Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:46 - ພຣະຄຳພີສັກສິ

46 ຢ່າ​ສູ່​ເສຍ​ຄວາມ​ກ້າຫານ ແລະ​ຢ່າສູ່ຢ້ານ​ຍ້ອນ​ເລື່ອງ​ເລົ່າລື​ທີ່​ແຜ່​ໄປ​ນັ້ນ ຄື​ເລື່ອງ​ເລົ່າລື​ຂອງ​ຄວາມ​ຮຸນແຮງ​ທີ່​ເກີດຂຶ້ນ​ແຕ່ລະປີ​ໃນ​ດິນແດນ ແລະ​ເລື່ອງ​ຂອງ​ກະສັດ​ຜູ້ໜຶ່ງ​ທີ່​ກຳລັງ​ສູ້ຮົບ​ກັບ​ກະສັດ​ຜູ້​ອື່ນ​ອີກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:46
16 Jak'a apnaqawi uñst'ayäwi  

ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ຊ່າລື ຊຶ່ງ​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງ​ລາວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ຖືກ​ຂ້າ​ຢູ່​ທີ່​ນັ້ນ.”’


ຊາວ​ອຳໂມນ​ແລະ​ຊາວ​ໂມອາບ​ໄດ້​ໂຈມຕີ​ກອງທັບ​ຂອງ​ຊາວ​ເອໂດມ ແລະ​ໄດ້​ທຳລາຍ​ພວກເຂົາ​ຈົນ​ໝົດສິ້ນ. ແລ້ວ​ພວກເຂົາ​ກໍໄດ້​ຫັນ​ມາ​ສູ້ຮົບ​ກັນແລະກັນ​ຢ່າງ​ບ້າຄັ່ງ.


ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນັ້ນ ທຳລາຍ​ຄວາມ​ກ້າຫານ​ຂອງຂ້ອຍ​ລົງ ແລະ​ເຮັດ​ໃຫ້​ຂ້ອຍ​ຢ້ານກົວ​ຫລາຍ ຕໍ່​ຣິດອຳນາດ​ຂອງ​ພຣະເຈົ້າ ແມ່ນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ຄວາມມືດ​ທີ່​ເຮັດ​ໃຫ້​ຂ້ອຍ​ຢ້ານກົວ ເຖິງ​ວ່າ​ຄວາມມືດ​ເຮັດ​ໃຫ້​ຕາ​ຂ້ອຍ​ບອດ​ກໍຕາມ.


ຖ້າ​ເຈົ້າ​ເປັນ​ຄົນ​ອ່ອນແອ​ໃນ​ຍາມ​ຄັບຂັນ ເຈົ້າ​ກໍ​ເປັນ​ຄົນ​ອ່ອນແອ​ແທ້ໆ.


“ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ເອຢິບ​ສັ່ນ​ສະທ້ານ ແລະ​ເກີດ​ເສິກ​ກາງເມືອງ; ອ້າຍ​ນ້ອງ​ຈະ​ຕໍ່ສູ້​ກັນ ແລະ​ເພື່ອນບ້ານ​ຈະ​ສູ້ຮົບ​ກັນ. ເມືອງຕ່າງໆ​ຈະ​ຕໍ່ສູ້​ກັນ​ເອງ​ເພາະ​ການ​ເປັນສັດຕູ​ກັນ ແລະ​ກະສັດ​ທີ່​ເປັນ​ສັດຕູ​ກັນ​ກໍ​ຈະ​ຍາດແຍ່ງ​ອຳນາດກັນ.


ສະນັ້ນ ຢ່າ​ສູ່ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ຝ່າຍ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ. ແຕ່​ທີ່​ໄກ​ສຸດ​ທາງ​ຕາເວັນອອກ​ແລະ​ຕາເວັນຕົກ ເຮົາ​ຈະ​ນຳ​ຄົນ​ຂອງເຈົ້າ​ກັບຄືນ​ມາ​ບ້ານ.


“ປະຊາຊົນ​ຂອງເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕົກໃຈ​ຢ້ານ​ເທາະ ເຮົາ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ຈາກ​ດິນແດນ​ທີ່​ຫ່າງໄກ ຈາກ​ດິນແດນ​ທີ່​ພວກເຈົ້າ​ຕົກ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບ​ມາ​ສູ່​ບ້ານ ແລະ​ຢູ່​ຢ່າງ​ສັນຕິສຸກ ຈະ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ຢ້ານ​ອີກ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ທຳລາຍ​ຊົນຊາດ​ທັງຫລາຍ​ໃຫ້​ດັບກ້ຽງ ຄື​ບ່ອນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ຢູ່​ອາໄສ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ທັງໝົດ​ດອກ. ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ລ້າໆ​ກໍ​ບໍ່​ຫ່ອນ​ເປັນ ໂດຍ​ບໍ່ໄດ້​ຮັບ​ໂທດກຳ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ແຕ່​ເມື່ອ​ລົງໂທດ​ພວກເຈົ້າ ເຮົາ​ຈະ​ເຮັດ​ຢ່າງ​ຍຸດຕິທຳ.”


ເມື່ອ​ເຫດການ​ເຫຼົ່ານີ້​ເລີ່ມ​ເກີດຂຶ້ນ ພວກເຈົ້າ​ຈົ່ງ​ລຸກ​ຢືນ​ແລະ​ເງີຍ​ຫົວ​ຂຶ້ນ ເພາະ​ຄວາມ​ພົ້ນ​ຂອງ​ພວກເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.”


ໃນ​ຂະນະທີ່​ທະຫານ​ຂອງ​ກີເດໂອນ​ເປົ່າແກ​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ຄົນ​ທີ່​ຢູ່​ໃນ​ຄ້າຍພັກ​ຈັບ​ດາບ​ຂຶ້ນ​ຕໍ່ສູ້​ກັນ​ເອງ. ພວກເຂົາ​ແລ່ນ​ໜີໄປ​ທາງ​ເມືອງ​ຊາເຣທານ ຈົນເຖິງ​ເມືອງ​ເບັດຊິດຕາ​ແລະ​ເມືອງ​ອາເບັນ​ເມໂຮລາ​ທີ່​ຢູ່​ໃກ້​ບ້ານ​ຕັບບັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka