48 ຈັກກະວານ ແລະແຜ່ນດິນໂລກ ແລະທຸກສິ່ງທີ່ຢູ່ໃນນັ້ນ ຈະໂຮຮ້ອງຢ່າງຊົມຊື່ນຍິນດີ ເມື່ອບາບີໂລນຖືກຕີແຕກໂດຍຜູ້ທຳລາຍທີ່ມາຈາກທາງທິດເໜືອຕໍ່ສູ້ປະເທດ.
ເມື່ອຄົນສັດຊື່ຮັ່ງມີເປັນດີຊາວເມືອງກໍເປັນສຸກໃຈ ແລະເມື່ອຄົນຊົ່ວຮ້າຍຕາຍໄປກໍຈະມີສຽງໂຮຮ້ອງຢ່າງຊົມຊື່ນ.
ໂອ ຟ້າສະຫວັນຟ້າສະຫວັນ ເອີຍ ຈົ່ງໂຮຮ້ອງຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳ; ແຜ່ນດິນໂລກບ່ອນເລິກສຸດເອີຍ ຈົ່ງໂຮຮ້ອງສາເຖີດ ພູຜາທຸກໜ່ວຍແລະຕົ້ນໄມ້ໃນປ່າທັງຫລາຍ ຈົ່ງຊົມຊື່ນຍິນດີດ້ວຍສຽງໂຮຮ້ອງເຖີດ ເຫດວ່າພຣະເຈົ້າຢາເວໄດ້ຊົງໄຖ່ຢາໂຄບ ແລະຈະຊົງຮັບກຽດແຫ່ງສະຫງ່າຣາສີໃນອິດສະຣາເອນ.
ຈົ່ງອອກໄປຢ່າງອິດສະຫລະຈາກນະຄອນບາບີໂລນ ຈົ່ງປະກາດຂ່າວດີຢ່າງຊົມຊື່ນຍິນດີເຖີດ. ຈົ່ງບອກທຸກໆບ່ອນໃຫ້ຮູ້ແລະໄດ້ຍິນວ່າ, “ພຣະເຈົ້າຢາເວໄດ້ໄຖ່ອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງແລ້ວ.”
ໂອ ຟ້າສະຫວັນເອີຍ ຈົ່ງຮ້ອງເພງສັນລະເສີນ! ໂອ ແຜ່ນດິນໂລກເອີຍ ຈົ່ງໂຮຮ້ອງຢ່າງຊົມຊື່ນຍິນດີເຖີດ! ຈົ່ງໃຫ້ພູເຂົາທຸກໜ່ວຍໂຮຮ້ອງເປັນສຽງເພງດັງໆ ພຣະເຈົ້າຢາເວຈະອອຍໃຈປະຊາຊົນຂອງພຣະອົງ; ປະຊາຊົນຂອງພຣະອົງຜູ້ທີ່ໄດ້ທົນທຸກທໍລະມານ ພຣະອົງຈະເມດຕາປະຊາຊົນເຫຼົ່ານັ້ນ.
ມີຊົນຊາດໜຶ່ງຈາກທາງທິດເໜືອໄດ້ມາໂຈມຕີບາບີໂລນ ແລະຈະເຮັດໃຫ້ເປັນຖິ່ນແຫ້ງແລ້ງກັນດານ. ມະນຸດແລະຝູງສັດຈະແລ່ນໜີໄປ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນເລີຍ.”
“ປະຊາຊົນກຳລັງມາແຕ່ປະເທດທາງທິດເໜືອ ຄືຊົນຊາດໜຶ່ງທີ່ຢູ່ຫ່າງໄກ ແລະຍິ່ງໃຫຍ່ດ້ວຍ; ກະສັດທັງຫລາຍຕ່າງກໍໄດ້ຕຽມຕົວ ເພື່ອຈະເຮັດເສິກທັງນັ້ນ.
ເຮົາຈະປຸກປັ່ນໝວດໜຶ່ງໃນບັນດາຊົນຊາດທີ່ເຂັ້ມແຂງທາງທິດເໜືອໃຫ້ມາໂຈມຕີບາບີໂລນ. ພວກເຂົາຈະລຽນແຖວກັນເຮັດເສິກ ແລະຕີເອົາປະເທດນີ້. ພວກເຂົາເປັນນັກໂຫ່ເນື້ອທີ່ຊຳນິຊຳນານ ໂດຍຍິງລູກທະນູບໍ່ຜິດພາດເປົ້າໝາຍຈັກເທື່ອ.
ພວກເຂົາພາກັນມາເພື່ອທຳລາຍນະຄອນບາບີໂລນ ທະຫານຖືກຈັບກຸມໝົດ ໜ້າທະນູກໍຖືກຫັກຖິ້ມ. ພຣະເຈົ້າຢາເວເປັນພຣະເຈົ້າອົງທີ່ລົງໂທດຄວາມຊົ່ວຂອງພວກເຂົາ ຈະເຮັດຕໍ່ນະຄອນບາບີໂລນຕາມມັນສົມຄວນໄດ້ຮັບ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາຈະເຮັດໃຫ້ເຈົ້າຮ້າງເປົ່າ ຈົນວ່າທົ່ວໂລກຈະຍິນດີໃນການລົ້ມລົງຂອງເຈົ້າ
“ໂອ ສະຫວັນ ແລະບັນດາໄພ່ພົນຂອງພຣະເຈົ້າ ໂອ ອັກຄະສາວົກ ແລະຜູ້ປະກາດພຣະທຳທັງຫລາຍເອີຍ ຈົ່ງຊົມຊື່ນຍິນດີເພາະນະຄອນນັ້ນ. ດ້ວຍວ່າ, ພຣະເຈົ້າໄດ້ຊົງພິພາກສາລົງໂທດນະຄອນນັ້ນ ເພື່ອເປັນການແກ້ແຄ້ນໃຫ້ເຈົ້າທັງຫລາຍແລ້ວ.”