38 ຊາວບາບີໂລນລ້ວນແຕ່ເປັນດັ່ງໂຕສິງທີ່ຮ້ອງຄຳຣາມ ແລະຄວນຄາງດັ່ງສິງໜຸ່ມ.
ທ່ານກໍຮູ້ຢູ່ແລ້ວວ່າ ພໍ່ຂອງທ່ານກັບພັກພວກຂອງເພິ່ນນັ້ນເປັນນັກຮົບທີ່ເກັ່ງກ້າ ແລະໂຫດຮ້າຍດັ່ງໝີປ່າທີ່ຄົນລັກເອົາລູກຂອງມັນໄປ. ພໍ່ຂອງທ່ານເປັນນັກຮົບທີ່ຊຳນິຊຳນານ ເພິ່ນບໍ່ຢູ່ນຳທະຫານໃນເວລາຕອນກາງຄືນດອກ.
ແມ່ນແຕ່ຝູງສິງກໍອຶດຢາກຍ້ອນຂາດອາຫານ ແຕ່ຜູ້ທີ່ເຊື່ອຟັງພຣະເຈົ້າຢາເວຢ່າງຈິງໃຈບໍ່ຂາດສິ່ງດີຈັກເທື່ອ.
ຂ້າແດ່ພຣະເຈົ້າ ຂໍພຣະອົງຫັກແຂ້ວຂອງພວກເຂົາຖິ້ມໃຫ້ໝົດສາ ຂ້າແດ່ພຣະເຈົ້າຢາເວ ຈົ່ງຫັກແຂ້ວໂຄບຝູງສິງໜຸ່ມທີ່ໂຫດຮ້າຍສາເຖີດ
ໂຕສິງທີ່ຮ້າຍກາດຈະອາໄສຢູ່ທີ່ນັ້ນບໍ່ໄດ້ເລີຍ ສັດຮ້າຍທັງຫລາຍຈະບໍ່ຜ່ານໄປທາງນັ້ນ ພວກທີ່ພຣະເຈົ້າຢາເວໄດ້ຊົງໄຖ່ເອົາມາ ຈະເດີນທາງກັບເມືອບ້ານໂດຍຜ່ານທາງນີ້.
ພວກທະຫານຕ່າງກໍຄວນຄາງ ສຽງດັງຄືສຽງໂຕສິງທີ່ໄດ້ຂ້າເຫຍື່ອ ແລະຄາບໄປສູ່ບ່ອນທີ່ບໍ່ມີຜູ້ໃດຍາດເອົາຈາກມັນໄດ້.
ພວກເຂົາຮ້ອງແຜດສຽງໃສ່ລາວ ດັ່ງໂຕສິງ ດິນແດນຂອງລາວກາຍເປັນຖິ່ນແຫ້ງແລ້ງກັນດານແລ້ວ ແລະເມືອງຕ່າງໆກໍຮົກຮ້າງເພພັງ ທັງຖືກປະຖິ້ມໄປຢ່າງສິ້ນເຊີງສາແລ້ວ.
ບັນດານັກປົກຄອງຄວນຄາງຢ່າງທຸກລະທົມໃຈ ເພາະກຽດສັກສີຂອງພວກເຂົາສູນສິ້ນໄປເສຍແລ້ວ ຈົ່ງຟັງສຽງຄຳຣາມຮ້ອງຂອງຝູງສິງໜຸ່ມ ປ່າທີ່ມັນຢູ່ຕາມແມ່ນໍ້າຈໍແດນໄດ້ຖືກທຳລາຍລົງ.
ນາງເດລີລາຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກຳລັງມາ.” ແຊມຊັນຈຶ່ງລຸກຂຶ້ນແລະຄິດວ່າ, “ຂ້ອຍຈະໄປໄດ້ຢ່າງສະບາຍດັ່ງແຕ່ກ່ອນ.” ລາວບໍ່ຮູ້ເລີຍວ່າພຣະເຈົ້າຢາເວບໍ່ໄດ້ຢູ່ນຳລາວແລ້ວ.