Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:28 - ພຣະຄຳພີສັກສິ

28 ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ. ຈົ່ງ​ນຳ​ບັນດາ​ກະສັດ​ແຫ່ງ​ເມເດຍ ບັນດາ​ພວກ​ເຈົ້ານາຍ​ແລະ​ພວກ​ຂ້າຣາຊການ ຕະຫລອດ​ທັງ​ກອງທັບ​ທັງໝົດ​ທີ່​ລາວ​ໄດ້​ຄວບຄຸມ​ນັ້ນ​ມາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:28
18 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ຢາເຟດ​ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ​ຕີຣາດ ຜູ້​ທີ່​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ຊຶ່ງ​ໃສ່​ຊື່​ດັ່ງ​ກ່າວ​ນັ້ນ​ຕໍ່ໆ​ມາ.


ພວກ​ລູກຊາຍ​ຂອງ​ຢາເຟດ ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ​ຕີຣາດ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.


ໃນ​ຣາຊການ​ປີ​ທີ​ສາມ ເພິ່ນ​ໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ສຳລັບ​ບັນດາ​ຂ້າຣາຊການ​ແລະ​ພວກ​ບໍລິຫານງານ​ທັງໝົດ​ຂອງ​ເພິ່ນ. ກອງທັບ​ຂອງ​ເປີເຊຍ​ແລະ​ເມເດຍ​ກໍ​ຢູ່​ໃນ​ທີ່ນັ້ນ ຕະຫລອດ​ທັງ​ບັນດາ​ຜູ້​ປົກຄອງ​ແຂວງ ແລະ​ພວກ​ຂຸນນາງ​ປະຈຳ​ແຂວງ​ຕ່າງໆ.


ພາລະກິດ​ອັນ​ສຳຄັນ​ແລະ​ຍິ່ງໃຫຍ່​ທັງໝົດ​ທີ່​ເພິ່ນ​ໄດ້​ກະທຳ ແລະ​ເລື່ອງລາວ​ທັງໝົດ​ຂອງ​ການ​ແຕ່ງຕັ້ງ​ມໍເດໄກ ໃຫ້​ເປັນ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ທາງ​ຣາຊການ​ຂອງ​ບັນດາ​ກະສັດ​ແຫ່ງ​ເປີເຊຍ​ແລະ​ເມເດຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ປຸກ​ປັ່ນ​ຊາວ​ເມເດັດ ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ພວກເຂົາ​ບໍ່​ວົນ​ນຳ​ເງິນ ແລະ​ບໍ່​ໄຝ່ຝັນ​ນຳ​ຄຳ.


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.


ເຮົາ​ຈະ​ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ປະເທດ​ທັງຫລາຍ​ແລະ​ບັນດາ​ກະສັດ​ຜູ້​ມີ​ອຳນາດ ຈະ​ເອົາ​ພວກເຂົາ​ໄປ​ເປັນ​ທາດຮັບໃຊ້.”’


ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ສິມຣິ, ເອລາມ ແລະ​ເມເດຍ;


“ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ທາງ​ທິດເໜືອ ຄື​ຊົນຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ ແລະ​ຍິ່ງໃຫຍ່​ດ້ວຍ; ກະສັດ​ທັງຫລາຍ​ຕ່າງ​ກໍໄດ້​ຕຽມຕົວ ເພື່ອ​ຈະ​ເຮັດ​ເສິກ​ທັງ​ນັ້ນ.


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


“ຈົ່ງ​ໃຫ້​ສັນຍານ​ໂຈມຕີ ຈົ່ງ​ເປົ່າແກ​ຂຶ້ນ​ເພື່ອ​ຊົນຊາດ​ຕ່າງໆ​ຈະ​ໄດ້ຍິນ ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ ຈົ່ງ​ບອກ​ໃຫ້​ອານາຈັກ​ອາຣາຣັດ, ມິນນີ ແລະ​ອັດຊະເກນາດ ຕຽມ​ໂຈມຕີ. ຈົ່ງ​ແຕ່ງຕັ້ງ​ນາຍ​ທະຫານ​ຜູ້ໜຶ່ງ​ໃຫ້​ນຳພາ​ການ​ໂຈມຕີ. ຈົ່ງ​ນຳ​ຝູງມ້າ​ມາ​ໃຫ້​ຫລາຍ​ດັ່ງ​ຝູງຕັກແຕນ.


ແຜ່ນດິນ​ໂລກ​ສັ່ນສະເທືອນ ເພາະ​ພຣະເຈົ້າຢາເວ​ກຳລັງ​ດຳເນີນ​ແຜນການ​ຂອງ​ພຣະອົງ ເພື່ອ​ເຮັດ​ໃຫ້​ບາບີໂລນ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ເຈົ້າດາຣິອຸດ​ໄດ້​ຕັດສິນໃຈ​ແຕ່ງຕັ້ງ​ເຈົ້າແຂວງ ໜຶ່ງຮ້ອຍ​ຊາວ​ຄົນ ໃຫ້​ປົກຄອງ​ທົ່ວ​ອານາຈັກ​ຂອງ​ເພິ່ນ.


ສະນັ້ນ ຂໍ​ໃຫ້​ພະຣາຊາ​ອອກ​ຄຳສັ່ງ​ນີ້​ແລະ​ເຊັນ​ຊື່​ລົງ​ໃນ​ໜັງສື​ໝາຍສຳຄັນ ເພື່ອ​ຈະ​ໄດ້​ນຳ​ອອກ​ໄປ​ໃຊ້​ບັງຄັບ​ເປັນ​ກົດໝາຍ​ຂອງ​ເມເດຍ​ແລະ​ເປີເຊຍ ຊຶ່ງ​ເປັນ​ກົດໝາຍ​ທີ່​ປ່ຽນແປງ​ບໍ່ໄດ້.”


ສ່ວນ​ແກະ​ທີ່​ມີ​ສອງ​ເຂົາ ຊຶ່ງ​ເຈົ້າ​ເຫັນ​ນັ້ນ ໝາຍເຖິງ​ອານາຈັກ​ເມເດຍ ແລະ​ເປີເຊຍ.


ດາຣິອຸດ​ຄົນ​ເມເດຍ​ລູກຊາຍ​ຂອງ​ເຊເຊັດ ໄດ້​ປົກຄອງ​ອານາຈັກ​ບາບີໂລນ​ໃນ​ປີ​ທຳອິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka