Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:43 - ພຣະຄຳພີສັກສິ

43 ເມືອງ​ທັງຫລາຍ​ໄດ້​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ ແລະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ຂາດນໍ້າ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ຫລື​ທ່ອງທ່ຽວ​ໄປມາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:43
12 Jak'a apnaqawi uñst'ayäwi  

ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳການ ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ເທິງ​ໂລກນີ້.


ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ. ແມ່ນແຕ່​ນັກ​ເດີນທາງ​ຊາວ​ອາຣັບ​ກໍ​ຈະ​ບໍ່​ກາງ​ເຕັນ​ໃສ່​ທີ່​ນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄປ​ລ້ຽງ​ຝູງແກະ​ຂອງຕົນ​ໃນ​ທີ່ນັ້ນ.


ກົກ​ໜາມ​ໃຫຍ່ນ້ອຍ​ຈະ​ປົ່ງ​ຂຶ້ນ​ເຕັມ​ຣາຊວັງ ແລະ​ຕາມ​ກຳແພງ​ເມືອງ ແລະ​ທີ່ນັ້ນ​ຈະ​ເປັນ​ບ່ອນ​ຢູ່​ຂອງ​ໝາປ່າ​ແລະ​ນົກ​ເຄົ້າ.


ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນີ້​ເປັນ​ຕາ​ຢ້ານກົວ​ຫລາຍ ເປັນ​ດິນແດນ​ທີ່​ຖືກ​ອັບອາຍ​ຂາຍໜ້າ​ຕະຫລອດ. ທຸກຄົນ​ທີ່​ຜ່ານ​ໄປ​ເຫັນ​ບ່ອນ​ນັ້ນ​ຈະ​ສະດຸ້ງ​ຕົກໃຈ ຕ່າງ​ກໍ​ຈະ​ແກວ່ງຫົວ​ດ້ວຍ​ຄວາມ​ປະຫລາດ.


ພວກເຂົາ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ພຣະເຈົ້າຢາເວ​ແຕ່​ຢ່າງໃດ​ເລີຍ ເຖິງ​ວ່າ​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ຈາກ​ເອຢິບ​ກໍ​ຕາມ ທັງ​ພາ​ພວກເຂົາ​ຍ່າງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ດິນແດນ​ເປົ່າປ່ຽວ​ມີ​ປ່າ​ດິນ​ຊາຍ​ດ້ວຍ ເປັນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ມີ​ອັນຕະລາຍ ບໍ່ມີ​ຄົນ​ຢູ່​ອາໄສ​ທັງ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ດ້ວຍ.


ແຕ່​ເມືອງ​ອັນ​ໃຫຍ່ໂຕ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຖືກ​ລົດກຽດ ແລະ​ຖືກ​ອັບອາຍ​ຂາຍໜ້າ. ບາບີໂລນ​ຈະ​ເປັນ​ຊົນຊາດ​ໜຶ່ງ ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ທີ່ສຸດ​ໃນ​ບັນດາ​ຊົນຊາດ​ທັງໝົດ ຄື​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຫືອດແຫ້ງ​ແລະ​ຂາດນໍ້າ.


ແຜ່ນດິນ​ໂລກ​ສັ່ນສະເທືອນ ເພາະ​ພຣະເຈົ້າຢາເວ​ກຳລັງ​ດຳເນີນ​ແຜນການ​ຂອງ​ພຣະອົງ ເພື່ອ​ເຮັດ​ໃຫ້​ບາບີໂລນ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.


ແລ້ວ​ຈົ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ພຣະອົງ​ທີ່​ໄດ້​ກ່າວ​ວ່າ ຈະ​ທຳລາຍ​ບ່ອນ​ນີ້​ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສິ່ງ​ທີ່​ມີ​ຊີວິດ ບໍ່​ວ່າ​ຄົນ​ຫລື​ສັດ ແລະ​ມັນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka