Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:57 - ພຣະຄຳພີສັກສິ

57 ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:57
20 Jak'a apnaqawi uñst'ayäwi  

ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ ‘ເຮົາ​ຄື​ພຣະເຈົ້າຢາເວ​ກຳລັງ​ໃຫ້​ປະຊາຊົນ​ໃນ​ດິນແດນ ມີ​ເຫຼົ້າ​ອະງຸ່ນ​ດື່ມ​ຢ່າງ​ຫລວງຫລາຍ​ຈົນ​ມືນເມົາ ເຊັ່ນ: ບັນດາ​ກະສັດ​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ, ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທັງໝົດ.’


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ສັ່ງ​ໃຫ້​ພວກເຂົາ​ດື່ມ​ຈາກ​ຈອກ​ນີ້​ຈົນ​ຮາກ​ອອກ​ມາ ຈົນ​ພວກເຂົາ​ລົ້ມລົງ​ແລະ​ລຸກຂຶ້ນ​ບໍ່ໄດ້ ເພາະ​ສົງຄາມ​ທີ່​ເຮົາ​ຈະ​ສົ່ງ​ໄປ​ຕໍ່ສູ້​ພວກເຂົາ​ນັ້ນ.


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


ໂມອາບ​ແລະ​ເມືອງ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ ຊາຍໜຸ່ມ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍ​ຖືກ​ຂ້າ​ຖິ້ມ.” ອົງ​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ທັງ​ເປັນ​ກະສັດ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ສະນັ້ນ ພວກ​ຊາວ​ໜຸ່ມ​ໃນ​ເມືອງ​ນີ້​ຈຶ່ງ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ ພວກ​ທະຫານ​ທັງໝົດ​ກໍ​ຈະ​ຖືກ​ທຳລາຍ​ໃນ​ມື້​ນັ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ນັ້ນ​ໂລບມາກ​ໂລພາ​ບໍ? ເຮົາ​ຈະ​ຕຽມ​ງານກິນລ້ຽງ​ສຳລັບ​ພວກເຂົາ ແລະ​ໃຫ້​ພວກເຂົາ​ດື່ມ​ແລະ​ສຸກໃຈ. ພວກເຂົາ​ຈະ​ເຂົ້າ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ເຕືອນ​ວ່າ ເມື່ອ​ເຮົາ​ໂກດຮ້າຍ​ພວກເຈົ້າ ເຮົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ມື​ອັນ​ເຂັ້ມແຂງ ແລະ​ດ້ວຍ​ຣິດອຳນາດ​ທຸກຢ່າງ​ຂອງເຮົາ​ສັນນັ້ນ.


ພວກເຈົ້າ ນັກ​ດື່ມ​ເຫຼົ້າ​ຈະ​ຖືກ​ເຜົາຜານ​ໝົດ ເໝືອນ​ໄຟ​ໄໝ້​ກໍ​ໜາມ ແລະ​ຫຍ້າແຫ້ງ.


ກະສັດ​ແຫ່ງ​ອັດຊີເຣຍ ຜູ້​ສຳເລັດ​ຣາຊການ​ຂອງເຈົ້າ​ນັ້ນ​ຕາຍ​ສາ​ແລ້ວ ແລະ​ພວກ​ລ້ຽງແກະ​ຂອງເຈົ້າ​ກໍ​ນອນ​ຫລັບ​ໄປ​ເລີຍ ປະຊາຊົນ​ຂອງເຈົ້າ​ຖືກ​ກະຈັດ​ກະຈາຍ​ຢູ່​ຕາມ​ເທິງ​ພູ ແລະ​ບໍ່ມີ​ຜູ້ໃດ​ນຳ​ພວກເຂົາ​ກັບຄືນ​ມາ​ອີກ.


“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka