Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:55 - ພຣະຄຳພີສັກສິ

55 ເຮົາ​ກຳລັງ​ຈະ​ທຳລາຍ​ນະຄອນ​ບາບີໂລນ ແລະ​ເຮັດ​ໃຫ້​ດິນແດນ​ມິດງຽບ​ໄປ​ຕະຫລອດ. ກອງທັບ​ລຸລັ່ງ​ຖັ່ງເທ​ດັ່ງ​ຄື້ນ​ທະເລ​ໄຫລ​ເຂົ້າ​ມາ ບຸກໂຈມຕີ​ເມືອງ​ສຽງດັງ​ກ້ອງສະໜັ່ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:55
18 Jak'a apnaqawi uñst'ayäwi  

ຖ້າ​ພຣະເຈົ້າຢາເວ​ບໍ່​ຢູ່​ຝ່າຍ​ພວກເຮົາ ເມື່ອ​ເຫຼົ່າ​ສັດຕູ​ໄດ້​ບຸກ​ເຂົ້າ​ມາ​ໂຈມຕີ​ນັ້ນ.


ແລ້ວ​ກະແສ​ນໍ້າ​ຖ້ວມ​ກໍ​ຈະ​ພັດ​ພວກເຮົາ​ໄປ ນໍ້າ​ຈະ​ໄຫລ​ມາ​ຖ້ວມ​ພວກເຮົາ


ບ້ວງ​ແຫ່ງ​ຄວາມຕາຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ຢູ່ ຄື້ນ​ແຫ່ງ​ການທຳລາຍ​ນັ້ນ​ກໍໄດ້​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.


ພຣະອົງ​ເຮັດ​ໃຫ້​ຄື້ນ​ທະເລ​ອັນ​ປັ່ນປ່ວນ​ສະຫງົບ​ລົງ ສຽງ​ອຶກກະທຶກ​ຂອງ​ປະຊາຊົນ​ມິດງຽບ.


ຂ້ານ້ອຍ​ກຳລັງ​ຈົມ​ລົງ​ໃນ​ຂີ້ຕົມ​ທີ່​ບໍ່ມີ​ພື້ນ​ຢັນ ຂ້ານ້ອຍ​ຈົມ​ຢູ່​ໃນ​ນໍ້າ​ເລິກ ແລະ​ຄື້ນ​ກໍ​ກຳລັງ​ດຶງ​ຂ້ານ້ອຍ​ລົງ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ໂມອາບ. ເມືອງ​ອາຣະ​ແລະ​ເມືອງ​ກີຣະ​ໄດ້​ຖືກ​ທຳລາຍ​ພຽງ​ຄືນດຽວ​ເທົ່ານັ້ນ ແລະ​ດິນແດນ​ໂມອາບ​ກໍ​ມີ​ແຕ່​ຄວາມ​ມິດງຽບ​ທັງສິ້ນ.


ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.


ອົງພຣະ​ຜູ້​ເປັນເຈົ້າ​ລັ່ນປາກ​ກ່າວ​ຕໍ່​ນະຄອນ​ບາບີໂລນ​ວ່າ, “ຈົ່ງ​ນັ່ງ​ໃນ​ທີ່​ງຽບ​ສະຫງົບ ແລະ​ໃນ​ທີ່​ມືດ​ສາ​ເຖີດ ເພາະ​ເຈົ້າ​ໄດ້​ສູນເສຍ​ຕໍ່າແໜ່ງ​ຂອງເຈົ້າ​ໄປ ຄື​ຕໍ່າແໜ່ງ​ແຫ່ງ​ຣາຊີນີ​ຂອງ​ບັນດາ​ຊົນຊາດ


ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ໄປ. ພວກເຂົາ​ຈະ​ບໍ່ມີ​ນໍ້າມັນ​ສຳລັບ​ຕະກຽງ ແລະ​ຈະ​ບໍ່ມີ​ເຂົ້າປາອາຫານ​ກິນ​ດ້ວຍ.


ທະເລ​ໄຫລ​ຖ້ວມ​ນະຄອນ​ບາບີໂລນ ແລະ​ຄື້ນ​ທະເລ​ກໍ​ຄຶກຄະນອງ​ຖ້ວມ​ເມືອງ.


ບັດນີ້​ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ນະຄອນ​ຕີເຣ​ເອີຍ ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ນຳ​ຊົນຊາດ​ທັງຫລາຍ​ມາ​ໂຈມຕີ​ເຈົ້າ ແລະ​ພວກເຂົາ​ຈະ​ມາ​ເໝືອນ​ຄື້ນ​ທະເລ.


“ຈະ​ມີ​ໝາຍສຳຄັນ​ໃນ​ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງປວງ ແລະ​ຈະ​ມີ​ຄວາມ​ທຸກຮ້ອນ​ເທິງ​ແຜ່ນດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ ເພາະ​ສຽງ​ກ້ອງ​ອັນ​ໃຫຍ່ຫລວງ​ຂອງ​ທະເລ​ແລະ​ຟອງຄື້ນ.


ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka