34 “ກະສັດແຫ່ງບາບີໂລນກືນກິນນະຄອນເຢຣູຊາເລັມ ໄດ້ເຮັດໃຫ້ນະຄອນຮ້າງເປົ່າດັ່ງໄຫບໍ່ມີຫຍັງຈັກດີ້; ດັ່ງຜີປີສາດໂຕໜຶ່ງກືນກິນນະຄອນເຢຣູຊາເລັມ ເພິ່ນຢຶດສິ່ງທີ່ຕ້ອງການແລະໂຍນຂອງເຫລືອຖິ້ມ.
ຄົນຊົ່ວຮາກອອກແຕ່ຊັບສິນທີ່ຕົນໄດ້ລັກມາ; ພຣະເຈົ້າເອົາຄືນແມ່ນແຕ່ຍັງຄາຢູ່ໃນກະເພາະ.
ທະເລຖືກແຍກດ້ວຍຣິດທານຸພາບຂອງພຣະອົງ ແລະຢຽບທຳລາຍຫົວມັງກອນ ສັດໃຫຍ່ໃນທະເລ
ຈົ່ງຂ້າພວກເຂົາຖິ້ມທັງເປັນໃຫ້ເໝືອນດັ່ງຄວາມຕາຍກືນກິນມະນຸດ.
ນົກເຄົ້າກັບນົກກາເວົາຈະເປັນເຈົ້າຂອງດິນແດນນັ້ນ. ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ດິນແດນເປັນທີ່ແຫ້ງແລ້ງອີກ ດັ່ງກ່ອນຄາວການນິຣະມິດສ້າງ.
ແຕ່ບັດນີ້ ປະຊາຊົນຂອງພຣະອົງໄດ້ຖືກປຸ້ນ ຖືກຂັງທີ່ຫ້ອງໃຕ້ດິນລັບໆກັບພວກນັກໂທດ. ພວກເຂົາຖືກປຸ້ນຈົນສິ້ນເນື້ອປະດາຕົວ ແລະບໍ່ມີຜູ້ໃດມາຊ່ວຍກູ້ເອົາພວກເຂົາເຈົ້າ.
“ປະຊາຊົນອິດສະຣາເອນປຽບດັ່ງຝູງແກະ ທີ່ຖືກໂຕສິງໄລ່ໃຫ້ກະຈັດກະຈາຍໄປ. ທຳອິດ ພວກເຂົາຖືກຈັກກະພັດອັດຊີເຣຍໂຈມຕີ; ຕໍ່ມາ ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຫັກກະດູກພວກເຂົາ.”
ພວກເຂົາຖືກທຳລາຍຈາກທຸກໆຄົນທີ່ໄດ້ພົບເຫັນພວກເຂົາ. ເຫຼົ່າສັດຕູຂອງພວກເຂົາເວົ້າວ່າ, ‘ສິ່ງທີ່ພວກເຮົາໄດ້ເຮັດບໍ່ຜິດ ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ອົງເປັນທີ່ຢູ່ອັນແທ້ຈິງ; ຕໍ່ສູ້ພຣະເຈົ້າຢາເວ ອົງເປັນຄວາມຫວັງຂອງບັນພະບຸລຸດຂອງພວກເຂົາ.’
ເຮົາຈະລົງໂທດເບນ ຄືພະແຫ່ງບາບີໂລນ ແລະເຮັດໃຫ້ມັນຍອມຄືນສົມບັດຕ່າງໆທີ່ໄດ້ລັກໄປນັ້ນ; ຊົນຊາດທັງຫລາຍຈະບໍ່ນະມັດສະການມັນອີກຕໍ່ໄປ. ກຳແພງຂອງນະຄອນບາບີໂລນໄດ້ພັງທະລາຍລົງສາແລ້ວ.
ບາບີໂລນໄດ້ເປັນເຫດໃຫ້ຄົນທົ່ວໂລກພົບກັບຄວາມຕາຍ; ບັດນີ້ ບາບີໂລນຈະຫລົ້ມຈົ້ມ ເພາະໄດ້ເປັນຕົ້ນເຫດໃຫ້ຊາວອິດສະຣາເອນຫລາຍຄົນ ພົບກັບຄວາມຕາຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ນະຄອນເຢຣູຊາເລັມເອີຍ ບັດນີ້ນອນຢຽດຢູ່ດຽວດາຍ ຄັ້ງໜຶ່ງ ເປັນນະຄອນທີ່ມີປະຊາຊົນໜາແໜ້ນ ແລະຄັ້ງໜຶ່ງນັ້ນ ກໍໄດ້ຮັບກຽດຈາກຊາວໂລກາ ແຕ່ມາບັດນີ້ ເຈົ້າພັດເປັນດັ່ງແມ່ໝ້າຍ; ເຈົ້າເປັນເຈົ້າຍິງໃນທ່າມກາງເມືອງທັງຫລາຍ ແຕ່ບັດນີ້ ຖືກລົດກຽດລົງຕົກເປັນທາດສາແລ້ວ.
ສັດຕູດູຖູກເຈົ້າ ແລະຈ້ອງຕາເບິ່ງຢ່າງກຽດຊັງ ພວກເຂົາເບະສົບເວົ້າຫຍໍ້ຫຍັນໃສ່ເຈົ້າດັ່ງນີ້: “ພວກເຮົາໄດ້ທຳລາຍມັນລົງແລ້ວເດ ນີ້ຄືວັນທີ່ພວກເຮົາລໍຄອຍຢາກເຫັນແຕ່ດົນແລ້ວ.”
ແລ້ວເຈົ້າຈົ່ງປະກາດ ແລະບອກໃນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ. ເມື່ອຊົນຊາດໃກ້ຄຽງທັງຫລາຍໄດ້ຢຶດ ແລະປຸ້ນຈີ້ພູຕ່າງໆຂອງຊາດອິດສະຣາເອນນັ້ນ ທຸກຄົນໄດ້ຫົວເຍາະເຍີ້ຍຊາດອິດສະຣາເອນ.
ຊາວອິດສະຣາເອນເປັນດັ່ງຊົນຊາດອື່ນໆ ແລະບໍ່ມີປະໂຫຍດດັ່ງໄຫແຕກ.
ຈົ່ງຟັງເລື່ອງນີ້ເຖີດ ພວກທີ່ຢຽບຢໍ່າຄົນຂັດສົນແລະພະຍາຍາມທຳລາຍຄົນຍາກຈົນຢູ່ໃນປະເທດ. ພວກເຈົ້າເວົ້າກັບຕົນເອງວ່າ, “ພວກເຮົາລໍຖ້າຢາກໃຫ້ວັນເດືອນຂຶ້ນໃໝ່ເຫຼົ່ານີ້ຜ່ານພົ້ນໄປເກືອບບໍ່ໄຫວ ເພາະພວກເຮົາຢາກຂາຍເຂົ້າສາລີ.
ເພາະວ່າພຣະເຈົ້າຢາເວຈະເອົາຍົດສັກຂອງຢາໂຄບເໝືອນຢ່າງຍົດສັກຂອງອິດສະຣາເອນກັບຄືນມາສູ່ສະພາບເດີມ ເຫດວ່າພວກຜູ້ທຳລາຍໄດ້ປຸ້ນພວກເຂົາແລະໄດ້ທຳລາຍກິ່ງອະງຸ່ນທັງຫລາຍຂອງພວກເຂົາ.)
“ວິບັດແກ່ເຈົ້າ ພວກທຳມະຈານແລະພວກຟາຣີຊາຍເອີຍ ຄົນໜ້າຊື່ໃຈຄົດ ພວກເຈົ້າອັດປະຕູອານາຈັກສະຫວັນຕັນມະນຸດ, ທີ່ຈິງແລ້ວພວກເຈົ້າເອງກໍບໍ່ເຂົ້າໄປ, ແຕ່ຍັງກັ້ນກາງຜູ້ທີ່ຢາກເຂົ້າໄປ. [