Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:27 - ພຣະຄຳພີສັກສິ

27 “ຈົ່ງ​ໃຫ້​ສັນຍານ​ໂຈມຕີ ຈົ່ງ​ເປົ່າແກ​ຂຶ້ນ​ເພື່ອ​ຊົນຊາດ​ຕ່າງໆ​ຈະ​ໄດ້ຍິນ ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ ຈົ່ງ​ບອກ​ໃຫ້​ອານາຈັກ​ອາຣາຣັດ, ມິນນີ ແລະ​ອັດຊະເກນາດ ຕຽມ​ໂຈມຕີ. ຈົ່ງ​ແຕ່ງຕັ້ງ​ນາຍ​ທະຫານ​ຜູ້ໜຶ່ງ​ໃຫ້​ນຳພາ​ການ​ໂຈມຕີ. ຈົ່ງ​ນຳ​ຝູງມ້າ​ມາ​ໃຫ້​ຫລາຍ​ດັ່ງ​ຝູງຕັກແຕນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:27
24 Jak'a apnaqawi uñst'ayäwi  

ເຊື້ອສາຍ​ຂອງ​ໂກເມ​ແມ່ນ​ຊາວ​ອັດຊະເກນາດ, ຣີຟາດ ແລະ​ໂຕກາມາ.


ໃນ​ວັນ​ທີ​ສິບເຈັດ​ຂອງ​ເດືອນ​ທີ​ເຈັດ ເຮືອ​ຂອງ​ໂນອາ​ໄດ້​ຄ້າງ​ຄາ​ຢູ່​ທີ່​ເທິງ​ພູເຂົາ​ອາຣາຣັດ.


ວັນ​ໜຶ່ງ ເມື່ອ​ເພິ່ນ​ກຳລັງ​ຂາບໄຫວ້​ພະ​ທີ່​ວິຫານ​ພະ​ນີຊະຣົກ​ພະ​ຂອງເພິ່ນ; ອັດຣຳເມເລັກ​ແລະ​ຊາເຣເຊ​ກໍໄດ້​ຂ້າ​ເພິ່ນ​ເສຍ. ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ເພິ່ນ​ເອງ. ແລ້ວ​ພວກເຂົາ​ກໍ​ປົບໜີໄປ​ປະເທດ​ອາຣາຣັດ. ລູກຊາຍ​ຂອງ​ເພິ່ນ​ອີກ​ຄົນ​ໜຶ່ງ​ຊື່​ວ່າ ເອສາຮັດໂດນ ໄດ້​ຂຶ້ນ​ປົກຄອງ​ແທນ.


ເຊື້ອສາຍ​ຂອງ​ໂກເມ ມີ​ດັ່ງນີ້: ຊາວ​ອັດຊະເກນາດ, ຣີຟາດ ແລະ​ໂຕກາມາ.


ຈົ່ງ​ຟັງ​ເດີ ໝົດ​ທຸກຄົນ​ທີ່​ຢູ່​ໃນ​ໂລກນີ້ ຈົ່ງ​ເບິ່ງ​ທຸງໄຊ​ອັນ​ເປັນ​ສັນຍານ​ທີ່​ຈະ​ຖືກ​ຍົກ​ຂຶ້ນ​ເທິງ​ຈອມ​ພູເຂົາ ຈົ່ງ​ຟັງ​ສຽງ​ເປົ່າ​ເຂົາສັດ


ວັນ​ໜຶ່ງ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຂາບໄຫວ້​ນີຊະໂລກ ພະ​ຂອງຕົນ​ຢູ່​ໃນ​ວິຫານ ອັດຣຳເມເລັກ​ແລະ​ຊາເຣເຊ ລູກຊາຍ​ສອງ​ຄົນ​ຂອງ​ເພິ່ນ ໄດ້​ສັງຫານ​ເພິ່ນ​ດ້ວຍ​ດາບ​ຂອງ​ພວກເຂົາ ແລ້ວ​ກໍ​ປົບໜີໄປ​ໃນ​ດິນແດນ​ອາຣາຣັດ. ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


ເຮົາ​ຈະ​ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ປະເທດ​ທັງຫລາຍ​ແລະ​ບັນດາ​ກະສັດ​ຜູ້​ມີ​ອຳນາດ ຈະ​ເອົາ​ພວກເຂົາ​ໄປ​ເປັນ​ທາດຮັບໃຊ້.”’


ແລະ​ກຳລັງ​ທຳລາຍ​ປ່າ​ອັນ​ຕຶບໜາ ພຣະເຈົ້າຢາເວ​ກ່າວ​ວ່າ, ພວກເຂົາ​ມີ​ຫລາຍ​ກາຍນັບ​ດັ່ງ​ຝູງຕັກແຕນ​ເຕັ້ນ.


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ມີ​ຊົນຊາດ​ໜຶ່ງ​ຈາກ​ທາງ​ທິດເໜືອ​ໄດ້​ມາ​ໂຈມຕີ​ບາບີໂລນ ແລະ​ຈະ​ເຮັດ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ມະນຸດ​ແລະ​ຝູງສັດ​ຈະ​ແລ່ນ​ໜີໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເລີຍ.”


ເຮົາ​ຈະ​ປຸກປັ່ນ​ໝວດ​ໜຶ່ງ​ໃນ​ບັນດາ​ຊົນຊາດ​ທີ່​ເຂັ້ມແຂງ​ທາງ​ທິດເໜືອ​ໃຫ້​ມາ​ໂຈມຕີ​ບາບີໂລນ. ພວກເຂົາ​ຈະ​ລຽນແຖວກັນ​ເຮັດ​ເສິກ ແລະ​ຕີ​ເອົາ​ປະເທດ​ນີ້. ພວກເຂົາ​ເປັນ​ນັກໂຫ່ເນື້ອ​ທີ່​ຊຳນິ​ຊຳນານ ໂດຍ​ຍິງ​ລູກທະນູ​ບໍ່​ຜິດພາດ​ເປົ້າໝາຍ​ຈັກເທື່ອ.


ຈົ່ງ​ໃຫ້​ສັນຍານ​ບຸກໂຈມຕີ​ກຳແພງ​ຂອງ​ນະຄອນ​ບາບີໂລນ. ຈົ່ງ​ຈັດການ​ເວນຍາມ​ໃຫ້​ເຂັ້ມແຂງ ໃຫ້​ວາງ​ຄົນ​ຍາມ​ປະຈຳ​ທີ່ ຈົ່ງ​ຕັ້ງ​ຄົນ​ດັກສະກັດ​ໄວ້.” ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ວ່າ ຈະ​ຕ້ອງ​ເຮັດ​ກັບ​ປະຊາຊົນ​ຂອງ​ບາບີໂລນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ ໂດຍ​ພຣະອົງ​ເອງ​ວ່າ ພຣະອົງ​ຈະ​ນຳ​ຫລາຍ​ຄົນ​ດັ່ງ​ຝູງຕັກແຕນ​ມາ​ໂຈມຕີ​ບາບີໂລນ ແລະ​ພວກເຂົາ​ຈະ​ໂຮຮ້ອງ​ຢ່າງ​ມີໄຊ.


ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ. ຈົ່ງ​ນຳ​ບັນດາ​ກະສັດ​ແຫ່ງ​ເມເດຍ ບັນດາ​ພວກ​ເຈົ້ານາຍ​ແລະ​ພວກ​ຂ້າຣາຊການ ຕະຫລອດ​ທັງ​ກອງທັບ​ທັງໝົດ​ທີ່​ລາວ​ໄດ້​ຄວບຄຸມ​ນັ້ນ​ມາ.


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ຈົ່ງ​ປະກາດ​ຂໍ້ຄວາມ​ນີ້​ໃຫ້​ນາໆຊາດ​ຮູ້ຈັກ​ວ່າ, ‘ຈົ່ງ​ຈັດຕຽມ​ລົງມື​ເຮັດ​ເສິກ​ເຖີດ ຈົ່ງ​ລະດົມ​ພົນ​ໄວ້​ໃຫ້​ມີ​ພຽງພໍ ຈົ່ງ​ລວບລວມ​ທະຫານ​ແລະ​ຍົກທັບ​ອອກ​ໄປ​ເຖີດ


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.


ພວກ​ນີ້​ໄດ້​ບຸກ​ເຂົ້າ​ມາ​ຢ່າງ​ໜາແໜ້ນ​ດັ່ງ​ຝູງຕັກແຕນ ຝູງສັດ​ແລະ​ຜ້າເຕັນ​ພ້ອມ​ທັງ​ຄົນ​ກັບ​ອູດ​ຂອງ​ພວກເຂົາ​ກໍ​ຫລາຍ​ຈົນ​ນັບ​ບໍ່ໄດ້. ພວກເຂົາ​ໄດ້​ເຂົ້າ​ມາ​ທຳລາຍ​ດິນແດນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka