Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:30 - ພຣະຄຳພີສັກສິ

30 ພວກ​ທະຫານ​ບາບີໂລນ​ຕ່າງ​ກໍ​ຢຸດ​ສູ້ຮົບ ແລະ​ພັກ​ຢູ່​ໃນ​ປ້ອມ​ປ້ອງກັນ​ຂອງ​ພວກເຂົາ. ພວກເຂົາ​ສູນເສຍ​ຄວາມ​ກ້າຫານ ແລະ​ກາຍເປັນ​ດັ່ງ​ຜູ້ຍິງ​ໄປ​ສາ​ແລ້ວ. ປະຕູ​ເມືອງ​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ແລະ​ເຮືອນ​ກໍ​ຖືກ​ເຜົາຜານ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:30
16 Jak'a apnaqawi uñst'ayäwi  

ພຣະອົງ​ມ້າງ​ປະຕູ​ເຮັດ​ດ້ວຍ​ທອງສຳຣິດ​ຢ່າງດີ ແລະ​ຫັກ​ທ່ອນເຫລັກ​ຈົນ​ໝຸ່ນ​ທະລາຍ​ໄປສິ້ນ.


ພຣະອົງ​ຮັກສາ​ປະຕູ​ເມືອງ​ຂອງເຈົ້າ​ໃຫ້​ເຂັ້ມແຂງ ພຣະອົງ​ອວຍພອນ​ປະຊາຊົນ​ຂອງເຈົ້າ.


ພວກ​ທະຫານ​ທີ່​ອົງອາດ​ເກັ່ງກ້າ​ຂອງ​ພວກເຂົາ ຕ່າງ​ກໍ​ຖືກ​ປຸ້ນ​ຈົນ​ສິ່ງຂອງ​ໝົດກ້ຽງ ແລະ​ບັດນີ້​ນອນຫລັບ​ຢູ່​ເພາະ​ສິ້ນລົມ​ຫາຍໃຈ ກຳລັງ​ວັງຊາ​ທີ່​ມີ​ກໍ​ໃຊ້​ການ​ບໍ່ໄດ້.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຊາວ​ເອຢິບ​ຈະ​ເປັນ​ດັ່ງ​ພວກຜູ້ຍິງ. ພວກເຂົາ​ຈະ​ສັ່ນເຊັນ​ດ້ວຍ​ຄວາມ​ຢ້ານກົວ ເມື່ອ​ເຫັນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ.


ພວກເຂົາ​ຈະ​ເປັນ​ດັ່ງ​ເຟືອງ​ທ່ອນ​ນ້ອຍໆ​ທັງຫລາຍ ແລະ​ໄຟ​ກໍ​ຈະ​ໄໝ້​ໃຫ້​ວອດວາຍ​ໄປ​ໝົດສິ້ນ ພວກເຂົາ​ຈະ​ຊ່ວຍ​ແມ່ນແຕ່​ພວກເຂົາ​ເອງ​ບໍ່ໄດ້​ເລີຍ ໄຟ​ຈະ​ລຸກ​ແຮງ​ສຳລັບ​ພວກເຂົາ ບໍ່ແມ່ນ​ໄຟ​ໃຫ້​ອົບອຸ່ນ.


ແລະ​ເມືອງ​ຕະຫລອດ​ທັງ​ປ້ອມ​ປ້ອງກັນເມືອງ​ຈະ​ຖືກ​ຢຶດເອົາ​ໝົດ. ໃນ​ມື້​ນັ້ນ ພວກ​ທະຫານ​ຂອງ​ໂມອາບ​ກໍ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.


ສັດຕູ​ໄດ້​ຢຶດ​ທາງ​ຂ້າມ​ແມ່ນໍ້າ ແລະ​ໄດ້​ຈູດ​ປ້ອມ​ປ້ອງກັນ​ທັງຫລາຍ. ພວກ​ທະຫານ​ຊາວ​ບາບີໂລນ​ຕ່າງ​ກໍ​ເກີດ​ຕື່ນ​ຕົກໃຈ.”


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ປະຕູ​ກຳແພງ​ກໍ​ລົ້ມ ແລະ​ພັງ​ລົງ​ເປັນ​ເສດ​ຫີນ ກົງເຫລັກ​ກໍ​ຫັກ​ຕົກລົງ​ເປັນ​ຊິ້ນໆ. ບັດນີ້ ກະສັດ​ແລະ​ຂຸນນາງ​ກໍ​ຖືກ​ຈັບ​ເປັນ​ຊະເລີຍ ການ​ສັ່ງສອນ​ກົດບັນຍັດ​ກໍ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ ສ່ວນ​ພວກ​ຜູ້ທຳນວາຍ​ກໍ​ບໍ່ໄດ້​ຮັບ​ນິມິດ​ຈາກ​ພຣະເຈົ້າຢາເວ


ເຮົາ​ຈະ​ທຳລາຍ​ເມືອງ​ດາມັສກັດ​ໃຫ້​ແຕກ​ໝຸ່ນ​ທະລາຍ ແລະ​ຈະ​ຂັບໄລ່​ຄົນ​ທີ່​ຢູ່​ໃນ​ຮ່ອມພູ​ອາເວນ​ອອກ​ໜີໄປ ແລະ​ຜູ້ປົກຄອງ​ເບັດເອເດນ​ດ້ວຍ. ປະຊາຊົນ​ຊາວ​ຊີເຣຍ​ຈະ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ກີຣະ.”


ບັນດາ​ທະຫານ​ຂອງ​ພວກເຈົ້າ​ເປັນ​ດັ່ງ​ແມ່ຍິງ ແລະ​ປະເທດ​ຂອງ​ເຈົ້າ​ກໍ​ຢືນ​ຢູ່​ຕໍ່ໜ້າ​ສັດຕູ ຢ່າງ​ບໍ່ມີ​ໜ່ວຍ​ປ້ອງກັນ. ໄຟ​ຈະ​ທຳລາຍ​ທ່ອນເຫລັກ​ທີ່​ໃຊ້​ກາດ​ປະຕູ​ເມືອງ​ຂອງເຈົ້າ.


ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka