Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:45 - ພຣະຄຳພີສັກສິ

45 ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີໄປ​ຈາກ​ທີ່​ນັ້ນ​ສາ ຈົ່ງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ຈາກ​ຄວາມ​ຮ້າຍກາດ​ອັນ​ໂຫດຫ້ຽມ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:45
13 Jak'a apnaqawi uñst'ayäwi  

ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ພວກ​ອົບພະຍົບ​ປົບໜີ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ບອກ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະວິຫານ​ຂອງ​ພຣະອົງ.)


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ໜີ​ອອກ​ມາ​ຈາກ​ປະເທດ​ສາ ຈົ່ງ​ໜີໄປ​ເປັນ​ຜູ້​ທຳອິດ​ເຖີດ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.


ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ແລ່ນ​ເອົາ​ຊີວິດ​ລອດ​ເຖີດ ຢ່າ​ໃຫ້​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ບາບີໂລນ. ບັດນີ້ ພຣະເຈົ້າຢາເວ​ກຳລັງ​ແກ້ແຄ້ນ​ແລະ​ລົງໂທດ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.


ຊາວ​ຕ່າງດ້າວ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ພະຍາຍາມ​ຊ່ວຍ​ບາບີໂລນ ແຕ່​ຊ້າ​ເກີນ​ໄປ​ສາ​ແລ້ວ. ບັດນີ້ ປ່ອຍ​ສາເທາະ ແລະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ສາ. ພຣະເຈົ້າ​ລົງໂທດ​ບາບີໂລນ​ດ້ວຍ​ຣິດທານຸພາບ​ທັງໝົດ​ຂອງ​ພຣະອົງ ແລະ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.”’


ເພິ່ນ​ໄດ້​ບອກ​ປະຊາຊົນ​ວ່າ, “ຈົ່ງ​ຍ້າຍ​ໜີ​ຈາກ​ເຕັນ​ຂອງ​ຄົນຊົ່ວ​ເຫຼົ່ານີ້ ແລະ​ຢ່າ​ແຕະຕ້ອງ​ສິ່ງໃດສິ່ງໜຶ່ງ​ທີ່​ເປັນ​ຂອງ​ພວກເຂົາ. ບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ກວາດ​ໄປ​ນຳ ເພາະ​ການບາບ​ຂອງ​ພວກເຂົາ.”


ແລ້ວ​ເປໂຕ​ກໍ​ສັ່ງ ແລະ​ຕັກເຕືອນ​ໜູນໃຈ​ພວກເຂົາ​ຕື່ມ​ອີກ​ຫລາຍ​ປະການ ເພິ່ນ​ກ່າວ​ວ່າ, “ຈົ່ງ​ເອົາ​ຕົວ​ລອດພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດໂກງ​ນີ້​ເສຍ.”


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka