Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:50 - ພຣະຄຳພີສັກສິ

50 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:50
24 Jak'a apnaqawi uñst'ayäwi  

ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ຄວາມ​ສະຫງົບສຸກ “ຈົ່ງ​ຈະເລີນ​ເທີ້ນ​ທຸກຄົນ​ທີ່​ຮັກ​ນະຄອນ​ເຢຣູຊາເລັມ​ເອີຍ


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ກໍ​ເຖິງ​ນະຄອນ​ເຢຣູຊາເລັມ ເບີກບານ​ໃຈ​ທັງ​ຮ້ອງລຳ​ທຳເພງ​ດ້ວຍ. ພວກເຂົາ​ຈະ​ມີ​ຄວາມສຸກ​ຕະຫລອດໄປ ຈະ​ບໍ່​ໂສກເສົ້າ​ເຫງົາໃຈ​ອີກ​ຈັກເທື່ອ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັ່ນ​ຂີ້ຝຸ່ນ​ເປັນ​ອິດສະຫລະ ຈົ່ງ​ລຸກ​ຈາກ​ຂີ້ຝຸ່ນ​ດິນ ແລະ​ນັ່ງ​ລົງ​ເທິງ​ບັນລັງ​ເຖີດ ພວກ​ລູກສາວ​ຂອງ​ພູເຂົາ​ຊີໂອນ​ຜູ້​ຖືກ​ຈັບ​ເອີຍ ຈົ່ງ​ທຸບ​ໂສ້​ທີ່​ລ່າມ​ເຈົ້າ​ນັ້ນ​ໃຫ້​ມັນ​ຫລຸດ​ອອກ​ໄປ.


“ຈົ່ງ​ເຮັດ​ປ້າຍ​ແລະ​ໝາຍ​ໄວ້​ຕາມ​ຫົນທາງ ຈົ່ງ​ຊອກຫາ​ຖະໜົນ​ທີ່​ເຈົ້າ​ໄດ້​ປະ​ໄປ​ນັ້ນ. ຈົ່ງ​ກັບ​ມາ​ເຖີດ ປະຊາຊົນ​ອິດສະຣາເອນ​ເອີຍ ກັບຄືນ​ມາ​ສູ່​ບ້ານ​ເມືອງ​ທີ່​ພວກເຈົ້າ​ໄດ້​ຈາກ​ໄປ​ນັ້ນ.


ແຕ່​ມີ​ໜ້ອຍຄົນ​ເທົ່ານັ້ນ​ໃນ​ພວກເຈົ້າ ທີ່​ຈະ​ໜີ​ພົ້ນ​ຈາກ​ຄວາມຕາຍ ແລະ​ກັບຄືນ​ຈາກ​ເອຢິບ​ມາ​ສູ່​ດິນແດນ​ຢູດາຍ. ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ນັ້ນ​ກໍ​ຈະ​ຮູ້​ວ່າ ຄຳເວົ້າ​ຂອງ​ຜູ້ໃດ​ກາຍເປັນຈິງ ຂອງເຮົາ​ຫລື​ຂອງ​ພວກເຂົາ​ແທ້.’


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ໜີ​ອອກ​ມາ​ຈາກ​ປະເທດ​ສາ ຈົ່ງ​ໜີໄປ​ເປັນ​ຜູ້​ທຳອິດ​ເຖີດ


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີໄປ​ຈາກ​ທີ່​ນັ້ນ​ສາ ຈົ່ງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ຈາກ​ຄວາມ​ຮ້າຍກາດ​ອັນ​ໂຫດຫ້ຽມ​ຂອງ​ພຣະເຈົ້າຢາເວ.


ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ແລ່ນ​ເອົາ​ຊີວິດ​ລອດ​ເຖີດ ຢ່າ​ໃຫ້​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ບາບີໂລນ. ບັດນີ້ ພຣະເຈົ້າຢາເວ​ກຳລັງ​ແກ້ແຄ້ນ​ແລະ​ລົງໂທດ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.


ບ່ອນ​ທີ່​ພວກເຂົາ​ຈະ​ໃຊ້​ຊີວິດ​ຢູ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ລະນຶກເຖິງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ອັບອາຍ​ຂາຍໜ້າ ກໍ​ເພາະ​ຈິດໃຈ​ທີ່​ຂາດ​ຄວາມເຊື່ອ​ຈຶ່ງ​ພາ​ໃຫ້​ຫ່າງເຫີນ​ຈາກ​ເຮົາ​ໄປ ແລະ​ພວກເຂົາ​ຮັກ​ຮູບເຄົາຣົບ​ຫລາຍກວ່າ​ຮັກ​ເຮົາ. ພວກເຂົາ​ຈະ​ກຽດຊັງ​ຕົນເອງ ເພາະ​ຄວາມ​ຊົ່ວຊ້າ ແລະ​ສິ່ງ​ເສື່ອມເສຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.


ເມື່ອ​ພວກ​ສັດຕູ​ຂອງ​ດານີເອນ​ໄດ້​ສັງເກດ​ເຫັນ​ລາວ​ພາວັນນາ​ອະທິຖານ ແລະ​ວິງວອນ​ຂໍ​ຕໍ່ໜ້າ​ພຣະເຈົ້າ​ຂອງເພິ່ນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka