4 ພວກເຂົາຈະບາດເຈັບ ແລະຕາຍຕາມທ້ອງຖະໜົນໃນເມືອງ.
ຜູ້ທີ່ຖືກຈັບໄດ້ຈະຖືກແທງໃຫ້ຕາຍ.
ແຕ່ເຈົ້າພັດບໍ່ມີຂຸມຝັງສົບ. ຊາກສົບຂອງເຈົ້າຖືກໂຍນອອກໄປ ປະໃຫ້ເປື່ອຍເນົ່າຢູ່ລຸ່ມຊາກສົບຂອງພວກທະຫານຊຶ່ງຖຶກຂ້າໃນສະໜາມຮົບ ແລະໄດ້ຖືກໂຍນລົງພ້ອມກັນໄປໃນເຫວແລະຖືກຢຽບຢໍ່າ.
ໃນວັນນັ້ນ ຊາຍໜຸ່ມຈະຖືກຂ້າຕາມທ້ອງຖະໜົນຫົນທາງໃນເມືອງ ແລະທະຫານກໍຈະຖືກທຳລາຍກ້ຽງ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
ສະນັ້ນ ພວກຊາວໜຸ່ມໃນເມືອງນີ້ຈຶ່ງຈະຖືກຂ້າຕາມທ້ອງຖະໜົນຫົນທາງ ພວກທະຫານທັງໝົດກໍຈະຖືກທຳລາຍໃນມື້ນັ້ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຈົ່ງທຳລາຍຝູງມ້າ ແລະລົດຮົບປະເທດນີ້ສາ ຈົ່ງໃຫ້ຄວາມຕາຍມາສູ່ພວກທະຫານຮັບຈ້າງ. ພວກເຂົາຊ່າງອິດອ່ອນເມື່ອຍຫລາຍແທ້ໆນໍ ຈົ່ງທຳລາຍຂຸມຊັບໂດຍໃຫ້ຖືກປຸ້ນເອົາຈົນກ້ຽງ.
ເຖິງແມ່ນວ່າ ນະຄອນບາບີໂລນປີນຂຶ້ນໄປສູ່ທ້ອງຟ້າໄດ້ ແລະສ້າງປ້ອມປ້ອງກັນຢູ່ທີ່ນັ້ນໄດ້ ເຮົາກໍຍັງຈະສົ່ງຄົນໄປທຳລາຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.