Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:39 - ພຣະຄຳພີສັກສິ

39 ພວກເຂົາ​ນັ້ນ​ໂລບມາກ​ໂລພາ​ບໍ? ເຮົາ​ຈະ​ຕຽມ​ງານກິນລ້ຽງ​ສຳລັບ​ພວກເຂົາ ແລະ​ໃຫ້​ພວກເຂົາ​ດື່ມ​ແລະ​ສຸກໃຈ. ພວກເຂົາ​ຈະ​ເຂົ້າ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:39
12 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຫລຽວເບິ່ງ​ຂ້ານ້ອຍ ແລະ​ຕອບ​ຂ້ານ້ອຍ​ດ້ວຍ. ຂໍ​ຊົງ​ໂຜດ​ປະທານ​ໃຫ້​ຕາ​ຂອງ​ຂ້ານ້ອຍ​ສະຫວ່າງ​ຂຶ້ນ​ໃໝ່ ຂໍ​ຊົງ​ໂຜດ​ຢ່າ​ປ່ອຍ​ໃຫ້​ຂ້ານ້ອຍ​ຕ້ອງ​ຕາຍໄປ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ສັ່ງ​ໃຫ້​ພວກເຂົາ​ດື່ມ​ຈາກ​ຈອກ​ນີ້​ຈົນ​ຮາກ​ອອກ​ມາ ຈົນ​ພວກເຂົາ​ລົ້ມລົງ​ແລະ​ລຸກຂຶ້ນ​ບໍ່ໄດ້ ເພາະ​ສົງຄາມ​ທີ່​ເຮົາ​ຈະ​ສົ່ງ​ໄປ​ຕໍ່ສູ້​ພວກເຂົາ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ເຮັດ​ໃຫ້​ໂມອາບ​ມືນເມົາ​ເພາະ​ໄດ້​ກະບົດ​ຕໍ່​ເຮົາ. ໂມອາບ​ຈະ​ເກືອກກົ້ວ​ຢູ່​ໃນ​ຮາກ​ຂອງຕົນເອງ ແລະ​ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ໃນ​ຄືນ​ນັ້ນເອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ໄດ້​ຖືກ​ລອບ​ສັງຫານ;


ພວກເຈົ້າ ນັກ​ດື່ມ​ເຫຼົ້າ​ຈະ​ຖືກ​ເຜົາຜານ​ໝົດ ເໝືອນ​ໄຟ​ໄໝ້​ກໍ​ໜາມ ແລະ​ຫຍ້າແຫ້ງ.


ນີເນເວ​ເອີຍ ເຈົ້າ​ເອງ​ກໍ​ຈະ​ຕົກ​ຢູ່​ໃນ​ຄວາມ​ມືດມົວ​ເຊັ່ນດຽວ​ກັນ ເຈົ້າເອງ​ຈະ​ພະຍາຍາມ​ປົບໜີ​ຈາກ​ພວກ​ສັດຕູ​ຄືກັນ.


ກະສັດ​ແຫ່ງ​ອັດຊີເຣຍ ຜູ້​ສຳເລັດ​ຣາຊການ​ຂອງເຈົ້າ​ນັ້ນ​ຕາຍ​ສາ​ແລ້ວ ແລະ​ພວກ​ລ້ຽງແກະ​ຂອງເຈົ້າ​ກໍ​ນອນ​ຫລັບ​ໄປ​ເລີຍ ປະຊາຊົນ​ຂອງເຈົ້າ​ຖືກ​ກະຈັດ​ກະຈາຍ​ຢູ່​ຕາມ​ເທິງ​ພູ ແລະ​ບໍ່ມີ​ຜູ້ໃດ​ນຳ​ພວກເຂົາ​ກັບຄືນ​ມາ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka