Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:47 - ພຣະຄຳພີສັກສິ

47 ສະນັ້ນ ເມື່ອ​ເວລາ​ນັ້ນ​ມາຮອດ ເຮົາ​ຈະ​ຈັດການ​ກັບ​ຮູບເຄົາຣົບ​ຕ່າງໆ​ຂອງ​ບາບີໂລນ. ທົ່ວ​ປະເທດ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແລະ​ປະຊາຊົນ​ທັງໝົດ​ຢູ່​ໃນ​ປະເທດ​ຈະ​ຖືກ​ຂ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:47
13 Jak'a apnaqawi uñst'ayäwi  

ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”


ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ; ລູກ​ຂອງ​ພວກເຂົາ​ຈະ​ອຶດຫິວ​ຕາຍ.


ເຈົ້າ​ຈະ​ເວົ້າ​ຢ່າງໃດ ເມື່ອ​ຄົນ​ທີ່​ເຈົ້າ​ຄິດວ່າ​ເປັນ​ມິດ ຮົບ​ຊະນະ​ເຈົ້າ ແລະ​ປົກຄອງ​ເຈົ້າ? ເຈົ້າ​ຈະ​ເຈັບປວດ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ.


ຖ້າ​ຜູ້ໃດ​ໃນ​ປະຊາຊົນ​ຂອງເຮົາ ຫລື​ຜູ້ທຳນວາຍ​ຄົນໃດ ຫລື​ປະໂຣຫິດ​ຄົນໃດ ໃຊ້​ຄຳເວົ້າ​ທີ່​ວ່າ, ‘ພາລະໜັກ​ຂອງ​ພຣະເຈົ້າຢາເວ.’ ເຮົາ​ຈະ​ລົງໂທດ​ຄົນ​ນັ້ນ​ແລະ​ຄອບຄົວ​ຂອງ​ລາວ​ດ້ວຍ.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ເປັນ​ພະ​ທີ່​ໄຮ້ປະໂຫຍດ ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ຈະ​ຖືກ​ທຳລາຍ​ໝົດ​ເມື່ອ​ເວລາ​ລົງໂທດ​ມາຮອດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ຈະ​ເຫັນ​ເຮົາ​ແກ້ແຄ້ນ​ບາບີໂລນ ກັບ​ປະຊາຊົນ​ຂອງ​ປະເທດ​ນີ້​ສຳລັບ​ຄວາມ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ນະຄອນ​ເຢຣູຊາເລັມ.”


ເມືອງ​ທັງຫລາຍ​ໄດ້​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ ແລະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ຂາດນໍ້າ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ຫລື​ທ່ອງທ່ຽວ​ໄປມາ.


ເພາະສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ຈັດການ​ກັບ​ບັນດາ​ຮູບເຄົາຣົບ​ໃນ​ນະຄອນ​ບາບີໂລນ ແລະ​ຄົນ​ທີ່​ໄດ້​ຮັບ​ບາດເຈັບ​ກໍ​ຈະ​ໂອ່ຍຄາງ​ຢູ່​ທົ່ວ​ທັງປະເທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka