29 ແຜ່ນດິນໂລກສັ່ນສະເທືອນ ເພາະພຣະເຈົ້າຢາເວກຳລັງດຳເນີນແຜນການຂອງພຣະອົງ ເພື່ອເຮັດໃຫ້ບາບີໂລນເປັນຖິ່ນແຫ້ງແລ້ງກັນດານ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່.
ພວກຄົນຕາຍຈະຈ້ອງຕາເບິ່ງເຈົ້າ ແລະຈະຖາມວ່າ, “ຄົນນີ້ບໍ່ແມ່ນຜູ້ທີ່ໄດ້ເຮັດໃຫ້ໂລກແລະບັນດາອານາຈັກສັ່ນສະເທືອນນັ້ນບໍ?
ແຜ່ນດິນໂລກຈະໂຊເຊໄປມາດັ່ງຄົນເມົາເຫຼົ້າ ຫລືໂຢກເຢກດັ່ງຕູບໄມ້ໃນທ່າມກາງພະຍຸຮ້າຍ. ບາບໄດ້ເຮັດໃຫ້ໂລກນີ້ເສື່ອມໂຊມລົງຈົນລົ້ມທະລາຍ ແລະແຜ່ນດິນໂລກກໍຈະຟື້ນຕົວຂຶ້ນມາອີກບໍ່ໄດ້ຈັກເທື່ອ.
ແຕ່ພຣະເຈົ້າຢາເວເປັນພຣະເຈົ້າແຫ່ງຄວາມຈິງ ພຣະອົງຊົງເປັນຊີວິດແລະເປັນກະສັດຕະຫລອດໄປ. ເມື່ອພຣະອົງໂກດຮ້າຍ ໂລກນີ້ກໍສະທ້ານຫວັ່ນໄຫວ ທຸກຊົນຊາດບໍ່ອາດທົນທານຕໍ່ຄວາມໂກດຮ້າຍຂອງພຣະອົງໄດ້. (
ດ້ວຍຄວາມໂກດຮ້າຍຂອງພຣະເຈົ້າຢາເວໃນນະຄອນບາບີໂລນຈະບໍ່ມີຜູ້ໃດອາໄສຢູ່; ມັນຈະຖືກປະປ່ອຍໃຫ້ເປັນທີ່ຮົກຮ້າງເພພັງ ແລະທຸກຄົນທີ່ໄດ້ຜ່ານໄປມາທີ່ນັ້ນ ຈະສະດຸ້ງຕົກໃຈແລະໜ້າງຶດງໍ້.
ໃຫ້ຄວາມຕາຍມາສູ່ຜູ້ທຳນວາຍຂີ້ຕົວະ ພວກເຂົາຊ່າງພາກັນໂງ່ຈ້າແທ້ໆ ຈົ່ງໃຫ້ຄວາມຕາຍມາສູ່ທະຫານທຸກຄົນສາ ພວກເຂົາຊ່າງຢ້ານກົວຫລາຍແທ້ໆ
ເມື່ອກະສັດບາບີໂລນໄດ້ຍິນຂ່າວທີ່ຄົນນຳມາ ມືຂອງເພິ່ນກໍອ່ອນເພຍເປ້ຍຫລ່ອຍລົງໂລດ. ເພິ່ນຈຶ່ງຂົມຂື່ນແລະເປັນທຸກໃນຈິດໃຈ ເຈັບປວດຢ່າງໜັກດັ່ງຍິງກຳລັງຈະຄອດລູກ.
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວໄດ້ຕຽມໄວ້ເພື່ອຕໍ່ສູ້ນະຄອນບາບີໂລນ ແລະສິ່ງທີ່ເຮົາຕັ້ງໃຈເຮັດຕໍ່ປະຊາຊົນຂອງເມືອງນີ້. ແມ່ນແຕ່ບັນດາລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະເກີດຢ້ານກົວໃຫຍ່.
ເມື່ອນະຄອນບາບີໂລນຫຼົ້ມຈົມນັ້ນຈະມີສຽງດັງຂຶ້ນ ຈົນແຜ່ນດິນໂລກທັງໝົດສັ່ນສະເທືອນ ແລະສຽງແຕກຕື່ນກໍຈະໄດ້ຍິນໄປຮອດຊົນຊາດທັງຫລາຍ.”
ບໍ່ມີຫີນກ້ອນໃດໆຈາກບ່ອນຮົກຮ້າງເພພັງຂອງເຈົ້າ ຈະຖືກນຳມາໃຊ້ໃນການກໍ່ສ້າງໄດ້ອີກ. ເຈົ້າຈະເປັນດັ່ງຖິ່ນແຫ້ງແລ້ງກັນດານຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຈົ່ງໃຫ້ຊົນຊາດທັງຫລາຍຕຽມເຮັດເສິກຕໍ່ສູ້ບາບີໂລນ. ຈົ່ງນຳບັນດາກະສັດແຫ່ງເມເດຍ ບັນດາພວກເຈົ້ານາຍແລະພວກຂ້າຣາຊການ ຕະຫລອດທັງກອງທັບທັງໝົດທີ່ລາວໄດ້ຄວບຄຸມນັ້ນມາ.
ປະເທດນັ້ນຈະກາຍເປັນກອງສິ່ງຮົກຮ້າງເພພັງ ຄືບ່ອນທີ່ສັດປ່າທັງຫລາຍອາໄສຢູ່. ມັນຈະເປັນເປົ້າສາຍຕາອັນໜ້າຢ້ານກົວຫລາຍ; ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນແລະທຸກຄົນທີ່ເຫັນກໍຈະຢ້ານກົວໃຫຍ່.
ເມືອງທັງຫລາຍໄດ້ກາຍເປັນເປົ້າສາຍຕາອັນໜ້າຢ້ານກົວ ແລະເປັນດັ່ງຖິ່ນແຫ້ງແລ້ງກັນດານທີ່ຂາດນໍ້າ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ຫລືທ່ອງທ່ຽວໄປມາ.
ເຫຼົ່າສັດຕູຂອງພວກເຮົາໄດ້ມາຮອດເມືອງດານແລ້ວ ເພາະພວກເຮົາໄດ້ຍິນສຽງມ້າຂອງພວກເຂົາຫາຍໃຈ. ດິນແດນທັງໝົດກໍສັ່ນສະເທືອນ ເມື່ອມ້າຂອງພວກເຂົາຮ້ອງ. ເຫຼົ່າສັດຕູໄດ້ມາທຳລາຍດິນແດນຂອງພວກເຮົາ ພ້ອມກັບທຸກສິ່ງໃນດິນແດນ ຄືຕະຫລອດທັງເມືອງ ແລະປະຊາຊົນທຸກຄົນດ້ວຍ.”
ແຜ່ນດິນໂລກແລະຟ້າສະຫວັນກໍສັ່ນສະເທືອນ ເມື່ອມັນພາກັນບຸກໜ້າເຂົ້າໄປນັ້ນ; ດວງອາທິດແລະດວງຈັນກໍຄ່ອຍມືດດຳໄປ ດວງດາວບໍ່ສ່ອງແສງຕໍ່ໄປອີກ.
ສະນັ້ນ ແຜ່ນດິນໂລກຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນຟົ້ງຂຶ້ນ ແລະເຈື່ອນລົງເໝືອນກັນກັບແມ່ນໍ້ານິນ.
ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, “ບາບີໂລນມະຫານະຄອນຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ ມັນກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ເປັນບ່ອນລີ້ຊ່ອນຂອງວິນຍານຊົ່ວຮ້າຍທຸກຢ່າງ ແລະເປັນຄອນນົກບໍ່ສະອາດແລະໜ້າກຽດໜ້າຊັງທຸກຊະນິດ.