Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:51 - ພຣະຄຳພີສັກສິ

51 ພວກເຈົ້າ​ເວົ້າ​ວ່າ, ‘ພວກເຮົາ​ໄດ້​ຖືກ​ຫຍໍ້ຫຍັນ​ທັງ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ພວກເຮົາ​ຮູ້ສຶກ​ໝົດຫວັງ​ຢ່າງ​ສິ້ນເຊີງ ເພາະ​ພວກ​ຕ່າງດ້າວ​ໄດ້​ຢຶດ​ສະຖານທີ່​ສັກສິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:51
37 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພວກ​ສັດຕູ​ເຕັມ​ໄປ​ແຕ່​ຄວາມ​ອັບອາຍ ແລະ​ໃຫ້​ຫົ່ມ​ຄວາມ​ອັບອາຍ​ດັ່ງ​ຫົ່ມ​ເສື້ອຜ້າ.


ຂໍ​ໃຫ້​ຄົນ​ທີ່​ໂຈມຕີ​ຂ້ານ້ອຍ​ພ່າຍແພ້​ເສຍ ແລະ​ໃຫ້​ຖືກ​ທຳລາຍ​ດ້ວຍ ຂໍ​ໃຫ້​ຄົນ​ທີ່​ຊອກ​ທຳຮ້າຍ​ຂ້ານ້ອຍ​ຖືກ​ອັບອາຍ ແລະ​ໃຫ້​ພວກເຂົາ​ເສື່ອມເສຍ​ກຽດຕິຍົດ.


ຂ້າແດ່​ພຣະເຈົ້າ​ເອີຍ ຄົນ​ບໍ່​ນັບຖື​ພຣະເຈົ້າ ໄດ້​ຮຸກຮານ​ດິນແດນ​ຂອງ​ພຣະອົງ ໄດ້​ເຮັດ​ໃຫ້​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ເສື່ອມເສຍ​ສັກສີ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຖືກ​ທຳລາຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.


ຊົນຊາດ​ທີ່​ຢູ່​ອ້ອມຮອບ​ໄດ້​ດູໝິ່ນ​ພວກ​ຂ້ານ້ອຍ ພວກເຂົາ​ຕ່າງ​ກໍ​ຫົວຂວັນ​ແລະ​ຫຍໍ້ຫຍັນ​ໃສ່​ພວກ​ຂ້ານ້ອຍ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ລີ້ໜ້າ​ໄປ​ດົນ​ປານໃດ? ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈະ​ລຸກ​ໄໝ້​ໄປ​ດົນ​ປານໃດ​ອີກ?


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ


ຄົນຮັ່ງມີ​ສົ່ງ​ຄົນ​ຮັບໃຊ້​ອອກ​ໄປ​ຊອກ​ຕັກ​ນໍ້າ​ມາ​ກິນ ແຕ່​ບໍ່ໄດ້​ພົບ​ນໍ້າ​ເລີຍ ເມື່ອ​ພວກເຂົາ​ໄປ​ຮອດ​ອ່າງນໍ້າ; ພວກເຂົາ​ເລີຍ​ຖື​ໄຫເປົ່າ​ພາກັນ​ກັບຄືນ​ເມືອ ໝົດ​ກຳລັງໃຈ​ທັງ​ສັບສົນ​ຈຶ່ງ​ອັດ​ໜ້າ​ຕົນ​ໄວ້.


ບັນດາ​ກະສັດ​ທັງໝົດ​ທາງ​ທິດເໜືອ, ໄກແລະໃກ້​ແຕ່ລະ​ເມືອງ​ເປັນ​ລຳດັບ. ທຸກໆ​ຊົນຊາດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຕ້ອງ​ໄດ້​ດື່ມ​ຈາກ​ຈອກ​ນີ້. ໃນ​ທີ່ສຸດ​ກະສັດ​ແຫ່ງ​ບາບີໂລນ​ກໍ​ຈະ​ດື່ມ​ຈາກ​ຈອກ​ນີ້​ຄືກັນ.


ແມ່ນແທ້ ພວກ​ຂ້ານ້ອຍ​ໄດ້​ຫັນໜີ​ຈາກ​ພຣະອົງ ແຕ່​ບັດນີ້ ຂໍ​ກັບຄືນ​ມາ​ຫາ​ພຣະອົງ​ອີກ. ຫລັງຈາກ​ທີ່​ພຣະອົງ​ໄດ້​ລົງໂທດ​ພວກ​ຂ້ານ້ອຍ ຈຶ່ງ​ຕີ​ເອິກ​ຕົນເອງ​ຢ່າງ​ເສຍໃຈ​ແທ້ໆ. ພວກ​ຂ້ານ້ອຍ​ຖືກ​ອັບອາຍ​ຂາຍໜ້າ​ເຕັມທີ ເພາະ​ໄດ້​ກະທຳ​ບາບ​ແຕ່​ຄາວ​ຍັງ​ໜຸ່ມ​ພຸ້ນ.’


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ທັງໝົດ​ໃນ​ນະຄອນ​ເຢຣູຊາເລັມ;


ພວກ​ສັດຕູ​ເຂົ້າ​ມາ​ປຸ້ນ​ມາ​ລັກ​ເອົາ ຊັບສົມບັດ​ທັງໝົດ​ທີ່​ນາງ​ມີ​ຢູ່​ນັ້ນ. ນາງ​ໄດ້​ເຫັນ​ພວກ​ສັດຕູ​ເຂົ້າ​ໄປ​ໃນ​ພຣະວິຫານ ທີ່​ພຣະເຈົ້າ​ຫ້າມປາມ​ບໍ່​ໃຫ້​ຄົນຕ່າງຊາດ​ເຂົ້າ.


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ ໂຜດ​ຫລຽວເບິ່ງ​ສາ​ວ່າ​ຖືກ​ເສື່ອມເສຍ​ຢ່າງໃດ​ແລ້ວ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ເຮົາ​ຈະ​ເຮັດ​ໃຫ້​ຕົ້ນໄມ້ ແລະ​ທົ່ງນາ​ຂອງ​ພວກເຈົ້າ​ເກີດຜົນ​ຫລາຍ ເພື່ອ​ວ່າ​ການອຶດຢາກ​ຈະ​ບໍ່​ເກີດຂຶ້ນ​ອີກ​ຕໍ່ໄປ ອັນ​ເປັນ​ການ​ອັບອາຍ​ຂາຍໜ້າ​ໃຫ້​ແກ່​ພວກເຈົ້າ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ.


ພວກເຂົາ​ຈະ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ຈະ​ສັ່ນເຊັນ​ທັງຕົວ​ດ້ວຍ​ຄວາມຢ້ານ. ພວກເຂົາ​ຈະ​ແຖ​ຫົວ​ຕົນເອງ ແລະ​ລ້ວນແຕ່​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ເຮັດ​ໃຫ້​ພຣະວິຫານ​ເປັນ​ມົນທິນ. ໃຫ້​ເດີ່ນ​ພຣະວິຫານ​ເຕັມ​ໄປ​ແຕ່​ຊາກສົບ. ລົງມື​ຈັດການ​ໄດ້.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ລົງມື​ຂ້າ​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ.


ທະຫານ​ບາງຄົນ​ຂອງ​ລາວ​ຈະ​ເຮັດ​ໃຫ້​ພຣະວິຫານ​ເສຍ​ຄວາມ​ສັກສິດ. ພວກເຂົາ​ຈະ​ໃຫ້​ເລີກ​ການ​ເຜົາບູຊາ​ປະຈຳວັນ ແລະ​ຕັ້ງ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ​ຂຶ້ນ.


ບ່ອນ​ສູງ​ທັງຫລາຍ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລົງ. ບ່ອນ​ສັກສິດ​ຂອງ​ຊາວ​ອິດສະຣາເອນ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ. ເຮົາ​ຈະ​ໃຫ້​ເຊື້ອວົງ​ຂອງ​ກະສັດ​ເຢໂຣໂບອາມ​ດັບ​ສິ້ນ​ໄປ.”


ເຫດການ​ນີ້​ຈະ​ເກີດຂຶ້ນ​ເພາະ​ພວກເຈົ້າ​ໄດ້​ເຮັດ​ຊົ່ວ ຕາມ​ກະສັດ​ອົມຣີ ແລະ​ກະສັດ​ອາຮາບ​ລູກຊາຍ​ຂອງ​ເພິ່ນ. ພວກເຈົ້າ​ໄດ້​ສືບຕໍ່​ເຮັດ​ຕາມ​ກົດເກນ​ຕ່າງໆ​ຂອງ​ພວກເຂົາ; ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ພວກເຈົ້າ​ໄປສູ່​ຄວາມ​ຈິບຫາຍ ແລະ​ທຸກຄົນ​ຈະ​ດູຖູກ​ພວກເຈົ້າ. ປະຊາຊົນ ທຸກ​ບ່ອນ​ຈະ​ເຮັດ​ຕໍ່​ພວກເຈົ້າ​ດ້ວຍ​ຄວາມ​ຫຍໍ້ຫຍັນ.”


ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka