Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:59 - ພຣະຄຳພີສັກສິ

59 ຜູ້ຮັບໃຊ້​ສ່ວນຕົວ​ຂອງ​ກະສັດ​ເຊເດກີຢາ​ແມ່ນ​ເສຣາອີຢາ​ລູກຊາຍ​ຂອງ​ເນຣິຢາ​ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ເສຣາອີຢາ​ໄດ້​ໄປ​ທີ່​ບາບີໂລນ​ກັບ​ເພິ່ນ ແລະ​ຂ້າພະເຈົ້າ​ກໍໄດ້​ໃຫ້​ຄຳແນະນຳ​ລາວ​ບາງ​ຢ່າງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:59
6 Jak'a apnaqawi uñst'ayäwi  

ແຕ່​ເນື່ອງ​ຈາກ​ວ່າ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ເຮັດ​ໃຫ້​ພຣະເຈົ້າ​ແຫ່ງ​ສະຫວັນ​ໂກດຮ້າຍ ພຣະອົງ​ຈຶ່ງ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ກະສັດ​ຈາກ​ເຊື້ອສາຍ​ຂອງ​ການເດອານ​ຕີ​ຊະນະ​ພວກເພິ່ນ. ວິຫານ​ໄດ້​ຖືກ​ທຳລາຍ ແລ້ວ​ປະຊາຊົນ​ກໍ​ຖືກ​ກວາດເອົາ​ໄປ​ເປັນ​ຊະເລີຍ​ໃນ​ບາບີໂລນ,


ໃນ​ປີ​ດຽວກັນ​ນັ້ນ ຄື​ໃນ​ເດືອນ​ທີ​ຫ້າ​ຂອງ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ຜູ້ທຳນວາຍ​ຮານານີຢາ​ລູກຊາຍ​ຂອງ​ອັດຊູຣະ ຊາວ​ເມືອງ​ກີເບໂອນ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ຊ້ອງໜ້າ​ຂອງ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ໃນ​ທີ່ນັ້ນ ລາວ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


ແລະ​ໄປ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ຂ້າພະເຈົ້າ​ໄດ້​ມອບ​ໃບຕາດິນ​ນັ້ນ​ໃຫ້​ລາວ ໂດຍ​ຊ້ອງໜ້າ​ຮານາເມນ​ແລະ​ພວກ​ພະຍານ ທີ່​ໄດ້​ເຊັນ​ໜັງສື​ຊື້ຂາຍ​ລວມ​ທັງ​ຄົນ​ທີ່​ໄດ້​ນັ່ງ​ຢູ່​ໃນ​ບໍລິເວນ​ນັ້ນ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ເຂົ້າ​ມາ​ຫາ; ແລະ​ໃຫ້​ຂຽນ​ທຸກໆ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ. ແລ້ວ​ບາຣຸກ​ກໍໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ລົງ​ໃນ​ເຈ້ຍ​ມ້ວນ​ນັ້ນ.


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ ລູກຊາຍ​ເຈົ້າ​ໂຢສີຢາ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຈົດ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ​ໄວ້.


ເຈົ້າ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ. ນາງ​ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka