຂອງ​ຂ້າພະເຈົ້າ ຂຽນ​ທຸກ​ຖ້ອຍຄຳ​ຕາມ​ຄຳ​ບອກ​ຂອງ​ຂ້າພະເຈົ້າ. ລາວ​ໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ ແລະ​ຍັງ​ຕື່ມ​ຂໍ້ຄວາມ​ອີກ​ຫລາຍ​ຢ່າງ ທີ່​ຄືກັນ​ກັບ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ສົ່ງ​ລົມ​ທີ່​ທຳລາຍ ມາ​ຕໍ່ສູ້​ບາບີໂລນ​ແລະ​ປະຊາຊົນ​ໃນ​ປະເທດ.


ຂ້າພະເຈົ້າ​ໄດ້​ບອກ​ເສຣາອີຢາ​ວ່າ, “ເມື່ອ​ເຈົ້າ​ໄປ​ເຖິງ​ນະຄອນ​ບາບີໂລນ​ແລ້ວ ຈົ່ງ​ແນ່ໃຈ​ວ່າ​ເຈົ້າ​ໄດ້​ອ່ານ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ສູ່​ປະຊາຊົນ​ຟັງ​ດ້ວຍ​ສຽງດັງ.


ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”


ສຽງ​ນັ້ນ​ກ່າວ​ວ່າ, “ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ ໃສ່​ໜັງສື​ມ້ວນ ແລະ​ຝາກ​ໄປ​ເຖິງ​ຄຣິສຕະຈັກ​ທັງ​ເຈັດ ຄື​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ ເມືອງ​ຊະມີນາ ເມືອງ​ເປຄາໂມ ເມືອງ​ທົວເຕຣາ ເມືອງ​ຊາເດ ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ.”


ສະນັ້ນ ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ດຽວ​ນີ້ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຕາມ​ພາຍຫລັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka