Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:26 - ພຣະຄຳພີສັກສິ

26 ບໍ່ມີ​ຫີນ​ກ້ອນ​ໃດໆ​ຈາກ​ບ່ອນ​ຮົກຮ້າງ​ເພພັງ​ຂອງເຈົ້າ ຈະ​ຖືກ​ນຳ​ມາ​ໃຊ້​ໃນ​ການ​ກໍ່ສ້າງ​ໄດ້​ອີກ. ເຈົ້າ​ຈະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:26
10 Jak'a apnaqawi uñst'ayäwi  

“ເຮົາ​ຈະ​ປ່ຽນ​ນະຄອນ​ບາບີໂລນ​ໃຫ້​ເປັນ​ບຶງ ແລະ​ຝູງ​ນົກ​ເຄົ້າ​ຈະ​ຢູ່​ທີ່​ນັ້ນ. ເຮົາ​ຈະ​ໃຊ້​ຟອຍ​ກວາດ​ນະຄອນ​ບາບີໂລນ ພ້ອມ​ທັງ​ສັບພະທຸກສິ່ງ​ໄປ​ໃຫ້​ໝົດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.


ແຜ່ນດິນ​ໂລກ​ສັ່ນສະເທືອນ ເພາະ​ພຣະເຈົ້າຢາເວ​ກຳລັງ​ດຳເນີນ​ແຜນການ​ຂອງ​ພຣະອົງ ເພື່ອ​ເຮັດ​ໃຫ້​ບາບີໂລນ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.


ເມືອງ​ທັງຫລາຍ​ໄດ້​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ ແລະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ຂາດນໍ້າ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ຫລື​ທ່ອງທ່ຽວ​ໄປມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka