Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:5 - ພຣະຄຳພີສັກສິ

5 ພຣະເຈົ້າ​ຂອງ​ພວກເຂົາ ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ປະຖິ້ມ​ອິດສະຣາເອນ​ແລະ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກໍຕາມ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:5
37 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຢູ່​ກັບ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງເຮົາ ໃນ​ວິຫານ​ທີ່​ເຈົ້າ​ກຳລັງ​ສ້າງ​ຢູ່​ນີ້ ແລະ​ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຈັກເທື່ອ.”


ກະສັດ​ມານາເຊ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢ່າງ​ຫລວງຫລາຍ ຈົນ​ວ່າ​ຖະໜົນ​ຕ່າງໆ​ທີ່​ນະຄອນ​ເຢຣູຊາເລັມ​ນອງ​ໄປ​ດ້ວຍ​ເລືອດ; ເພິ່ນ​ໄດ້​ກະທຳ​ການນີ້​ຕື່ມ​ໃສ່​ກັບ​ການນຳພາ​ຊາວ​ຢູດາ​ໃຫ້​ຂາບໄຫວ້​ຮູບເຄົາຣົບ ອັນ​ເປັນເຫດ​ໃຫ້​ພວກເຂົາ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ພວກ​ຂ້ານ້ອຍ​ໄດ້​ເປັນ​ທາດຮັບໃຊ້, ແຕ່​ພຣະເຈົ້າ​ບໍ່ໄດ້​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ທາດຮັບໃຊ້​ຕໍ່ໄປ. ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ​ພໍໃຈ​ໃນ​ພວກ​ຂ້ານ້ອຍ ແລະ​ໃຫ້​ພວກເພິ່ນ​ອະນຸຍາດ​ແກ່​ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່ ຊຶ່ງ​ແຕ່​ກ່ອນ​ເປັນ​ບ່ອນ​ທີ່​ຮົກຮ້າງ​ເພພັງ ແລະ​ໃຫ້​ພວກ​ຂ້ານ້ອຍ​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ຢ່າງ​ປອດໄພ.


ພຣະເຈົ້າຢາເວ​ຈະ​ບໍ່​ປະປ່ອຍ​ປະຊາຊົນ​ຂອງ​ພຣະອົງ ຈະ​ບໍ່​ປະຖິ້ມ​ຄົນ​ໃດໆ​ຜູ້​ທີ່​ເປັນ​ຂອງ​ພຣະອົງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຢາໂຄບ​ເອີຍ ຈົ່ງ​ພາກັນ​ຈົດຈຳ​ເລື່ອງນີ້. ອິດສະຣາເອນ​ເອີຍ ພວກເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ສ້າງ​ເຈົ້າ ເພື່ອ​ເປັນ​ຜູ້ຮັບໃຊ້​ຂອງເຮົາ; ອິດສະຣາເອນ​ເອີຍ ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ, ເຮົາ​ປຸກປັ່ນ​ທະເລ​ໃຫ້​ມັນ​ຄຶກຄະນອງ​ຂຶ້ນ ແລະ​ເຮັດ​ໃຫ້​ສຽງ​ຄື້ນ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ ນາມ​ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ຄົນ​ຈະ​ເອີ້ນ​ຊື່​ພວກເຂົາ​ວ່າ, “ປະຊາຊົນ​ບໍຣິສຸດ” “ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ໄວ້ແລ້ວ.” ເຈົ້າ​ຈະ​ມີ​ຊື່​ວ່າ, “ເມືອງ​ທີ່​ພຣະເຈົ້າ​ຊົງຮັກ” “ນະຄອນ​ທີ່​ພຣະເຈົ້າ​ບໍ່​ຍອມ​ປະຖິ້ມ​ຈັກເທື່ອ.”


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ເປັນຫຍັງ​ຈຶ່ງ​ເປັນ​ດັ່ງ​ຄົນ​ທີ່​ຫລອນເຮັດ​ຫລອນທຳ ດັ່ງ​ທະຫານ​ທີ່​ຂາດ​ກຳລັງ​ຊ່ວຍເຫລືອ​ຜູ້ໃດ​ບໍ່ໄດ້? ຂ້າແດ່​ພຣະເຈົ້າຢາເວ ແນ່ນອນ​ພຣະອົງ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”’


ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”


ເຮົາ​ຈະ​ເຮັດ​ຢ່າງນີ້​ກໍ​ເພາະວ່າ​ປະຊາຊົນ​ໄດ້​ປະຖິ້ມ​ເຮົາ ແລະ​ເຮັດ​ໃຫ້​ສະຖານທີ່​ນີ້​ເປັນ​ມົນທິນ ໂດຍ​ການ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະອື່ນ ຄື​ບັນດາ​ພະ​ທີ່​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ ຕະຫລອດ​ທັງ​ກະສັດ​ແຫ່ງ​ຢູດາຍ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ພວກເຂົາ​ໄດ້​ເຮັດ​ໃຫ້​ບ່ອນນີ້​ເປິເປື້ອນ ເຕັມ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ບໍ່ມີ​ຄວາມຜິດ


ເພາະສະນັ້ນ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກ່າວ​ເຖິງ​ພວກ​ຜູ້ທຳນວາຍ​ຂອງ​ນະຄອນ​ເຢຣູຊາເລັມ​ວ່າ, “ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ກິນ​ພືດ​ຂົມ​ນາໆ​ຊະນິດ ແລະ​ໃຫ້​ນໍ້າ​ເປັນ​ພິດ​ແກ່​ພວກເຂົາ​ໄດ້​ດື່ມ ເພາະ​ພວກ​ຜູ້ທຳນວາຍ​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ແຜ່​ຄວາມ​ບໍ່ຢຳເກງ​ພຣະເຈົ້າ​ໄປ​ທົ່ວ​ປະເທດ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້າ​ວັນ​ໜຶ່ງ ຈັກກະວານ​ຖືກ​ວັດແທກ​ໄດ້​ໃຫ້​ເຫັນ ແລະ​ຮາກຖານ​ແຜ່ນດິນ​ໂລກ​ຖືກ​ຄົ້ນຄວ້າ​ໄດ້ ເມື່ອນັ້ນ​ເຮົາ​ຈະ​ປະຖິ້ມ​ຍ້ອນ​ພວກເຂົາ​ຊົ່ວຊ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ທຳລາຍ​ຊົນຊາດ​ທັງຫລາຍ​ໃຫ້​ດັບກ້ຽງ ຄື​ບ່ອນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ຢູ່​ອາໄສ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ທັງໝົດ​ດອກ. ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ລ້າໆ​ກໍ​ບໍ່​ຫ່ອນ​ເປັນ ໂດຍ​ບໍ່ໄດ້​ຮັບ​ໂທດກຳ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ແຕ່​ເມື່ອ​ລົງໂທດ​ພວກເຈົ້າ ເຮົາ​ຈະ​ເຮັດ​ຢ່າງ​ຍຸດຕິທຳ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ບໍ່​ພົບ​ການບາບ​ໃນ​ອິດສະຣາເອນ ແລະ​ຄວາມຜິດ​ໃນ​ຢູດາ ເພາະ​ເຮົາ​ຈະ​ຍົກໂທດ​ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ໄວ້​ຊີວິດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ເປັນ​ຄື​ພະ​ເຫຼົ່ານີ້​ເລີຍ ສ້າງ​ທຸກສິ່ງ​ທັງ​ເລືອກສັນ​ຊາດ​ອິດສະຣາເອນ​ໄວ້ ເພື່ອ​ໃຫ້​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ໝາຍເອົາ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ສິ່ງນັ້ນ​ບໍ? ປະຊາຊົນ​ຢູດາຍ​ເຫຼົ່ານີ້​ບໍ່ແມ່ນ​ແຕ່ພໍໃຈ​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດຊັງ ແລະ​ເຮັດ​ໃຫ້​ຄວາມ​ຮຸນແຮງ​ລຸກລາມ​ໄປ​ທົ່ວ​ທັງ​ປະເທດ​ເທົ່ານັ້ນ. ເບິ່ງແມ, ພວກເຂົາ​ຍັງ​ຕ້ອງ​ມາ​ເຮັດ​ສິ່ງ​ເຫຼົ່ານັ້ນ​ໃນ​ວິຫານ​ນີ້ ແລະ​ຍົວະ​ໃຫ້​ເຮົາ​ໂກດຮ້າຍ​ຕື່ມ​ອີກ. ເບິ່ງດຸ, ພວກເຂົາ​ດູໝິ່ນ​ປະໝາດ​ເຮົາ​ສໍ່າໃດ ທັງ​ເຮັດ​ໃຫ້​ເຮົາ​ຂັດເຄືອງ​ໃຈ​ຫລາຍ​ທີ່ສຸດ.


ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ເຮັດ​ຜິດ ເພາະ​ການບາບ​ອັນ​ຮ້າຍແຮງ. ພວກເຂົາ​ໄດ້​ຂ້າ​ຄົນ​ທົ່ວ​ທັງ​ດິນແດນ ແລະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ໄປ​ດ້ວຍ​ຄາດຕະກອນ. ພວກເຂົາ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງ​ພວກເຮົາ ພຣະເຈົ້າຢາເວ​ບໍ່​ຮູ້​ເຫັນ​ສິ່ງໃດ.’


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ສະນັ້ນ ຈົ່ງ​ເອີ້ນ​ໝູ່ເພື່ອນ​ຂອງ​ເຈົ້າ​ວ່າ, “ປະຊາຊົນ​ຂອງ​ພຣະເຈົ້າ” ແລະ “ຜູ້​ໄດ້​ຮັບ​ຄວາມຮັກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.”


ຖ້າ​ນາງ​ບໍ່​ເຊົາ ເຮົາ​ຈະ​ເປືອຍກາຍ​ນາງ​ໃຫ້​ເປັນ​ດັ່ງ​ມື້​ທີ່​ນາງ​ໄດ້​ເກີດ​ມາ. ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ດັ່ງ​ດິນ​ທີ່​ແຫ້ງແລ້ງ​ແລະ​ທຸລະກັນດານ ນາງ​ຈະ​ຕາຍ​ເພາະ​ຫິວນໍ້າ.


ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.


ພວກເຂົາ​ເຮັດ​ຄຳສັນຍາ​ແລະ​ລະເມີດ​ຄຳສັນຍາ​ນັ້ນ. ພວກເຂົາ​ຂີ້ຕົວະ, ເປັນ​ຄາດຕະກອນ, ຂີ້ລັກ ແລະ​ຫລີ້ນຊູ້​ສູ່ຜົວເມຍ​ຄົນອື່ນ. ອາຊະຍາກຳ​ມີ​ເພີ່ມ​ຂຶ້ນ ແລະ​ການ​ຂ້າຟັນກັນ​ກໍ​ມີ​ຢູ່​ທຸກ​ມື້​ທຸກ​ເວັນ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ພຣະອົງ​ຈະ​ສຳແດງ​ຄວາມສັດຊື່ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ປະຊາຊົນ​ຂອງ​ພຣະອົງ ຄື​ຕໍ່​ເຊື້ອສາຍ​ຂອງ​ອັບຣາຮາມ​ແລະ​ຢາໂຄບ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ແຕ່​ດົນນານ​ມາແລ້ວ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ອີກເທື່ອໜຶ່ງ ຢູດາຍ​ຈະ​ເປັນ​ສ່ວນ​ມໍຣະດົກ​ຂອງ​ພຣະເຈົ້າຢາເວ​ໃນ​ດິນແດນ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເປັນ​ນະຄອນ​ທີ່​ພຣະອົງ​ຮັກ​ຫຼາຍ​ທີ່ສຸດ.


ພຣະເຈົ້າຢາເວ​ຈະ​ບໍ່​ປະຖິ້ມ​ພວກ​ຂອງ​ພຣະອົງ ໂດຍ​ເຫັນ​ແກ່​ນາມຊື່​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ຮັບ​ເອົາ​ພວກເຈົ້າ ເປັນ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka