53 ເຖິງແມ່ນວ່າ ນະຄອນບາບີໂລນປີນຂຶ້ນໄປສູ່ທ້ອງຟ້າໄດ້ ແລະສ້າງປ້ອມປ້ອງກັນຢູ່ທີ່ນັ້ນໄດ້ ເຮົາກໍຍັງຈະສົ່ງຄົນໄປທຳລາຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.”
ເຖິງແມ່ນພວກເຂົາໃຫຍ່ສູງສົ່ງຈຸຟ້າສະຫວັນ ຈົນວ່າຫົວຂອງພວກເຂົາຈຸເມກ
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາກຳລັງປຸກປັ່ນຊາວເມເດັດ ໃຫ້ໂຈມຕີນະຄອນບາບີໂລນ. ພວກເຂົາບໍ່ວົນນຳເງິນ ແລະບໍ່ໄຝ່ຝັນນຳຄຳ.
ເຮົາໄດ້ເລືອກຄົນໜຶ່ງຢູ່ທິດຕາເວັນອອກມາ ຈະໃຫ້ລາວໂຈມຕີມາແຕ່ທາງທິດເໜືອພຸ້ນ. ລາວຈະຢຽບຢໍ່າພວກຜູ້ປົກຄອງດັ່ງຢຽບຂີ້ຕົມ ດັ່ງຊ່າງເຮັດໝໍ້ດິນຢຽບຢໍ່າດິນດາກ.
ອົງພຣະຜູ້ເປັນເຈົ້າລັ່ນປາກກ່າວຕໍ່ນະຄອນບາບີໂລນວ່າ, “ຈົ່ງນັ່ງໃນທີ່ງຽບສະຫງົບ ແລະໃນທີ່ມືດສາເຖີດ ເພາະເຈົ້າໄດ້ສູນເສຍຕໍ່າແໜ່ງຂອງເຈົ້າໄປ ຄືຕໍ່າແໜ່ງແຫ່ງຣາຊີນີຂອງບັນດາຊົນຊາດ
ເຈົ້າຄິດວ່າເຈົ້າຈະໄດ້ເປັນຣາຊີນີສືບໄປບໍ? ຈຶ່ງບໍ່ຄິດວ່າເລື່ອງຈະຈົບລົງຢ່າງໃດແທ້? ແມ່ນແຕ່ຄົນເຖົ້າແກ່ຊະຣາກໍຕາມ ກໍໄດ້ເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ.
ການອວດດີຂອງເຈົ້ານັ້ນໄດ້ຫລອກລວງເຈົ້າເອງ. ບໍ່ມີຜູ້ໃດຢ້ານກົວເຈົ້າດັ່ງທີ່ເຈົ້າໄດ້ຄິດໄວ້. ເຖິງແມ່ນວ່າເຈົ້າຕັ້ງຢູ່ເທິງຫີນຜາສູງ ຄືຢູ່ເທິງຈອມພູກໍຕາມ; ແຕ່ເຖິງແມ່ນວ່າເຈົ້າບິນສູງດັ່ງນົກອິນຊີກໍດີ ອົງພຣະຜູ້ເປັນເຈົ້າກໍຈະດຶງເຈົ້າລົງມາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
“ຈົ່ງໂຈມຕີປະຊາຊົນໃນຂົງເຂດ ມາຣາທາອິມ ແລະເປໂກດ. ຈົ່ງຂ້າ ແລະທຳລາຍພວກເຂົາ. ຈົ່ງເຮັດທຸກສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວໄດ້ໄຂສາງອາວຸດຂອງພຣະອົງອອກ ແລະດ້ວຍຄວາມໂກດຮ້າຍພຣະອົງໄດ້ເອົາອາວຸດນັ້ນອອກມາ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ມີພາລະກິດທີ່ຈະເຮັດໃນບາບີໂລນ.
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວໄດ້ຕຽມໄວ້ເພື່ອຕໍ່ສູ້ນະຄອນບາບີໂລນ ແລະສິ່ງທີ່ເຮົາຕັ້ງໃຈເຮັດຕໍ່ປະຊາຊົນຂອງເມືອງນີ້. ແມ່ນແຕ່ບັນດາລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະເກີດຢ້ານກົວໃຫຍ່.
ພຣະເຈົ້າຢາເວໄດ້ກຸກກວນພວກກະສັດແຫ່ງເມເດຍ ເພາະພຣະອົງຕັ້ງໃຈຈະທຳລາຍບາບີໂລນ. ດ້ວຍວິທີນີ້ແຫຼະ ພຣະເຈົ້າຢາເວຈະໄດ້ແກ້ແຄ້ນຄືນຍ້ອນພຣະວິຫານຂອງພຣະອົງຖືກທຳລາຍ. ບັນດານາຍທະຫານທີ່ບັນຊາການໂຈມຕີສັ່ງວ່າ, “ຝົນລູກສອນໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ
ພຣະເຈົ້າຢາເວກ່າວວ່າ, “ບາບີໂລນເອີຍ ເຈົ້າເປັນດັ່ງພູໜ່ວຍໜຶ່ງທີ່ທຳລາຍທົ່ວທັງໂລກ, ເຮົາເປັນສັດຕູຂອງເຈົ້າ ເຮົາຈະຢຶດເຈົ້າໄວ້, ກວາດເຈົ້າລົງກ້ຽງໃຫ້ພຽງດິນ ແລະປະເຈົ້າໃຫ້ເປັນຂີ້ເຖົ່າ.
ຈັກກະວານ ແລະແຜ່ນດິນໂລກ ແລະທຸກສິ່ງທີ່ຢູ່ໃນນັ້ນ ຈະໂຮຮ້ອງຢ່າງຊົມຊື່ນຍິນດີ ເມື່ອບາບີໂລນຖືກຕີແຕກໂດຍຜູ້ທຳລາຍທີ່ມາຈາກທາງທິດເໜືອຕໍ່ສູ້ປະເທດ.
ພວກເຂົາພາກັນມາເພື່ອທຳລາຍນະຄອນບາບີໂລນ ທະຫານຖືກຈັບກຸມໝົດ ໜ້າທະນູກໍຖືກຫັກຖິ້ມ. ພຣະເຈົ້າຢາເວເປັນພຣະເຈົ້າອົງທີ່ລົງໂທດຄວາມຊົ່ວຂອງພວກເຂົາ ຈະເຮັດຕໍ່ນະຄອນບາບີໂລນຕາມມັນສົມຄວນໄດ້ຮັບ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ກຳແພງເມືອງທີ່ນະຄອນບາບີໂລນສ້າງໃຫ້ເຂັ້ມແຂງ ຈະຖືກຮື້ໃຫ້ພັງທະລາຍກາຍເປັນຂີ້ດິນໄປສິ້ນ. ການງານທີ່ທຸກຊົນຊາດໄດ້ເຮັດບໍ່ມີຫຍັງໝົດ ຄວາມພະຍາຍາມຂອງພວກເຂົາກໍຖືກໄຟເຜົາໄໝ້.”
ເພິ່ນໄດ້ກ່າວວ່າ, “ເບິ່ງດູ ນະຄອນບາບີໂລນນີ້ເປັນເມືອງໃຫຍ່ຫລາຍ ເຮົາໄດ້ສ້າງໃຫ້ເປັນເມືອງຫລວງຂອງເຮົາ ເພື່ອສະແດງເຖິງອຳນາດ ແລະຄວາມຍິ່ງໃຫຍ່ ກຽດຕິຍົດ ແລະສະຫງ່າຣາສີຂອງເຮົາ.”
ເຖິງແມ່ນວ່າ ພວກເຂົາຈະຂຸດຊ່ອງທາງໄປສູ່ພິພົບຄົນຕາຍ ເຮົາກໍຈະໄລ່ຈັບພວກເຂົາໃຫ້ທັນ. ຖ້າພວກເຂົາປີນຂຶ້ນເມືອສະຫວັນ ເຮົາກໍຈະດຶງພວກເຂົາລົງມາ.
ຖ້າພວກເຂົາຖືກສັດຕູຈັບໄປ ເຮົາກໍຈະສັ່ງໃຫ້ສັດຕູຂ້າພວກເຂົາຖິ້ມ. ເຮົາໄດ້ຕັດສິນໃຈທຳລາຍພວກເຂົາ ແລະບໍ່ແມ່ນຊ່ວຍເຫລືອພວກເຂົາ.”
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ເຮັດໃຫ້ຄອບຄົວຂອງພວກຕົນຮັ່ງມີເປັນດີ ດ້ວຍສິ່ງທີ່ພວກເຈົ້າຢຶດມາໄດ້ດ້ວຍການຂ້າທາລຸນຄົນອື່ນ ແລະດ້ວຍການພະຍາຍາມເຮັດໃຫ້ຄອບຄົວຂອງຕົນເອງຢູ່ຢ່າງປອດໄພຈາກການທຳຮ້າຍ ແລະຈາກອັນຕະລາຍ