32 ສັດຕູໄດ້ຢຶດທາງຂ້າມແມ່ນໍ້າ ແລະໄດ້ຈູດປ້ອມປ້ອງກັນທັງຫລາຍ. ພວກທະຫານຊາວບາບີໂລນຕ່າງກໍເກີດຕື່ນຕົກໃຈ.”
ເຮົາສັ່ງພື້ນນໍ້າບ່ອນເລິກສຸດຂອງທ້ອງທະເລວ່າ, ‘ໃຫ້ນໍ້າແຫ້ງໄປໝົດແລະປະດິນແຫ້ງໄວ້.’
ພວກເຂົາຈະເປັນດັ່ງເຟືອງທ່ອນນ້ອຍໆທັງຫລາຍ ແລະໄຟກໍຈະໄໝ້ໃຫ້ວອດວາຍໄປໝົດສິ້ນ ພວກເຂົາຈະຊ່ວຍແມ່ນແຕ່ພວກເຂົາເອງບໍ່ໄດ້ເລີຍ ໄຟຈະລຸກແຮງສຳລັບພວກເຂົາ ບໍ່ແມ່ນໄຟໃຫ້ອົບອຸ່ນ.
ພວກທະຫານບາບີໂລນຕ່າງກໍຢຸດສູ້ຮົບ ແລະພັກຢູ່ໃນປ້ອມປ້ອງກັນຂອງພວກເຂົາ. ພວກເຂົາສູນເສຍຄວາມກ້າຫານ ແລະກາຍເປັນດັ່ງຜູ້ຍິງໄປສາແລ້ວ. ປະຕູເມືອງຖືກທຳລາຍໃຫ້ພັງທະລາຍລົງແລະເຮືອນກໍຖືກເຜົາຜານ.
ບັນດາຜູ້ສົ່ງຂ່າວປ່ຽນຜຽນກັນ ແລ່ນໄປບອກກະສັດແຫ່ງບາບີໂລນວ່າ ເມືອງຂອງເພິ່ນໄດ້ຖືກທຳລາຍໃຫ້ພັງທະລາຍລົງຮອບດ້ານ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ໃນບໍ່ຊ້າ ສັດຕູກໍຈະຟັນແລະຢຽບຢໍ່າພວກເຂົາລົງ ດັ່ງຢຽບເມັດເຂົ້າຢູ່ທີ່ລານຟາດເຂົ້າ.”
ກຳແພງເມືອງຈຶ່ງໄດ້ຖືກພັງທະລາຍ. ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ; ແຕ່ທະຫານທັງໝົດກໍຍັງໜີໄປໃນຕອນກາງຄືນ. ພວກເຂົາໄດ້ປົບໜີທາງສວນຂອງກະສັດ ໂດຍຜ່ານທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະມຸ່ງໜ້າໄປສູ່ຮ່ອມພູຂອງແມ່ນໍ້າຈໍແດນ.