52 ເພາະສະນັ້ນ ເຮົາຈຶ່ງກ່າວວ່າເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວກ່າວວ່າ, ເຮົາຈະຈັດການກັບບັນດາຮູບເຄົາຣົບໃນນະຄອນບາບີໂລນ ແລະຄົນທີ່ໄດ້ຮັບບາດເຈັບກໍຈະໂອ່ຍຄາງຢູ່ທົ່ວທັງປະເທດ.
ໃຫ້ຄວາມແຫ້ງແລ້ງມາສູ່ດິນແດນນີ້ສາ ໃຫ້ແມ່ນໍ້າໃນປະເທດນີ້ບົກແຫ້ງໝົດ. ບາບີໂລນມີຮູບເຄົາຣົບໜ້າຢ້ານຫລວງຫລາຍ ຊຶ່ງເຮັດໃຫ້ຄົນຫລົງໄຫລພາກັນເປັນບ້າຍ້ອນ.
ສະນັ້ນ ເມື່ອເວລານັ້ນມາຮອດ ເຮົາຈະຈັດການກັບຮູບເຄົາຣົບຕ່າງໆຂອງບາບີໂລນ. ທົ່ວປະເທດຈະໄດ້ຖືກອັບອາຍຂາຍໜ້າ ແລະປະຊາຊົນທັງໝົດຢູ່ໃນປະເທດຈະຖືກຂ້າ.
ເຮົາຈະສົ່ງການເຈັບໄຂ້ໄດ້ປ່ວຍມາສູ່ເຈົ້າ ແລະເຮັດໃຫ້ເລືອດໄຫລນອງຕາມທ້ອງຖະໜົນຫົນທາງ. ເຈົ້າຈະຖືກໂຈມຕີທຸກດ້ານແລະປະຊາຊົນຈະຖືກຂ້າ. ແລ້ວເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
ແລ້ວເຮົາຈະເຮັດໃຫ້ແຂນກະສັດແຫ່ງບາບີໂລນແຂງແຮງ ແລະເອົາດາບຂອງເຮົາໃຫ້ລາວຖື. ແຕ່ເຮົາຈະເຮັດໃຫ້ແຂນກະສັດແຫ່ງເອຢິບຫັກ ແລະລາວຈະຄວນຄາງດ້ວຍຄວາມເຈັບປວດຢ່າງໜັກ ແລະຕາຍຕໍ່ໜ້າສັດຕູຂອງລາວ.