41 ອົງພຣະຜູ້ເປັນເຈົ້າກ່າວກ່ຽວກັບນະຄອນບາບີໂລນວ່າ, “ເມືອງທີ່ທົ່ວທັງໂລກເຄີຍຊົມເຊີຍນັ້ນຖືກຢຶດສາແລ້ວ ນະຄອນບາບີໂລນກາຍເປັນເປົ້າສາຍຕາອັນໜ້າຢ້ານກົວຕໍ່ບັນດາຊົນຊາດສາແລ້ວ
ໃນເວລານີ້ ພຣະວິຫານເປັນທີ່ຍົກຍໍຢ່າງສູງສົ່ງແທ້, ແຕ່ແລ້ວໃນເວລານັ້ນ ທຸກໆຄົນທີ່ຜ່ານໄປກໍຈະສະດຸ້ງໃນໃຈ ແລະຖາມວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງເຮັດກັບດິນແດນ ແລະວິຫານເຊັ່ນນີ້?’
ບາບີໂລນເປັນອານາຈັກໜຶ່ງທີ່ສວຍງາມກວ່າອານາຈັກໃດໆທັງໝົດ ເປັນທີ່ພູມໃຈຂອງຊາວນະຄອນ. ເມືອງນັ້ນຈະເປັນຄືເມືອງໂຊໂດມ ແລະເມືອງໂກໂມຣາທີ່ພຣະເຈົ້າໄດ້ໂຄ່ນລົ້ມແລ້ວ.
ເມື່ອພຣະອົງກະທຳການນັ້ນ ພວກເຂົາຈະເວົ້າເຍາະເຍິ້ຍກະສັດແຫ່ງບາບີໂລນວ່າ: “ກະສັດຜູ້ຮ້າຍກາດໄດ້ລົ້ມລົງແລ້ວ ເພິ່ນຈະບໍ່ໄດ້ກົດຂີ່ຜູ້ໃດຜູ້ໜຶ່ງອີກຕໍ່ໄປ
ບັນດາກະສັດທັງໝົດທາງທິດເໜືອ, ໄກແລະໃກ້ແຕ່ລະເມືອງເປັນລຳດັບ. ທຸກໆຊົນຊາດທີ່ຢູ່ເທິງແຜ່ນດິນໂລກຕ້ອງໄດ້ດື່ມຈາກຈອກນີ້. ໃນທີ່ສຸດກະສັດແຫ່ງບາບີໂລນກໍຈະດື່ມຈາກຈອກນີ້ຄືກັນ.
ນະຄອນໂດ່ງດັງທີ່ເຄີຍມີຄວາມສຸກ ໄດ້ຮົກຮ້າງຫວ່າງເປົ່າໄປໝົດ.
ບາບີໂລນໄດ້ໃຊ້ຄ້ອນຕີໂລກທັງໝົດແຕກເປັນປ່ຽງສັນໃດ; ບັດນີ້ ຄ້ອນຕີນັ້ນກໍໄດ້ແຕກເປັນປ່ຽງສັນນັ້ນ ບັນດາຊົນຊາດທັງໝົດສະດຸ້ງຕົກໃຈ ຕໍ່ສິ່ງທີ່ໄດ້ເກີດຂຶ້ນໃນປະເທດນັ້ນ.
ເມື່ອນະຄອນບາບີໂລນຫຼົ້ມຈົມນັ້ນຈະມີສຽງດັງຂຶ້ນ ຈົນແຜ່ນດິນໂລກທັງໝົດສັ່ນສະເທືອນ ແລະສຽງແຕກຕື່ນກໍຈະໄດ້ຍິນໄປຮອດຊົນຊາດທັງຫລາຍ.”
ປະເທດນັ້ນຈະກາຍເປັນກອງສິ່ງຮົກຮ້າງເພພັງ ຄືບ່ອນທີ່ສັດປ່າທັງຫລາຍອາໄສຢູ່. ມັນຈະເປັນເປົ້າສາຍຕາອັນໜ້າຢ້ານກົວຫລາຍ; ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນແລະທຸກຄົນທີ່ເຫັນກໍຈະຢ້ານກົວໃຫຍ່.
ທຸກຄົນທີ່ຢູ່ຕາມຝັ່ງທະເລກໍສະດຸ້ງຕົກໃຈໃນຊາຕາກຳຂອງເຈົ້າ. ແມ່ນແຕ່ກະສັດຂອງພວກເຂົາ ຕ່າງກໍສະທ້ານຢ້ານກົວຈົນເບິ່ງສີໜ້າກໍຮູ້.
ພຣະເຈົ້າໄດ້ແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງຄົນຕະຫລອດທັງສັດ ແລະນົກທັງປວງທີ່ອາໄສຢູ່ໃນໂລກ. ຫົວຄຳນັ້ນແມ່ນທ່ານເອງ.
ຂ້າແດ່ພະຣາຊາ ຕົ້ນໄມ້ນັ້ນແມ່ນທ່ານເອງ ຄືຜູ້ທີ່ຍິ່ງໃຫຍ່ແລະເຂັ້ມແຂງ. ຄວາມຍິ່ງໃຫຍ່ຂອງທ່ານສູງຈຸຟ້າ ແລະອຳນາດຂອງທ່ານກໍແຜ່ອອກໄປທົ່ວໂລກ.
ເພິ່ນໄດ້ກ່າວວ່າ, “ເບິ່ງດູ ນະຄອນບາບີໂລນນີ້ເປັນເມືອງໃຫຍ່ຫລາຍ ເຮົາໄດ້ສ້າງໃຫ້ເປັນເມືອງຫລວງຂອງເຮົາ ເພື່ອສະແດງເຖິງອຳນາດ ແລະຄວາມຍິ່ງໃຫຍ່ ກຽດຕິຍົດ ແລະສະຫງ່າຣາສີຂອງເຮົາ.”
ໃນບັນດາປະເທດທີ່ພຣະເຈົ້າຢາເວຈະໃຫ້ພວກເຈົ້າກະຈັດກະຈາຍໄປອາໄສຢູ່ນັ້ນ ປະຊາຊົນຈະຕື່ນຕົກໃຈຕໍ່ເຫດການທີ່ໄດ້ເກີດຂຶ້ນກັບພວກເຈົ້າ ແລ້ວພວກເຂົາຕ່າງກໍຈະຫົວເລາະເຍາະເຍີ້ຍພວກເຈົ້າ.