Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:31 - ພຣະຄຳພີສັກສິ

31 ບັນດາ​ຜູ້​ສົ່ງ​ຂ່າວ​ປ່ຽນຜຽນກັນ ແລ່ນ​ໄປ​ບອກ​ກະສັດ​ແຫ່ງ​ບາບີໂລນ​ວ່າ ເມືອງ​ຂອງ​ເພິ່ນ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ຮອບດ້ານ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:31
16 Jak'a apnaqawi uñst'ayäwi  

ພວກ​ຜູ້​ສົ່ງຂ່າວ​ກໍໄດ້​ອອກ​ໄປ​ທົ່ວ​ທັງ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ, ໃນ​ບັດ​ເຊີນ​ນັ້ນ​ມີ​ຖ້ອຍຄຳ​ດັ່ງນີ້: “ປະຊາຊົນ​ອິດສະຣາເອນ​ເອີຍ ພວກທ່ານ​ຜູ້​ທີ່​ໄດ້​ລອດ​ຈາກ​ການ​ຮຸກຮານ​ຂອງ​ກອງທັບ​ອັດຊີເຣຍ; ບັດນີ້ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ແລະ​ພຣະອົງ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກທ່ານ.


ມໍເດໄກ​ໄດ້​ໃຫ້​ພວກເຂົາ​ຂຽນ​ຈົດໝາຍ​ນັ້ນ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບ​ກາ​ຂອງ​ກະສັດ​ໃສ່. ຈົດໝາຍ​ໄດ້​ຖືກ​ສົ່ງ​ໄປ​ໂດຍ​ພວກ​ຂີ່​ມ້າ​ໂຕ​ໄວ​ທີ່ສຸດ​ຈາກ​ຄອກ​ມ້າ​ຂອງ​ກະສັດ.


ຕາມ​ຄຳສັ່ງ​ຂອງ​ກະສັດ ພວກ​ສົ່ງຂ່າວ​ໄດ້​ຂີ່​ມ້າ​ອອກ​ໄປ​ຢ່າງ​ວ່ອງໄວ. ຄຳສັ່ງ​ນີ້​ໄດ້​ຖືກ​ແຈ້ງ​ໃຫ້​ຄົນ​ທີ່​ເມືອງ​ເອກຊູຊາ​ຮູ້​ຄືກັນ.


ວັນ​ຂອງຂ້ອຍ​ຜ່ານ​ໄປ​ໄວ ດັ່ງ​ນັກ​ແລ່ນແຂ່ງ ຜ່ານ​ໄປແຮງ​ຢ່າງ​ນັ້ນ​ຫາ​ອັນດີ​ໄວ້​ບໍ່ມີ​ເລີຍ.


ໄພພິບັດ​ໜຶ່ງ​ແລ້ວ ໄພພິບັດ​ອື່ນ​ຊໍ້າ​ຕິດຕາມ​ມາ ຈົນ​ໝົດ​ປະເທດ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ສິ້ນ. ຜ້າເຕັນ​ຂອງ​ພວກເຮົາ​ກໍໄດ້​ຖືກ​ທຳລາຍ​ຢ່າງ​ໄວວາ ຜ້າກັ້ງ​ຂອງ​ເຕັນ​ກໍ​ຖືກ​ຈີກ​ໃຫ້​ຂາດ​ເປັນ​ຕ່ອນໆ.


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ບາບີໂລນ​ເອີຍ ເຈົ້າ​ໄດ້​ຖືກ​ແຮ້ວ​ດັກຈັບ ຊຶ່ງ​ເຮົາ​ໄດ້​ວາງ​ໃສ່​ເຈົ້າ​ແລ້ວ ເຖິງ​ແມ່ນ​ເຈົ້າ​ບໍ່​ຮູ້​ກໍຕາມ ເພາະ​ເຈົ້າ​ໄດ້​ສູ້ຮົບ​ພຣະເຈົ້າຢາເວ.


ເມື່ອ​ກະສັດ​ບາບີໂລນ​ໄດ້ຍິນ​ຂ່າວ​ທີ່​ຄົນ​ນຳ​ມາ ມື​ຂອງເພິ່ນ​ກໍ​ອ່ອນເພຍ​ເປ້ຍຫລ່ອຍ​ລົງ​ໂລດ. ເພິ່ນ​ຈຶ່ງ​ຂົມຂື່ນ​ແລະ​ເປັນທຸກ​ໃນ​ຈິດໃຈ ເຈັບປວດ​ຢ່າງໜັກ​ດັ່ງ​ຍິງ​ກຳລັງ​ຈະ​ຄອດ​ລູກ.


ສັດຕູ​ໄດ້​ຢຶດ​ທາງ​ຂ້າມ​ແມ່ນໍ້າ ແລະ​ໄດ້​ຈູດ​ປ້ອມ​ປ້ອງກັນ​ທັງຫລາຍ. ພວກ​ທະຫານ​ຊາວ​ບາບີໂລນ​ຕ່າງ​ກໍ​ເກີດ​ຕື່ນ​ຕົກໃຈ.”


ໃນ​ຄືນ​ນັ້ນເອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ໄດ້​ຖືກ​ລອບ​ສັງຫານ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka